12 ທັນວາ ຕິດເຊື້ອພາຍໃນມໍທັງໝົດ ພົບໃໝ່ອີກ 1.274 ຄົນ, ນະຄອນຫຼວງວຽງຈັນ 809 ຄົນ

332

ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານ ຕົວເລກການຕິດເຊື້ອພະຍາດ ໂຄວິດ-19 ວ່າ ໃນວັນທີ 11 ທັນວາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 4.638 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 1.274 ຄົນ


ເຮັດໃຫ້ຕົວເລກຜູ້ຕິດເຊຶ້ອ ພະຍາດໂຄວີດ 19 ສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 89.320 ຄົນ, ເສຍຊີວິດສະສົມ 247 ຄົນ (ໃນນີ້ເສຍຊີວິດໃໝ່ 11 ຄົນ), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 674 ຄົນ, ກໍາລັງປິ່ນປົວ 12.231 ຄົນ(ແມ່ນ 13.69 % ແລະ ທີ່ຜູ້ປິ່ນປົວຫາຍດີແລ້ວ ແມ່ນມີເຖິງ 86.31% ຂອງຈຳນວນຜູ້ຕິດເຊື້ອສະສົມທັງໝົດ.)
ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 1.274 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ເຊິ່ງຈະລຽງລຳດັບແຕ່ແຂວງຫຼາຍຫາໜ້ອຍມີລາຍລະອຽດ ດັ່ງນີ້:


ນະຄອນຫຼວງ 809 ຄົນ ໃນ 198 ບ້ານ ແລະ 8 ເມືອງ ຕ່າງແຂວງ ຫຼວງພະບາງ ມີ 131 ຄົນ, ບໍ່ແກ້ວ ມີ 59 ຄົນ, ຜົ້ງສາລີ ມີ 50 ຄົນ, ແຂວງວຽງຈັນ ມີ 48 ຄົນ, ອຸດົມໄຊ ມີ 46 ຄົນ, ຈຳປາສັກ ມີ 31 ຄົນ, ສະຫວັນນະເຂດ ມີ 20 ຄົນ, ໄຊຍະບູລີ ມີ 15 ຄົນ


ຫຼວງນໍ້າທາ ມີ 14 ຄົນ, ບໍລິຄຳໄຊ ມີ 10 ຄົນ, ເຊກອງ ມີ 10 ຄົນ, ໄຊສົມບູນ ມີ 9 ຄົນ, ສາລະວັນ ມີ 6 ຄົນ, ຊຽງຂວາງ ມີ 5 ຄົນ, ຄຳມ່ວນ ມີ 5 ຄົນ, ຫົວພັນ ມີ 4 ຄົນ ແລະ ອັດຕະປື ມີ 2 ຄົນ
ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນບໍ່ມີ