ສະເເລ່ຍ ມື້ໜຶ່ງມີຄົນໄປຊື້ປີ້ລົດໄຟລາວ 1000 ກວ່າຄົນ

178

ນັບແຕ່ວັນທີ 4 ທັນວາເປັນຕົ້ນມາຄືເປັນມື້ຂອງມວນຊົນ ໃນການໃຊ້ບໍລິການລົດໄຟ-ຈີນ ແລະຕະຫຼອດໄປກໍ່ເປັນປະຊາຊົນໃນການຊົມໃຊ້ໃຫ້ເກີດປະໂຫຍດສູງສຸດແກ່ການພັດທະນາເສດຖະກິດຂອງຊາດ ແລະຄອບຄົວຕໍ່ໄປ ເຊິ່ງເຫັນວ່າລົດໄຟແມ່ນໄດ້ຮັບຄວາມສົນໃຈພໍສົມຄວນ ຈາກປະຊາຊົນເຖິງແມ່ນວ່າໄລຍະນີ້ຈະເປີດບໍລິການພຽງໃນປະເທດກໍ່ຕາມ ແຕ່ໃນໄລຍະ 5 ວັນຜ່ານມາມີຜູ້ມາຊື້ປີ້ລົດໄຟລາວ-ຈີນເຖິງ 5.512 ເທື່ອຄົນ.

ສຳນັກຂ່າວວິທະຍຸສາກົນແຫ່ງປະເທດຈີນລາຍລາຍໂດຍອ້າງອີງການໃຫ້ສຳພາດຂອງ ທ່ານ ນາງຈູ່ຫຍິງຫົງ ຫົວໜ້າສະຖານີນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ພາຍຫຼັງເປີດນໍາໃຊ້ລົດໄຟລາວ-ຈີນໃນວັນທີ 4 ທັນວາເຖິງປັດຈຸບັນນີ້ມີຜູ້ໂດຍສານທັງຄົນລາວ ແລະຕ່າງປະເທດມາໃຊ້ບໍລິການແລ້ວ 5.512 ເທື່ອຄົນ ແລະຜູ້ໂດຍສານຍັງສືບຕໍ່ມາໃຊ້ບໍລິການຫຼາຍຂຶ້ນເລື້ອຍໆ.

ທ່ານຫົວໜ້າສະຖານີກ່າວອີກວ່າ: ພະນັກງານຢູ່ສະຖານີນະຄອນຫຼວງວຽງຈັນມີຄົນລາວທັງໝົດ 51 ຄົນ ເຊິງໄດ້ແບ່ງໜ້າວຽກກັນຫຼາຍໜ້າທີ່ ເຫັນວ່າພວກເຂົາສາມາດເຮັດຫຼ້ອນໜ້າທີ່ ແລະມີລະດັບວິຊາການພຽງພໍທີ່ຈະຕອບສະໜອງຄວາມຕ້ອງການໄດ້ ເຊິ່ງເປັນສິ່ງທີ່ໜ້າພູມໃຈຫຼາຍ.

ເວົ້າເລື່ອງລົດໄຟມາ ຫຼາຍຄົນວ່າລາຄາປີ້ແພງເກີນໄປ ທຽບໃສ່ປີ້ຍົນທຽບກັບລົດເມຫຼາຍໆຢ່າງ ແຕ່ຢ່າລືມວ່າລົດໄຟເກີດຂຶ້ນແມ່ນເປັນການເພີ່ມທາງເລືອກໃຫ້ນອກຈາກທາງລົດ ແລະຍົນທີ່ພວກເຮົາໃຊ້ກັນມາຫຼາຍປີ ຜູ້ສະດວກຂີ່ລົດໄຟກໍ່ຂຶ້ນລົດໄຟ ຫຼື ເຫັນວ່າຊ່ອງທາງອື່ນເໝາະສົມກວ່າກໍ່ເລືອກເສັ້ນນັ້ນ ບໍ່ຕ່າງກັບທາງທຳມະດາ ແລະທາງດ່ວນໄປທາງໃດກໍ່ຮອດຈຸດໝາຍປາຍທາງທັງໝົດຂຶ້ນກັບເຮົາຈະຫັນໜ້າທາງສູ່ເສັ້ນໃດເທົ່ານັ້ນເອງ.

ອີກຄັ້ງໜຶ່ງກ່ອນຈະວາງແຜນໄປຂຶ້ນລົດໄຟ ຢ່າລືມໃບສັກວັກຊິນປ້ອງກັນໂຄວິດ, ຜົນກວດໂຄວິດພາຍໃນ 72 ຊົ່ວໂມງ, ບັດປະຈຳຕົວຫຼື ພັດສະປອດເພື່ອຢືນຢັນຕົວຕົນໃນການຊື້ປີ້ ແລະຍັງມີລາຍລະອຽດຫຼາຍຢ່າງໃຫ້ເຮົາໄດ້ຮຽນຮູ້ ຕ້ອງສືກສາໄປເລື້ອຍ ສຳລັບການໃຊ້ບໍລິການລົດໄຟ.