ກະຊວງການເງິນປ່ຽນໂລໂກ້ ກະຊວງການເງິນໃໝ່ ມີຄວາມໝາຍຕາມນີ້

231

ກະຊວງການເງິນອອກຂໍ້ຕົກລົງຮັບຮອງເອົາເຄື່ອງໝາຍ ໂລໂກ້ ສະບັບເລກທີ 2858/ກງ, ລົງວັນທີ 07 ກໍລະກົດ 2021 ສຳລັບແຈ້ງການຂອບເຂດສິດຂອງການນຳໃຊ້ໂລໂກ້ກະຊວງການເງິນແມ່ນຈະແຈ້ງການພາຍຫລັງ


ຕອນນີ້ເຮົາມາເບິ່ງຄວາມໝາຍແລະຮູບແບບເຄື່ອງໝາຍ ຂອງໂລໂກ້ໄດ້ຂ້າງລຸ່ມນີ້
ມາດຕາ 1. ເຫັນດີຮັບຮອງເອົາຄວາມຫມາຍ ແລະ ຮູບແບບເຄື່ອງຫມາຍ (ໂລໂກ້) ຂອງກະຊວງການເງິນ ດັ່ງນີ້
1) ຮູບທຸງຊາດລາວ ຫມາຍເຖິງ ປະເທດລາວ;
2) ຮູບວົງກົມສິຄໍາອ້ອມຮອບ ຫມາຍເຖິງ ຍຸດທະສາດດ້ານການເງິນ;


3) ຮູບຮວງເຂົ້າ ຫມາຍເຖິງ ກໍາລັງແຮງໃນການຜະລິດກະສິກໍາ;
4) ຟື້ນສີເງິນ ຫມາຍເຖິງ ການຮ່ວມມືດ້ານການເງິນ ກັບພາກພື້ນ ແລະ
ສາກົນ;
5) ຮູບຂັ້ນເງິນ ແລະ ກ້ອນຄໍາ ຫມາຍເຖິງ ຄວາມຮຸ່ງເຮືອງ, ອຸດົມສົມບູນທາງດ້ານວັດຖຸມີຄ່າຕ່າງໆ ໃນການພັດທະນາພື້ນຖານໂຄງລ່າງ ເສດຖະກິດ;


6) ຮູບສີຄໍາຄ້າຍຄືແຄນ ຫມາຍເຖິງ ຄວາມໂປ່ງໃສທາງດ້ານການເງິນ;
7) ຮູບກົງຈັກສີຄໍາ ຫມາຍເຖິງ ຄວາມເຂັ້ມແຂງຂອງກົງຈັກການຈັດຕັ້ງ ຄວາມທັນສະໄຫມຂອງລະບົບການເງິນ;
8) ພື້ນສີແດງ ຫມາຍເຖິງ ຄວາມເຂັ້ມແຂງທາງດ້ານການເງິນ;

.
9) ຮູບເຂັມໂມງ ຫມາຍເຖິງ ການຫມູນວຽນເງິນໃນລະບົບເສດຖະກິດ.
ມາດຕາ 2 ມອບໃຫ້ຫ້ອງການກະຊວງ, ບັນດາກົມ, ສະຖາບັນ, ລັດວິສາຫະກິດ ອ້ອມຂ້າງກະຊວງການເງິນ
ແລະ ພາກສ່ວນທີ່ກ່ຽວຂ້ອງຈົ່ງຮັບຮູ້ ແລະ ປະຕິບັດຂໍ້ຕົກລົງສະບັບນີ້ ຢ່າງເຂັ້ມງວດ.

.
ມາດຕາ 3 ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ວັນທີລົງລາຍເຊັນ ເປັນຕົ້ນໄປ.