ອົງການຢູນິເຊັບ ຢືນຢັນຄືນເຖິງຄວາມມຸ່ງໝັ້ນຕໍ່ການປັບປຸງຊີວິດການເປັນຢູ່ຂອງເດັກທຸກຄົນໃນ ສປປ ລາວ ໃນວັນຄົບຮອບ 75 ປີ ຂອງການສ້າງຕັ້ງອົງການ

170
A man in reading one of the leaflets distributed by provincial health officials when they visit a village to test salt for iodine content. Piat village, near the Boten salt factory, Luang Namtha Province.

ນະຄອນຫຼວງວຽງຈັນ ວັນທີ 17 ເດືອນທັນວາ ປີ 2021, ໃນປີ 1946 ອົງການຢູນິເຊັບ ໄດ້ຮັບການສ້າງຕັ້ງຂຶ້ນເພື່ອສະ ໜອງການບັນເທົາທຸກສຸກເສີນໃຫ້ແກ່ເດັກພາຍຫຼັງສົງຄາມໂລກຄັ້ງທີສອງ. 75 ປີຕໍ່ມາ ອົງການຢູນິເຊັບ ຍັງສືບຕໍ່ເຮັດວຽກຢ່າງບໍ່ອິດເມື່ອຍເພື່ອສິດທິ ແລະ ສະຫວັດດີພາບຂອງເດັກທຸກຄົນ.

 

ປະຫວັດສາດການເຮັດວຽກຂອງ ອົງການຢູນິເຊັບ ໃນ ສປປ ລາວ ເເມ່ນໄດ້ເລີ່ມຕົ້ນຂຶ້ນຢ່າງເປັນທາງການດ້ວຍການເປີດຫ້ອງການໃນປະເທດໃນປີ 1973. ນັບແຕ່ນັ້ນມາ ອົງການຢູນິເຊັບ ກໍໄດ້ເປັນແຖວໜ້າໃນການສົ່ງເສີມການພັດທະນາເສດຖະກິດ-ສັງຄົມໃນປະເທດດ້ວຍການສະໜອງການບໍລິການຂັ້ນພື້ນຖານໃຫ້ແກ່ເດັກ, ລວມທັງດ້ານສາທາລະນະສຸກ, ໂພຊະນາການ, ສຸຂາພິບານ, ການປົກປ້ອງ ແລະ ການສຶກສາ, ພ້ອມທັງໃຫ້ການສະໜັບສະໜູນໂຄງການບັນເທົາທຸກໄລຍະສັ້ນເຊັ່ນດຽວກັນ. ໃນປັດຈຸບັນນີ້ເກືອບ 50 ປີຜ່ານມາ, ອົງການຢູນິເຊັບ ກໍຍັງສືບຕໍ່ມີບົດບາດອັນສຳຄັນໃນການສະໜັບສະໜູນສະຫວັດດີພາບຂອງເດັກ ເເລະ ໄວໜຸ່ມທຸກຄົນໃນ ສປປ ລາວ.

ທ່ານນາງ ດຣ. ເພຍ ເຣເບລໂລ ບຣິດໂຕ ຜູ້ຕາງໜ້າ ອົງການຢູນີເຊັບ ປະຈຳ ສປປ ລາວ ກ່າວວ່າ: “ອົງການຢູນີເຊັບ ເເມ່ນໄດ້ຮັບການສ້າງຕັ້ງຂຶ້ນໃນຊ່ວງເວລາທີ່ໂລກພວມປະເຊີນກັບວິກິດອັນໃຫຍ່ຫຼວງ ແລະ 75 ປີຕໍ່ມາ ພວກເຮົາກໍໄດ້ປະສົບກັບວິກິດການອັນໃໝ່ອີກເຊິ່ງກໍຄື ການລະບາດຂອງພະຍາດ ໂຄວິດ-19 ທີ່ເປັນໄພຂົ່ມຂູ່ຕໍ່ຄວາມຄືບໜ້າທີ່ພວກເຮົາໄດ້ຕໍ່ສູ້ເພື່ອເດັກນ້ອຍລາວມາ ນັບຕັ້ງແຕ່ ອົງການຢູນີເຊັບ ໄດ້ເປີດຫ້ອງການປະຈຳ ສປປ ລາວ ຄຶນໃນປີ 1973. ດັ່ງນັ້ນ ການຄົບຮອບ 75 ປີຂອງອົງການພວກເຮົານັ້ນ ບໍ່ພຽງແຕ່ເປັນຊ່ວງເວລາເພື່ອຫວນຄືນເຖິງມູນເຊື້ອຂອງພວກເຮົາ, ແຕ່ຍັງເປັນໂອກາດເພື່ອຮຽກຮ້ອງໃຫ້ມີການເສີມສ້າງຄວາມເຂັ້ມເເຂງໃນການຈັດຕັ້ງປະຕິບັດວຽກງານຂະແໜງການຕ່າງໆ ແລະ ຢືນຢັນຄືນເຖິງຄວາມມຸ່ງໝັ້ນຂອງພວກເຮົາເພື່ອຊ່ວຍເຫຼືອເດັກ, ຄອບຄົວຂອງພວກເຂົາ ແລະ ລະບົບຕ່າງໆທີ່ພວກເຂົາເພິ່ງພາອາໄສເພື່ອຟື້ນຕົວຄືນໃໝ່ຈາກວິກິດການນີ້ໃຫ້ເຂັ້ມແຂງຂຶ້ນກວ່າເກົ່າ. ພວກເຮົາຈະສືບຕໍ່ສ້າງໝາກຜົນສໍາລັບເດັກທຸກຄົນ ແລະ ຮັບປະກັນບໍ່ໃຫ້ມີໃຜຖືກປ່ອຍປະໄວ້ຂ້າງຫຼັງ.”

ວັນຄົບຮອບ 75 ປີຂອງ ອົງການຢູນີເຊັບ ຍັງກົງກັບ ການເປີດໂຕແຜນງານການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການຢູນິເຊັບ ສົກປີ 2022-2026 ເຊັ່ນດຽວກັນ, ເຊິ່ງແມ່ນການສ້າງວິໄສທັດ ແລະ ເປົ້າໝາຍ ທີ່ສາມາດບັນລຸໄດ້ໃຫ້ກັບເດັກນ້ອຍລາວ ເເລະ ຈະເປັນຂອບວຽກຂອງການຮ່ວມມືໃໝ່ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ເເລະ ອົງການຢູນິເຊັບ ໃນຫ້າປີຂ້າງຫນ້າ. ວຽກງານຂອງ ອົງການຢູນີເຊັບ ກັບ ລັດຖະບານເເຫ່ງ ສປປ ລາວ ໃນຊຸມປີຕໍ່ໜ້າເເມ່ນຈະມີການຫັນປ່ຽນຫຼາຍຂຶ້ນເພື່ອສູມໃສ່ ຫຼັກການຄວາມສະເໝີພາບ ເພື່ອຮັບປະກັນບໍ່ໃຫ້ມີເດັກຜູ້ໃດຖືກປ່ອຍປະໄວ້ຂ້າງຫຼັງ, ການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຕ່າງໆເພື່ອປັບປຸງການບໍລິການທີ່ກ່ຽວຂ້ອງກັບເດັກໃຫ້ດີຂຶ້ນ, ເເລະ ການສ້າງໂອກາດໃຫ້ແກ່ເດັກ ແລະ ຊາວໜຸ່ມ ເພຶ່ອສາມາດປະກອບສ່ວນເຂົ້າໃນຂະບວນການຟື້ນຟູປະເທດລາວພາຍຫຼັງການແຜ່ລະບາດຂອງພະຍາດ ໂຄວິດ-19 ດ້ວຍການໃຫ້ບຸລິມະສິດຕໍ່ບັນຫາການປ່ຽນເເປງດິນຟ້າອາກາດ ເຊິ່ງຖືວ່າເປັນໜຶ່ງໃນບັນຫາອັນຮີບດ່ວນທີ່ສົ່ງຜົນກະທົບຕໍ່ສິດທິ ແລະ ສະຫວັດດີການຂອງຄົນລຸ້ນຕໍ່ໄປ.

Lat is 9 years old and is reading one of the leaflets distributed by provincial health officials when they visit a village to test salt for iodine content. Piat village, near the Boten salt factory, Luang Namtha Province.

ເພື່ອສະເຫຼີມສະຫຼອງການຄົບຮອບ 75 ປີຂອງ ອົງການຢູນີເຊັບ ໃນ ສປປ ລາວ ຈະມີກິດຈະກໍາຕ່າງໆເພື່ອລຳນຶກເຖິງປະຫວັດສາດ ແລະ ຄິດເຖິງອະນາຄົດຂອງອົງການ ໂດຍຈະເລີ່ມຕົ້ນດ້ວຍການລວບລວມ ເເລະ ເຜີຍແຜ່ເລື່ອງລາວປະຫວັດສາດຂອງອົງການໃນ ສປປ ລາວ ຜ່ານສາຍຕາຂອງບັນດາອະດີດຜູ້ຕາງໝ້າ ເເລະ ພະນັກງານອາວຸໂສ ຂອງອົງການຢູນີເຊັບ ໃນ ສປປ ລາວ ຫຼາຍໆທ່ານ. ນອກນັ້ນ ອົງການຢູນີເຊັບ ປະຈໍາ ສປປ ລາວ ກໍໄດ້ມີສ່ວນຮ່ວມໃນໂຄງການຂໍ້ລິເລີ່ມລະດັບພາກພື້ນ – ໂຄງການພູມປັນຍາ (Wisdom Project) -ເຊິ່ງຈະລວບລວມເອົາບັນດາຮູບພາບບົດເລື່ອງກ່ຽວກັບການແບ່ງປັນພູມປັນຍາຈາກລຸ້ນອາວຸໂສ ເຖິງ ໄວໜຸ່ມ. ການສະເຫຼີມສະຫຼອງຄົບຮອບ 75 ປີ ຂອງ ອົງການຢູນີເຊັບ ໃນ ສປປ ລາວ ຈະສິ້ນສຸດດ້ວຍງານ ‘ສຽງຊາວໜຸ່ມລາວ’ ເຊິ່ງເປັນການນໍາສະເໜີມຸມມອງຂອງຊາວໜຸ່ມລາວໃນຫົວຂໍ້ຕ່າງໆທີ່ມີຄວາາມສຳຄັນທີ່ສຸດຕໍ່ພວກເຂົາ, ນັບແຕ່ເລື່ອງສຸຂະພາບຈິດຈົນເຖິງບັນຫາການປ່ຽນແປງຂອງດິນຟ້າອາກາດ. ງານດັ່ງກ່າວນີ໊ເເມ່ນຈະຈັດຂຶ້ນໃນເດືອນມັງກອນ 2022 ໂດຍ ອົງການຢູນີເຊັບ ພ້ອມການເປັນຄູ່ຮ່ວມງານໂດຍ ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ມະຫາວິທະຍາໄລແຫ່ງຊາດ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ, ອົງການຊາຍຟັນ (ChildFund) ແລະ Global Shapers.