ຫລໍ່ແຖມໃຈບຸນ ໂກວິດ ມຸ່ຍອຸດົມເດດ ຈາກເວທີ Mister Laos Mister International Laos

788

ທັງຫລໍ່ ທັງໃຈບຸນ ງາມທັງກາຍ ແລະ ຈິດໃຈເລີຍ ສໍາລັບຫລໍ່ຄົນນີ້ ທີ່ສໍາຄັັນຍັງເປັນໂຕເກງໃນເວທີປະກວດຊາຍງາມ Mister Laos Mister International Laos  ອີກດ້ວຍ ສໍາລັບຫນຸ່ມ ໂກວິດ ມຸ່ຍອຸດົມເດດ ຫລື ເເບ້ງ ຜູ້ເຂົ້າປະກວດຈາກເວທີ Mister Laos International Laos 2021ນີ້ເອງ, ຫນຶ່ງເຫດຜົນທີ່ຄົນເລືອກທີ່ຈະເຊຍຫນຸ່ມຄົນນີ້ຍ້ອນຄວາມມີນໍ້າໃຈມັກໃນການຊ່ວຍເຫລືອສັງຄົມແລ້ວ ຍັງເປັນຄົນທີ່ມີວິໄນໃນການປ່ຽນແປງຕົນເອງ ຈາກທີ່ເຄີຍເປັນຫນຸ່ມທີ່ຕຸ້ຍ ຮຸ່ນບໍ່ດີຈົນມີຄົນເວົ້າໃຫ້ບໍ່ດີ ແຕ່ຕອນນີ້ເພິ່ນຫັນມາເບິ່ງແຍງຕົນເອງກັບມາຮຸ່ນດີ ແລະ ແຟນໆຊາຍງາມເຊຍໜັກໃຫ້ໄດ້ຕໍາແຫນ່ງໃນປີນີ້.

ແລະ ລ່າສຸດນນີ້ຫນຸ່ມແບ້ງພ້ອມດ້ວຍຊາຍງາມອີກສອງຄົນໄດ້ກໍ່ໄດ້ຈັດກິດຈະກໍາໃນການຊ່ວຍເຫລືອສັງຄົນໂດຍການນໍາເອົາເຄື່ອງນຸ່ງຫົ່ມໄປບໍລິຈາກໃຫ້ນ້ອງໆຢູ່ທີ່ເຂດຊານເມືອງ ເຊິ່ງກໍເປັນອີກມຸມຫນຶ່ງທີ່ຫນ້າປະທັບໃຈທີ່ສຸດເລີຍສໍາລັບຫນຸ່ມຄົນນີ້

ຫນຸ່ມແບ້ງ ເຄີຍຜ່ານເວທີປະກວດ ມາເຖິງ 2ເວທີດ້ວຍກັນ ໃນປີ 2015 ເວທີ LSM ແມ່ນໄດ້ເຂົ້າເຖິງ top 10 ຈາກເວທີນັ້ນ ແລະ ໃນປີ 2016 ຕໍ່ມາ ກໍໄດ້ເຂົ້າຮ່ວມປະກວດຂວັນໃຈສາວໆ ຂອງວາລະສານຂວັນໃຈ ແລະ ບໍ່ພຽງແຕ່ເທົ່ານັ້ນ ໃນປີ 2017 ແມ່ນໄດ້ຖ່າຍແບບ ສາມສິບໜຸ່ມຮ໋ອດວຽງຈັນ ຖືໄດ້ວ່າ ປະສົບການໃນວົງການບັນເທີງບໍ່ຫນ້ອຍເລີຍ

ແບ້ງ ເວົ້າວ່າ ສິ່ງຫນຶ່ງທີ່ເຮັດໃຫ້ຢາກເຂົ້າຮ່ວມ ໃນການປະກວດຄັ້ງນີ້ ແມ່ນຢາກໃຫ້ຮູ້ວ່າ ຄົນລາວເຮົາກໍເປັນປະເທດທີ່ບໍ່ນ້ອຍຫນ້າມີຄວາມຮູ້ ຄວາມສາມາດ ທາງດ້ານການການສະເເດງອອກເຫມືອນດັ່ງຫລາຍໆປະເທດເຊັ່ນກັນ ສະນັ້ນ ຈຶ່ງເຮັດໃຫ້ເປັນອີກຫນຶ່ງເຫດຜົນທີ່ເຂົ້າຮ່ວມປະກວດ ເພື່ອສື່ໃຫ້ສາກົນ ຫລື ຕ່າງປະເທດໄດ້ເຫັນໃນຄວາມສາມາດ ແລະ ວັດທະນະທຳອັນດີງາມຕ່າງໆປະເທດເຮົາໃຫ້ຫຼາຍຂຶ້ນ.

ສິ່ງທີ່ເປັນຈຸດເດັ່ນທີ່ ແບ້ງມີ ຄິດວ່າ ຈະແມ່ນການກ້າສະເເດງອອກ ເເລະ ຄວາມມີອັດທະຍາໄສທີ່ດີເປັນມິດ ເຂົ້າກັບຄົນໄດ້ງ່າຍ  ແລະ ສິ່ງດັ່ງກ່າວນີ້ ແບ້ງຄິດວ່າຈະສາມມາດເອົາຊະນະໃຈທຸກຄົນ ແລະ ຄະນະກໍາມະການໄດ້ ແລະ ກໍມີຄຳຄົມປະຈຳໃຈຢູ່ວ່າ “ ບໍ່ມີຫຍັງທີ່ເຮັດບໍ່ໄດ້”

ສໍາລັບການກຽມຕົວ ກ່ອນເຂົ້າປະກວດ ແມ່ນກຽມທຸກຢ່າງເທົ່າທີ່ເຮັດໄດ້ເຊັ່ນການເດີນແບບ ການໂພສທ່າຕ່າງໆ ພ້ອມກັບການມີຄວາມຫມັ້ນໃຈທີ່ເປັນສີ່ງສໍາຄັນໃນການເຂົ້າຮ່ວມປະກວດບໍ່ວ່າເວທີໃດ ກໍຕາມ ເພາະການກ້າສະແດງອອກ ຫມັ້ນໃຈ ຈະເປັນສິ່ງທີ່ສື່ເຖິງຜູ້ຊົມ ໃຫ້ເຊື່ອໃຫ້ສິ່ງທີ່ເຮົາກໍາລັງເຮັດຢູ່ໄດ້ສ່ວນໃຫຍ່ ກິດຈະກໍາຍາມວ່າງ ແມ່ນມັກການເດີນທາງ ເເລະ ການທ່ອງທ່ຽວ ໃນເຊີງທໍາມະຊາດ, ການຜະຈົນໄພ, ການເເຂ່ງຂັນກິລາ ແລະ ຫລີ້ນ ກິລາຫລາຍປະເພດ ສຸກທ້າຍນີ້ ກໍຂໍຝາກຕິດຕາມ ການເຄື່ອນໄຫວ ແລະ ຜົນງານຕ່າງໆ ຂອງແບ້ງໄດ້ ຜ່ານທາງ ເຟສບຸກ Bank oudomdeth ແລະ IG Bank_oudomdeth.

ຮູບ: Bank oudomdeth