ອຄ ແຈ້ງເຊີນເຂົ້າຮ່ວມປະມູນສົມທຽບລາຄາການສະຫນອງ ເຄື່ອງໃຊ້ຫ້ອງການ, ເຄື່ອງໄອທີ ແລະ ພາຫານະ

166

ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການ ເລກທີ 0012/ຫອຄ ສະບັບເລກທີ ວັນທີ 03 ມັງກອນ 2022 ເຖິງບັນດາບໍລິສັດ ແລະ ຫົວຫນ່ວຍວິສາຫະກິດ ພາຍໃນນະຄອນຫຼວງວຽງຈັນ ແຈ້ງເຊີນເຂົ້າຮ່ວມປະມູນສົມທຽບລາຄາກ່ຽວກັບການສະຫນອງ ເຄື່ອງໃຊ້ຫ້ອງການ, ເຄື່ອງໄອທີ, ການສ້ອມແປງບໍາລຸງຮັກສາລະບົບແອເຢັນ-ໄຟຟ້າ ແລະ ພາຫານະ ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ປະຈໍາປີ 2022.

ຫ້ອງການ ກະຊວງອຸດສາຫະກໍາ ແລະ ການຄ້າ ຂໍຖືເປັນກຽດແຈ້ງມາຍັງບັນດາບໍລິສັດ ແລະ ຫົວຫນ່ວຍວິ ສາຫະກິດຕ່າງໆພາຍໃນນະຄອນຫຼວງວຽງຈັນ, ທີ່ມີຈຸດປະສົງຢາກເຂົ້າຮ່ວມປະມູນສົມທຽບລາຄາ (ຕາມລາຍການ ຕາຕະລາງຄັດຕິດມາພ້ອມ) ເພື່ອຕອບສະຫນອງໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ປະຈໍາປີ 2022 ດ້ວຍງົບປະມານ ຂອງລັດ ລາຍລະອຽດມີດັ່ງລຸ່ມນີ້

1 ການຕອບສະຫນອງເຄື່ອງຮັບໃຊ້ຫ້ອງການ, ເຄື່ອງອານາໄມຕຶກສໍານັກງານ, ເຄື່ອງຮັບແຂກຄະນະນໍາກະຊວງ ແລະ – ເຄື່ອງບໍາລຸງຮັກສາພາຫະນະ. (ຕາຕະລາງ 1).
2 ການຕອບສະຫນອງເຄື່ອງຄອມພິວເຕີ, ເຄື່ອງກອບປີ, ນ້ໍາມຶກປິນເຕີ້, ນ້ໍາມຶກເຄື່ອງກອບປີ ແລະ ການຕິດຕັ້ງສ້ອມແປງ, ປ່ຽນຖ່າຍອາໄລ່ລະບົບເຄື່ອງ IT. (ຕາຕະລາງ 2).

3 ການຕອບສະຫນອງອຸປະກອນບໍາລຸງຮັກສາສໍານັກງານເຊັ່ນ: ການສ້ອມແປງປ່ຽນຖ່າຍອາໄລ່ລະບົບແອເຢັນ, ລະບົບໄຟຟ້າ ແລະ ວຽກກໍ່ສ້າງສ້ອມແປງຂະຫນາດນ້ອຍ. (ຕາຕະລາງ 3).
4 ການບໍລິການສ້ອມແປງປ່ຽນຖ່າຍອາໄຫລ່ ແລະ ບໍາລຸງຮັກສາພາຫະນະ. (ຕາຕະລາງ 4).
5 ການບໍລິການອານາໄມຕຶກສໍານັກງານຂອງກະຊວງ ອຸດສາຫະກໍາ ແລະ ການຄ້າ, (ຕາຕະລາງ 5)

ໃນ 05 ລາຍການ ທີ່ກ່າວມາຂ້າງເທິງນີ້ ບໍລິສັດໃດ ຫຼື ວິສາຫະກິດໃດ ທີ່ຈະເຂົ້າຮ່ວມການປະມູນ ແມ່ນມີສິດ ເລືອກໄດ້ພຽງ 01 ລາຍການເທົ່ານັ້ນ ແລະ ຕ້ອງໄດ້ປະຕິບັດຕາມລະບຽບ ແລະ ເງື່ອນໄຂດັ່ງນີ້

.

I ກໍານົດຂອບເຂາເວລາ ສາມາດພົວພັນຊອງປະມູນໄຕ້ ຫ້ອງການກະຊວງອຸດສາຫະກໍາ ແລະ ການຄ້າ (ພະແນກບໍລິຫານ ແລະ ພິທີ ການ) ນັບແຕ່ວັນທີ່ 6.01.2022 ຫາ 13.1.2022 ແລະ ຂົນຂາປະມູນໃຫ້ຄະນະກໍາມະການປະມູນ ບໍ່ໃຫ້ກາຍ ເວລາ 11:00 ໂມງ ຂອງວັນທີ 2 ທີ່ຫ້ອງການ ຊັ້ນ 1 ແລະ ຈະມີການເປີດຊອງປະມູນ ໃນເວລາ 14 ໂ ມໆຂອງວັນດຽວກັນ.
– ລາຄາຊອງປະມູນ ຊອງລະ 300,000 ກີບ/ຊອງ (ເງິນຊື້ຊອງປະມູນນີ້ແມ່ນບໍ່ໄດ້ສົ່ງຄືນ). – ພາຍຫຼັງສໍາເລັດການເປີດຊອງປະມູນ ພາຍໃນ 07 ວັນ ຈະແຈ້ງຜົນການປະມູນ ໃຫ້ບັນດາບໍລິສັດ ແລະ ຫົວຫນ່ວຍວິສາຫະກິດຮັບຊາພ ແລະ ແຈ້ງເຊີນໃຫ້ຫົວຫນ່ວຍວິສາຫະກິດທີ່ຊະນະການປະມູນ ເຂົ້າມາຮ່ວມຕົກລົງເຈລະຈາ ເຊັນສັນຍາກັບຫ້ອງການ ກະຊວງອຸດສາຫະກໍາ ແລະ ການຄ້າ ຕາມລະບຽບຫຼັກການ.

.

II ເອກະສານທີ່ຕ້ອງປະກອບຂັດຕິດມາພໍ້ອມຊອງປະມູນ:
ຕ້ອງມີໃບທະບຽນວິສາຫະກິດທີ່ຖືກຕ້ອງ. ຕ້ອງມີໃບທະບຽນອາກອນ ຫຼື ໃບຢັ້ງຢືນການເສຍອາກອນ ປະຈໍາປີ 2020 ຫຼື 2021. – ຕ້ອງມີໃບບິນອາກອນສະເພາະຂອງວິສາຫະກິດ. ຕ້ອງມີໃບອະນຸຍາດດໍາເນີນທຸລະກິດຂອງຂະແຫນງການທີ່ກ່ຽວຂ້ອງ, (ຖ້າມີ) ຕ້ອງມີແຜນວາດທີ່ຕັ້ງຂອງວິສາຫະກິດ, ທີ່ຢູ່, ເບີໂທ ຫຼື EThail. ຕ້ອງລະບຸບັນຕາເຄື່ອງຂອງ, ອຸປະກອນ ແລະ ສິນຄ້າ ຜະລິດຈາກປະເທດໃດ ຕາມລາຍການທີ່ກໍານົດຢູ່ໃນຕາຕະ ລາງ, ພ້ອມທັງສະຫຼຸບສັງລວມຕົວເລກທັງຫມົດຂອງແຕ່ລະລາຍການ ແລະ ຕົວເລກລວມຂອງແຕ່ລະຂໍ້ໃຫ້ຖືກ ຕ້ອງ ແລະ ຊັດເຈນ}, 17ໆສາຍການຕ້ອງໃສ່ສາຍາໃຫ້ຄົບຕາມຕາຕະລາງ (ລາຄາບໍ່ໃສ່ໃນຕາຕະລາງແມ່ນລວ. ອາກອນທັງຫມົດ), ຖ້າບໍ່ປະຕິບັດຕາມເງື່ອນໄຂທີ່ກ່າວມາຂ້າງເທິງ ຖືວ່າວິສາຫະກິດນັ້ນ ແມ່ນຖືກສະຫຼະສິດ ຈະບໍ່ພິຈາລະນາ

.
III ເງື່ອນໄຂມາດຖານ ແລະ ຄວາມພ້ອມຂອງວິສາຫະກິດ
– ວິສາຫະກິດຕ້ອງຕອບສະຫນອງວັດຖຸອຸປະກອນໃຫ້ຄູ່ສັນຍາ ຕາມກໍານົດເວລາທີ່ຕົກລົງກັນໄວ້ໃນສັນຍາ.
– ຕ້ອງເປັນວິສາຫະກິດທີ່ມີການເຄື່ອນໄຫວດໍາເນີນທຸລະກິດທີ່ມີປະສົບການຢ່າງຫນ້ອຍ 02 ປີ ຂຶ້ນໄປ.
ວິສາຫະກິດຕ້ອງມີວິຊາການ, ນາຍຊ່າງຂອງຕົນ ທີ່ມີປະສົບການໃນການຕິດຕັ້ງ, ສ້ອມແປງ ຢ່າງຫນ້ອຍ 02 ຄົນ
ຂຶ້ນໄປ.
IV ເງື່ອນໄຂການຊໍາລະສະສາງ
ການຊໍາລະສະສາງແມ່ນນໍາໃຊ້ຮ່ວງເງິນງົບປະມານ ປະຈໍາປີ 2022 ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ດ້ວຍລະບົບເງິນໂອນ (ປະຕິບັດຕາມລະບຽບຂອງກະຊວງການເງິນ) ຊຶ່ງການຊໍາລະແມ່ນໄດ້ຊໍາລະຫນີ້ສິນໃຫ້ຫົວ ຫມ່ວຍວິສາຫະກິດທິຊະນະການປະມູນ ປະຈໍາປີ 2021 ສໍາເລັດແລ້ວກ່ອນທັງຫມົດ ຈຶ່ງຊໍາລະຫນີ້ສິນຕາມມູນຄ່າ ລວມທັງຫມົດຂອງແຕ່ລະລາຍການ ໃຫ້ວິສາຫະກິດ ທີ່ຊະນະການປະມູນປະຈໍາປີ 2022 ໂດຍປະຕິບັດຕາມສັນ ຍາດີຕົກລົງຮ່ວມກັນ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາບໍລິສັດ ແລະ ຫົວຫນ່ວຍວິສາຫະກິດທີ່ມີຄວາມພ້ອມຕາມເງື່ອນໄຂ ແລະ ຈຸດປະສົງ ທີ່ກ່າວມາຂ້າງເທິງນີ້ດ້ວຍ.