“ ໂອກາດ ມີໄວ້ໃຫ້ສໍາລັບຄົນທີ່ພ້ອມສະເໝີ” ເກ໋ ເກສອນ MUL 044

997

ປ່ຽນຈາກສາວງາມສາຍຈັບແປງແຕ່ງຫນ້າ ມາເປັນສາວງາມສູ່ການຊີງມຸງກຸດ ແຫ່ງເວທີຈັກກະວານ Miss Universe Laos 2021  ມາລຸ້ນ ແລະ ເຊຍໃຫ້ກໍາລັງໃຈໄປພ້ອມກັນ ແລະ ທໍາຄວາມຮູ້ຈັກກັບສາວງາມຄົນນີ້ໃຫ້ຫລາຍຂຶ້ນ ວ່າມີທັດສະນະຄະຕິ ແລະ ຄວາມຄິດແບບໃດ ເກສອນ ເລື່ອງຖີ່ ຫລື ເກ໋ MUL 044 ປັດຈຸບັນ ອາຍຸ 25ປີ ຈາກນະຄອນຫລວງວຽງຈັນ, ຈົບການສືກສາຈາກສະຖາບັນຣັດຕະນະ ບໍລິຫານທຸລະກິດ ແລະ ຕອນນີ້ແມ່ນມີອາຊີບເປັນຊ່າງແຕ່ງຫນ້າ ແລະ ເປີດຮ້ານເສີມສວຍເປັນຂອງຕົນເອງທີ່ມີ ຊື່ຮ້ານວ່າ (Hair World Laos By shiseido)  ແລະ ໃນເວລາວ່າງມັກເຮັດກິດຈະກຳຕັດຜົມຟຣີຊ່ວຍເຫລືອສັງຄົມອີກດ້ວຍ.

ນ້ອງເກ໋ໄດ້ໃຫ້ສໍາພາດວ່າ: ສຳລັບໂຄງການປະກວດ Miss Universe Laos 2021 ນີ້ຖືວ່າເປັນການເຂົ້າຮ່ວມຄັ້ງທຳອິດຂອງນ້ອງເລີຍ ແລະ ນ້ອງກໍມີຄວາມໃຝ່ຝັນຄື ຢາກເປັນ1 ໃນສາວລາວທີ່ໄດ້ຮັບໂອກາດ ເພື່ອຈະສະແດງຄວາມສາມາດ, ທັດສະນະຄະຕິ ແລະ ການເປັນຕົວແທນໃນການເຜີຍແຜ່ ປະເພນີ ແລະ ວັດທະນະທຳ ຄວາມເປັນລາວໃຫ້ຄົນທົ່ວໂລກໄດ້ຮັບຮູ້.


ສໍາລັບ ທາງດ້ານວົງການບັນເທີງ ໂດຍສ່ວນຕົວແລ້ວມັກຮັກໃນການສະແດງ ແລະ ຜົນງານທີ່ຜ່ານມາກໍມີຢ່າງຫລາກຫລາຍ ສ່ວນໃຫຍ່ແມ່ນການສະແດງເປັນນາງເອກເອັມວີຂອງທາງລາວ ແລະ ໄທ ຜົນງານທາງລາວເຮົາກໍຄື: ເພງຂອງອ້າຍພູເພັດ ຄຳໄພວົງຊື່ເພງ:  ”ເຫັນໜ້າກະມີແຮງ” ແລະ ຂອງທາງໄທກໍຄື ຜົນງານເພງຂອງເອື້ອຍ ຈີນຕະຫລາ ພູນລາບ ແລະ ສິລິພອນ ສີປະເສີດ ຊື່ເພງ “ພະທາດຫຼວງ”

ຄະຕິປະຈຳໃຈນ້ອງກໍຄື “ ໂອກາດ ມີໄວ້ໃຫ້ສຳລັບຄົນທີ່ພ້ອມສະເໝີ” ແລະ ເຫດຜົນທີ່ເລືອກເຂົ້າປະກວດໃນເວທີນີ້ກໍຍ້ອນວ່າ ຢາກເອົາຊະນະໃຈຕົນເອງ ແລະ ຢາກຫາປະສົບການໃໝ່ໆ ຢາກພັດທະນາບຸກຄະລິກກະພາບຂອງຕົວເອງໃຫ້ດີຍີ່ງໆຂື້ນ.

ຖ້າເກ໋ ໄດ້ມີໂອກາດຜ່ານເຂົ້າຮອບເລິກໆ ສິ່ງທີ່ຈະໂຊກໍຄື ຄວາມສາມາດ, ຄວາມຮູ້ທີ່ໄດ້ຮ່ຳຮຽນມາ ຄວາມຄິດຄວາມອ່ານ ແລະ ໂຊຄວາມກ້າຫານທີ່ນ້ອງມີທັງໝົດອອກມາ ເພື່ອໃຫ້ທຸກຄົນຮັບຮູ້ ແລະ ປະທັບໃຈໃນຕົວຕົນຂອງເຮົາ ສ່ວນຈຸດເດັ່ນກໍແມ່ນ ຮອຍຍີ້ມ ເພາະເປັນຄົນອາລົມດີ, ຍີ້ມເກັ່ງ ແລະ ມັກເພື່ອແຜ່.

ການກຽມຕົວຂອງຕົນເອງ ໄດ້ກຽມພ້ອມໃນການປະກວດຫລາຍໆຢ່າງເລີຍ ບໍ່ວ່າຈະເປັນການຮັກສາສຸຂະພາບ, ການຮຽນຍ່າງເດີນແບບ, ໂພສທ່າ , ວາຈາ ແລະ ການຕອບຄຳຖາມຂອງຄະນະກຳມະການ ແລະ ການຝຶກບຸກຄະລິກກະພາບຂອງຕົນໃຫ້ມີຄວາມສະຫງ່າໂດດເດັ່ນຢູ່ສະເໝີ

ແລະ ຖ້າໄດ້ຮັບຕຳແໜ່ງ Miss Universe Laos 2021 ອັນຊົງກຽດນີ້ ຢາກມີສ່ວນຮ່ວມໃນການຊ່ວຍເຫລືອເພື່ອນມະນຸດດ້ວຍກັນ ກໍ່ຄືຜູ້ພິການທາງສາຍຕາ ສຸດທ້າຍນີ້ ຢາກຂໍໃຫ້ພໍ່ແມ່, ອ້າຍເອື້ອຍນ້ອງທຸກຄົນ ຊ່ວຍໂຫວດ, ຊ່ວຍເຊຍ, ເປັນກຳລັງໃຈໄຫ້ນ້ອງເກສອນແດ່ເດີ້ ຊ່ອງທາງການຕິດຕາມແມ່ນທາງເຟສບຸກ Kaysone JJ.

ຮູບ: Kaysone JJ.