ພົບຜູ້ຕິດເຊື້ອໂຄວິດໃໝ່ ທັງໝົດ 1.358 ຄົນ, ນະຄອນຫຼວງ 705 ຄົນ

158

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 14 ທັນວາ 2021 ວ່າ ໃນວັນທີ 13 ທັນວາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 6.068 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 1.358 ຄົນ (ຕິດເຊື້ອພາຍໃນ ມີ 1.357 ຄົນ ແລະ ຕິດເຊື້ອນໍາເຂົ້າ 01 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 1.357 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ເຊິ່ງຈະລຽງລຳດັບແຕ່ແຂວງຫຼາຍຫາໜ້ອຍມີລາຍລະອຽດ ດັ່ງນີ້:

ນະຄອນຫຼວງ 705 ຄົນ ໃນ 9 ເມືອງ, ຫຼວງນໍ້າທາ ມີ 110 ຄົນ ໃນ 4 ເມືອງ, ແຂວງວຽງຈັນ ມີ 101 ຄົນ ໃນ 10 ເມືອງ, ບໍ່ແກ້ວ ມີ 78 ຄົນ ໃນ 2 ເມືອງ, ຫຼວງພະບາງ ມີ 71 ຄົນ ໃນ 7 ເມືອງ, ອຸດົມໄຊ ມີ 71 ຄົນ ໃນ 5 ເມືອງ, ຄຳມ່ວນ ມີ 45 ຄົນ ໃນ 4 ເມືອງ, ໄຊຍະບູລີ ມີ 35 ຄົນ ໃນ 4 ເມືອງ, ໄຊສົມບູນ ມີ 27 ຄົນ ໃນ 3 ເມືອງ


ສະຫວັນນະເຂດ ມີ 25 ຄົນ ໃນ 4 ເມືອງ, ຊຽງຂວາງ ມີ 19 ຄົນ ໃນ 3 ເມືອງ, ຈຳປາສັກ ມີ 18 ຄົນ ໃນ 5 ເມືອງ, ຫົວພັນ ມີ 16 ຄົນ ໃນ 1 ເມືອງ, ບໍລິຄຳໄຊ ມີ 15 ຄົນ ໃນ 3 ເມືອງ, ສາລະວັນ ມີ 9 ຄົນ ໃນ 2 ເມືອງ, ເຊກອງ ມີ 8 ຄົນ ໃນ 3 ເມືອງ, ອັດຕະປື ມີ 3 ຄົນ ໃນ 2 ເມືອງ ແລະ ຜົ້ງສາລີ ມີ 1 ຄົນ ໃນ 1 ເມືອງ


ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນມີ 1 ຄົນ ຈາກແຂວງສະຫວັນນະເຂດໄດ້ເຂົ້າຈຳກັດຢູ່ສູນຈຳກັດບໍລິເວນ ກ່ອນກວດພົບເຊື້ອ ແລະ ສົ່ງໄປປີ່ນປົວຢູ່ຕາມສະຖານທີ່ປີ່ນປົວທີ່ກຳນົດໄວ້.

.
ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 91.816 ກໍລະນີ, ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້ 429 ຄົນ, ກໍາລັງປິ່ນປົວ 12.143 ຄົນ ແລະ ເສຍຊີວິດສະສົມທັງໝົດ 250 ຄົນ.