ເຢຍລະມັນ ຫ້າມຜູ້ບໍ່ສັກວັກຊີນຮ່ວມກິດຈະກຳທີ່ສາທາລະນະ

205

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ທັນວາ 2021 ວ່າ ທ່ານ ນາງ ອັງເກີລາ ແມເຄີ້ລ ນາຍົກລັດຖະມົນຕີເຢຍລະມັນ ແລະ ທ່ານ ໂອ ລາຟ ໂຊລ ວ່າທີ່ນາຍົກລັດຖະມົນຕີຂອງເຢຍລະມັນໄດ້ຮ່ວມກັນຖະແຫຼງວ່າ: ລັດຖະບານກາງໄດ້ບັນລຸຂໍ້ຕົກລົງກັບລັດຖະບານທ້ອງຖິ່ນ ຍົກລະດັບມາດຕະການຄວບຄຸມທາງສັງຄົມ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດຮອບໃໝ່ ໂດຍມາດຕະການທີ່ເຂັ້ມງວດຄັ້ງນີ້ ຈະເນັ້ນໃສ່ຜູ້ທີ່ຍັງບໍ່ທັນໄດ້ສັກວັກຊີນ ຈະບໍ່ສາມາດເຂົ້າໄປໃຊ້ບໍລິການທີ່ສາທາລະນະທຸກປະເພດ, ຍົກເວັ້ນຮ້ານຂາຍເຄື່ອງຍ່ອຍ, ຊູເປີມາເກັດ ແລະ ຮ້ານຂາຍຢາ,ນອກຈາກນີ້ ຍັງບັງຂັບໃຫ້ໃສ່ຜ້າອັດປາກ-ດັງໃນສະຖານການສຶກສາ, ການຈຳກັດການລວມຕົວຂອງປະຊາຊົນໃນພື້ນທີ່ສາທາລະນະ, ປິດຮ້ານບັນເທີງໃນເຂດທີ່ມີອັດຕາການຕິດເຊື້ອສູງກວ່າ 350 ຄົນຕໍ່ປະຊາກອນ 100.000 ຄົນ ແລະ ມາດຕະການບັງຂັບໃຫ້ສັກວັກຊີນປ້ອງກັນໂຄວິດ ໃນຕົ້ນປີໜ້າ.

ທັງນີ້ ເຊື້ອກາຍພັນໂອໄມຄຣອນ ກຳລັງເຮັດໃຫ້ສະຖານະການການແຜ່ລະບາດໃນເຢຍລະມັນຮຸນແຮງຂຶ້ນ ໂດຍມີອັດຕາການຕິດເຊື້ອຢູ່ທີ່ 60-70 ພັນຄົນ/ວັນ. ມາຮອດປັດຈຸບັນເຢຍລະມັນສາມາດສັກວັກຊີນໃຫ້ປະຊາຊົນແລ້ວປະມານ 68% ຂອງຈຳນວນປະຊາກອນທັງໝົດ ເຊິ່ງເປັນ 1 ໃນປະເທດທີ່ມີອັດຕາການສັກວັກຊີນຕ່ຳໃນເອີຣົບ.