ບິລລີ ຮ່ວມຊ້ອມຄັ້ງທໍາອິດກັບ ທີມຊາດລາວ ຊຸດໃຫຍ່ ທີ່ສິງກະໂປ

695

ບິລລີ ເກດແກ້ວພົມພອນ ນັກເຕະຊາວຝຣັ່ງເຊື້ອສາຍລາວ ຮ່ວມຊ້ອມກັບທີມຊາດລາວ ຊຸດໃຫຍ່ ຄັ້ງທໍາອິດ ໃນຕອນແລງຂອງວັນທີ 2 ທັນວາ 2021 ທີ່ປະເທດສິງກະໂປ ກ່ອນລຸຍການແຂ່ງຂັນບານເຕະ AFF SUZUKI CUP 2020 ລະຫວ່າງວັນທີ 5 ທັນວາ 2021 – 1 ມັງກອນ 2021.

ສໍາລັບ ທີມຊາດລາວ ຊຸດໃຫຍ່ ທາງຮອດໄປສິງກະໂປ ໃນວັນທີ 1 ທັນວາ 2021 ເຊັ່ນດຽວກັບ 3 ນັກເຕະຈາກໄທລີກ ຢ່າງ ສຸກອາພອນ ວົງຈຽງຄຳ ຈາກ ອຸດອນທານີ ເອັຟຊີ ໃນໄທລີກ 2, ພຸດທະໄຊ ໂຄຈະເລີນ ຈາກສະໝຸດປະການ ຊິຕີ້ ເອັຟຊີ ໃນໄທລີກ 1 ແລະ ມິດສະດາ ສາຍໃຕ້ຟ້າ ຈາກສະຕູນ ຢູໄນເຕັດ ໃນ ໄທລີກ 3 ກ່ອນທີ່ຈະໄດ້ລົງຊ້ອມພ້ອມໜ້າພ້ອມຕາກັນໃນຕອນແລງວັນທີ 2 ທັນວາ 2021.

ຕາຕະລາງແຂ່ງຂັນຂອງ ທີມຊາດລາວ ໃນ AFF SUZUKI CUP 2020 ມີດັ່ງນີ້:
-ວັນທີ 6 ທັນວາ 2021 ເວລາ 19:30 ໂມງ ທີມຊາດລາວ ພົບ ຫວຽດນາມ
-ວັນທີ 9 ທັນວາ 2021 ເວລາ 16:30 ໂມງ ທີມຊາດລາວ ພົບ ມາເລເຊຍ
-ວັນທີ 12 ທັນວາ 2021 ເວລາ 16:30 ໂມງ ທີມຊາດລາວ ພົບ ອິນໂດເນເຊຍ
-ວັນທີ 15 ທັນວາ 2021 ເວລາ 16:30 ໂມງ ທີມຊາດລາວ ພົບ ກຳປູເຈຍ

ຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວ