ພົບຜູ້ຕິດເຊື້ອໃໝ່ 1.209 ຄົນ, ນະຄອນຫຼວງວຽງຈັນ 687 ຄົນ

146

ມື້ນີ້ 8 ທັນວາ 2021 ພົບຜູ້ຕິດເຊື້ອໂຄວິດໃໝ່ 1.209 ຄົນ ພາຍໃນໝົດ, ເສຍຊີວິດ 5 ຄົນ ທ່ານ ດຣ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ


ລາຍງານ ສະພາບການລະບາດຂອງພະຍາດ 19 ວ່າ ວັນທີ 07 ທັນວາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 10.593 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 1.209 ຄົນ (ຕິດເຊື້ອພາຍໃນ ມີ 1.209 ຄົນ ແລະ ຕິດເຊື້ອນໍາເຂົ້າ 0 ຄົນ).


ໃນນັ້ນນະຄອນຫຼວງ 687 ຄົນ ໃນ 194 ບ້ານ ແລະ 9 ເມືອງ2, ບໍ່ແກ້ວ ມີ 80 ຄົນ ໃນ 25 ບ້ານ ແລະ 2 ເມືອງ, ຫຼວງນໍ້າທາ ມີ 75 ຄົນ ໃນ 36 ບ້ານ ແລະ 4 ເມືອງ, ອຸດົມໄຊ ມີ 60 ຄົນ ໃນ 21 ບ້ານ ແລະ 4 ເມືອງ, ຫຼວງພະບາງ ມີ 54 ຄົນ ໃນ 22 ບ້ານ ແລະ 3 ເມືອງ


ສະຫວັນນະເຂດ ມີ 41 ຄົນ ໃນ 19 ບ້ານ ແລະ 5 ເມືອງ, ຈຳປາສັກ ມີ 41 ຄົນ ໃນ 25 ບ້ານ ແລະ 5 ເມືອງ, ແຂວງວຽງຈັນ ມີ 36 ຄົນ ໃນ 24 ບ້ານ ແລະ 7 ເມືອງ, ໄຊຍະບູລີ ມີ 29 ຄົນ ໃນ 10 ບ້ານ ແລະ 4 ເມືອງ, ໄຊສົມບູນ ມີ 22 ຄົນ ໃນ 2 ບ້ານ ແລະ 2 ເມືອງ


ບໍລິຄຳໄຊ ມີ 22 ຄົນ ໃນ 10 ບ້ານ ແລະ 5 ເມືອງ, ເຊກອງ ມີ 19 ຄົນ ໃນ 6 ບ້ານ ແລະ 3 ເມືອງ, ຊຽງຂວາງ ມີ 9 ຄົນ ໃນ 6 ບ້ານ ແລະ 2 ເມືອງ, ສາລະວັນ ມີ 7 ຄົນ ໃນ 4 ບ້ານ ແລະ 2 ເມືອງ, ຫົວພັນ ມີ 7 ຄົນ ໃນ 6 ບ້ານ ແລະ 4 ເມືອງ
ຄຳມ່ວນ ມີ 7 ຄົນ ໃນ 5 ບ້ານ ແລະ 3 ເມືອງ, ຜົ້ງສາລີ ມີ 8 ຄົນ ໃນ 3 ບ້ານ ແລະ 3 ເມືອງ ແລະ ອັດຕະປື ມີ 5 ຄົນ ໃນ 4 ບ້ານ ແລະ 2 ເມືອງ


ມາຮອດວັນທີ 08 ທັນວາ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 83.291 ຄົນ, ເສຍຊີວິດສະສົມ 219 ຄົນ (ໃໝ່ 05), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 488 ຄົນ, ກໍາລັງປິ່ນປົວ 12.100 ຄົນ.