ລາຍລະອຽດກໍລະນີຕິດເຊື້ອພາຍໃນນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ກໍລະນີເສຍຊີວິດໃໝ່2ຄົນ

1156

ອີງຕາມການຖະແຫຼງຂ່າວປະຈຳວັນທີ16 ຕຸລາ 2021 ຂອງ ທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່  ກະຊວງສາທາລະນະສຸກ ເຖິງລາຍລະອຽດກໍລະນີຕິດເຊື້ອພາຍໃນນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ກໍລະນີເສຍຊີວິດໃໝ່2ຄົນ ມີດັ່ງນີ້:

ນະຄອນຫຼວງວຽງຈັນ 164 ຄົນ ມາຈາກ 74 ບ້ານ, ໃນ 7 ເມືອງ

ເມືອງຈັນທະບູລີ ມີ 10 ບ້ານ 34 ຄົນ

ເມືອງສີໂຄດຕະບອງ ມີ 16 ບ້ານ 22 ຄົນ

ເມືອງໄຊເສດຖາ ມີ 12 ບ້ານ 39 ຄົນ

ເມືອງສີສັດຕະນາກມີ 11 ບ້ານ 15 ຄົນ

ເມືອງນາຊາທອງ ມີ 07 ບ້ານ 18 ຄົນ

ເມືອງໄຊທານີ ມີ 12 ບ້ານ 23 ຄົນ ( ບ. ສົມສະຫວັນ ສູນຫຼັກ 27 ມີ 05 ຄົນ)

ເມືອງຫາດຊາຍຟອງ ມີ 05 ບ້ານ 08 ຄົນ

ສືບຕໍ່ເອົາຂໍ້ມູນ 05 ຄົນ

ແຂວງວຽງຈັນ 43 ຄົນ ມາຈາກເມືອງແກ້ວອຸດົມ ມີ 32 ຄົນ 08 ບ້ານຄື:

ບ້ານພູເຂົາຄໍາ ມີ 10 ຄົນ

ບ້ານແສງສະຫວ່າງ ມີ 07 ຄົນ

ບ້ານທ່າຊັນ ມີ 04 ຄົນ

ບ້ານນາປູນ ມີ 03 ຄົນ

ບ້ານທ່າລາດ ມີ 03 ຄົນ

ບ້ານສາມັກຄີໄຊ ມີ 02 ຄົນ

ບ້ານຖິ່ນແກ້ວ ມີ 02 ຄົນ

ບ້ານໂພນຄໍາ

ຈາກເມືອງວັງວຽງ ມີ 08 ຄົນ 06 ບ້ານຄື:

ບ້ານນ້ໍາງາດ ມີ 02 ຄົນ

ບ້ານວຽງແກ້ວ ມີ 02 ຄົນ

ບ້ານນາມອນ, ບ້ານຫ້ວຍແຍ້, ບ້ານໂພນສະຫວ່າງ ແລະ ບ້ານໂພນເພັງ ມີບ້ານລະ 01 ຄົນ

ເມືອງໂພນໂຮງ ບ້ານນາໂພໃຕ້ ມີ 03 ຄົນ

ກໍລະນີເສຍຊີວິດ 2 ຄົນ(ກໍລະນີທີ37-38) ຜູ້ທີ 1 ເພດຍິງ ອາຍຸ 70 ປີ ບ້ານນາໂພ ເມືອງລ້ອງຊານ ແຂວງໄຊສົມບູນ; ຜູ້ກ່ຽວມີ ພະຍາດປະຈໍາໂຕ: ມະເຮັງທໍ່ບີອັກເສບໄລຍະສຸດທ້າຍ, ຜ່ານມາບໍ່ໄດ້ສັກວັກຊີນກັນ ໂຄວິດ-19.

-ວັນທີ 27 ກັນຍາ 2021 ເຂົ້ານອນປິ່ນປົວຢູ່ໂຮງຫມໍແຂວງ

-ວັນທີ 28 ກັນຍາ 2021 ນໍາສົ່ງມາປິ່ນປົວຢູ່ໂຮງຫມໍມະໂຫສົດ ແລະ ເມື່ອມາຮອດ ໄດ້ກວດ ຕົວຢ່າງໂຄວິດ-19 ຜົນກວດອອກມາເປັນຜົນລົບ

-ວັນທີ 5 ຕຸລາ 2001 ໄດ້ ກວດຕົວຢ່າງໂຄວິດ-19 ແລະ ຜົນກວດອອກມາເປັນຜົນລົບ. ໃນມື້ດຽວກັນນັ້ນ ຜູ້ກ່ຽວກໍໄດ້ຜ່າຕັດມະເຮັງທໍ່ນ້ໍາບີອັກເສບໄລຍະສຸດທ້າຍ

-ວັນທີ 10 ຕຸລາ 2021 ຄອບຄົວຈຶ່ງໄດ້ພາກັບມາບ້ານ ເພື່ອສະດວກໃນການຕິດຕາມຄົນເຈັບຢ່າງໃກ້ຊິດ ແລະ ເຂົ້ານອນປິ່ນປົວ ຢູ່ໂຮງຫມໍເມືອງລ້ອງຊານ, ວັນທີ 12 ຕຸລາ 2011 ໄດ້ ເກັບຕົວຢ່າງມາກວດຊອກຫາເຊື້ອພະຍາດໂຄວິດ-19. ວັນທີ 15 ຕຸລາ 2021 ຜົນ ກວດຕົວຢ່າງແມ່ນພົບເຊື້ອ, ມາຮອດເວລາ 15:30ໂມງ ຜູ້ກ່ຽວໄດ້ເສຍຊີວິດຢູ່ໂຮງຫມໍ ເມືອງລ້ອງຊານ.

ຜູ້ທີ 2 ເພດຍິງ ອາຍຸ 75 ປີ, ບ້ານບໍ່ນາງົວ ເມືອງຈັນທະບູລີ ນະຄອນ ຫລວງວຽງຈັນ, ມີພະຍາດປະຈໍາຕົວ ຄວາມດັນເລືອດສູງ ,ໄດ້ສັກວັກຊີນກັນໂຄ ວິດ-19 ຄົບ; ຜູ້ກ່ຽວເປັນຄົນຢັ້ງຢືນຕິດເຊື້ອ ທີ່ໄດ້ເຂົ້ານອນປິ່ນປົວຢູ່ໂຮງຫມໍ ມິດຕະພາບ ໃນວັນທີ 04 ຕຸລາ 2001.ມາຮອດເວລາ 17:00 ໂມງຂອງວັນທີ 15 ຕຸລາ 2001 ຜູ້ກ່ຽວໄດ້ເສຍຊີວິດ.