ພິດໂຄວິດ ເຮັດໃຫ້ຊາວນີເຊເຣຍ ວ່າງງານ 20%

274

ສຳ​ນັກ​ຂ່າວ​ຣອຍ​ເຕີ ລາຍ​ງານ​ວ່າ: ແຮງ​ງານກວ່າ 20% ໃນ​ເນ​ຊີ​ເຣຍ (ໄນ​ເຈ​ເຣຍ) ຕ້ອງ​ຕົກ​ງານ ເນື່ອງ​ຈາກ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເຮັດ​ໃຫ້​ທຸ​ລະ​ກິດບາງ​ສ່ວນ​ຕ້ອງ​ປິດ​ກິດ​ຈະ​ການ.

ສູນ​ສະ​ຖິ​ຕິ​ແຫ່ງ​ຊາດ ເນ​ຊີ​ເຣຍ ແລະ ໂຄງ​ການ​ພັດ​ທະ​ນາ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ (ສ​ປ​ຊ) ໄດ້​ສຳຫຼວດ​ພາກ​ທຸ​ລະ​ກິດຫຼາຍກວ່າ 3 ພັນ​ແຫ່ງ ທັງ​ໃນ ແລະ ນອກ​ລະ​ບົບຢູ່​ໃນເນ​ຊີ​ເຣຍ ເຊິ່ງ​ຜົນ​ການ​ສຳຫຼວດ​ພົບ​ວ່າ ​ແຮງ​ງານ 1/3 ຕ້ອງ​ຕົກ​ງານ​ຕັ້ງ​ແຕ່​ໄຕ​ມາດ 4 ຂອງ​ປີ 2020 ເປັນ​ຕົ້ນ​ມາ. ທັງ​ນີ້ ຜົນ​ການ​ສຳຫຼວດ​ລະ​ບຸ​ວ່າ ເຖິງ​ແມ່ນ​ວ່າ​ຈະ​ມີ​ສັນ​ຍານ​ການ​ຟື້ນ​ຕົວ​ດ້ານ​ເສດ​ຖະ​ກິດ​ຈະ​ດີ​ຂຶ້ນ​ໃນ​ປີ​ນີ້ ແຕ່​ການ​ລະ​ບາດ​ຂອງ​ໂຄວິດ-19 ຍັງ​ສົ່ງ​ຜົນ​ກະ​ທົບ​ຢ່າງ​ໃຫຍ່ຫຼວງ​ຕໍ່​ເສດ​ຖະ​ກິດ-ສັງ​ຄົມ​ຂອງ ນີ​ເຊ​ເຣຍ.

ລາຍ​ງານ​ລະ​ບຸ​ວ່າ: ຫົວ​ໜ່ວຍທຸ​ລະ​ກິດ​ຕ່າງໆ​ຢູ່​ໃນເນ​ຊີ​ເຣຍ ມີ​ລາຍ​ໄດ້ຫຼຸດ​ລົງ ຕົ້ນ​ທຶນ​ສູງ​ຂຶ້ນ ແລະ ມີ​ບໍ່​ພໍ​ເທົ່າ​ໃດ​ແຫ່ງ​ທີ່​ຕອບ​ວ່າ​ມີ​ຜົນ​ກຳ​ໄລ​ຈາກ​ການ​ດຳ​ເນີນ​ທຸ​ລະ​ກິດ​ໃນ​ປີ 2020 ຜ່ານ​ມາ.

ທັງ​ນີ້ ເສດ​ຖະ​ກິດ​ຂອງ ເນ​ຊີ​ເຣຍ ເຊິ່ງ​ເປັນຂະ​ໜາດ​ໃຫຍ່​ທີ່​ສຸດ​ຂອງ​ທະ​ວີບ​ອາ​ຟ​ຣິກ​ກາ​ໃຕ້ ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ລາ​ຄາ​ນ້ຳ​ມັນ​ດິບ​ໃນ​ຕະຫຼາດ​ໂລກຫຼຸດ​ລົງ ໄດ້​ສົ່ງ​ຜົນ​ຕໍ່​ລາຍ​ຮັບ​ຂອງ​ລັດ​ຖະ​ບານ ເນື່ອງ​ຈາກ ເນ​ຊີ​ເຣຍ ເປັນ​ປະ​ເທດ​ທີ່​ເພິ່ງ​ພາ​ການ​ສົ່ງ​ອອກ​ນ້ຳ​ມັນ​ດິບ ກວມ​ເອົາ 70% ຂອງ​ລາຍ​ຮັບ​ລັດ​ຖະ​ບານ.

ທະ​ນາ​ຄານ​ໂລກ​ລາຍ​ງານ​ວ່າ: ວິ​ກິດ​ໂຄວິດ-19 ອາດ​ຈະ​ເຮັດ​ໃຫ້​ຊາວ​ເນ​ຊີ​ເຣຍ​ປະ​ມານ 11 ລ້ານ​ຄົນ​ຕ້ອ​ງ​ກັບ​ເຂົ້າ​ສູ່​ຄວາມ​ທຸກ​ຍາກ​ໃນ​ປີ 2022 ​ສົ່ງ​ຜົນໃຫ້​​ມີ​ຄົນ​ທີ່​ຈັດ​ຢູ່​ໃນ​ປະ​ເພດ​ທຸກ​ຍາກ​​ຂອງ​ເນ​ຊີ​ເຣຍທັງ​ໝົດ​ປະ​ມານ 100 ກວ່າ​ລ້ານ​ຄົນ, ຈາກ​ປະ​ຊາ​ກອນ​ທັງ​ໝົດ 200 ກວ່າ​ລ້ານ​ຄົນ.