ຈະເປັັນແນວໃດເມື່ອນ້ອງ ຕາໂລ້ ມິ່ງຂວັນ ສາວນ້ອຍຂີ້ດື້ ຕ້ອງມາຮັບບົດເປັນຜູ້ໃຫຍ່ສຸຂຸມໃນຊີຣີ ‘’ My melody’’  

716

ແຟນນາງງາມ ເວທີ Miss Teen Laos ຫລາຍຄົນ ອາດຈະເຄີຍເຫັນຄວາມສົດໃສໄວກໍາລັງຫນ້າຮັກຂອງສາວຄົນນີ້ຜ່ານຕາມາແລ້ວ ໃນການປະກວດເວທີສາວໄວໃສ ດວງດາວແຫ່ງຍຸກສະໄຫມ ແຕ່ຫລ້າສຸດນີ້ຈະມາອັບເດດຜົນງານ ຂອງນ້ອງໃນຖານະ ນັກສະແດງ ແນະນໍາໃຫ້ຮູ້ຈັກອີກຄັ້ງກັບ ນ້ອງຕາໂລ້ ມິ່ງຂວັນ ເພັງວິໄລສຸກ ຮັບບົດເປັນມິລ້າ ຫມູ່ສະນິດຂອງນາງເອກໃນຊີຣີ ‘’My melody The Series’’ ທໍານອງຫົວໃຈໄວລຸ້ນປັ້ນຝັນ.

ນ້ອງຕາໂລ້ໄດ້ໃຫ້ສໍາພາດວ່າ: ຫລັງຈາກທີ່ເພສປະກາດວ່າມີໃຜໄດ້ເປັນໂຕລະຄອນໃນເລື່ອງນີ້ປະກົດວ່ານ້ອງໄດ້ເປັນຫນຶ່ງໃນນັ້ນໃນຕອນນັ້ນຄື ຕື່ນເຕັ້ນແຮງ, ຮ້ອງລັ່ນທົ່ວເຮືອນຈົນແມ່ນ້ອງຕົກໃຈ ມັນຄືເລື່ອງທຳອິດເລີຍທີ່ເປີດປະສົບການໃຫ້ນ້ອງໄດ້ເຮັດໃນສິ່ງທີ່ມັກ ມັນມີທັງຄວາມຕື່ນເຕັ້ນ, ກົດດັນ, ປະສົມປົນເປກັນຫລາຍອາລົມ ແຕ່ສິ່ງທີ່ໄດ້ກັບມາມັນຄຸ້ມຄ່າອີ່ຫລີ ຄືການໄດ້ເຮັດໃນສິ່ງທີ່ຕົນເອງມັກ ແລະ ພະຍາຍາມມາໂດຍຕະຫລອດ.

ບົດບາດທີ່ຕາໂລ້ໄດ້ຮັບໃນເລື່ອງນີ້ແມ່ນ ເປັນຫມູ່ສະນິດກັບນາງເອກ ເຊິ່ງຕົວລະຄອນທີ່ໄດ້ຮັບແມ່ນມີຊື່ວ່າ ‘’ມິລ້າ’’ ເຊິ່ງເປັນຕົວລະຄອນທີ່ມີຄວາມສຸຂຸມ, ເປັນຜູ້ໃຫຍ່ ແລະ ໃຈເຢັນ ສໍາລັບຕົວເອງຄິດວ່າມັນແຕກຕ່າງກັບໂຕຈິງສົມຄວນ ເພາະວ່າເຮົາເອງເປັນຄົນທີ່ມັກຫລິ້ນ, ມັກຢອກ ມີຄວາມເປັນເດັກນ້ອຍຢູ່ໃນໂຕ ແຕ່ເມື່ອໄດ້ຮັບບົດນີ້ມາກໍຕ້ອງໄດ້ມີການປັບປ່ຽນໃຫ້ມັນເບິ່ງເປັນຄືຜູ້ໃຫຍ່ຫລາຍຂຶ້ນ.

ສໍາລັບ ການກຽມຕົວໃນການເປັນນັກສະແດງຄັ້ງທໍາອິດນີ້ ກໍບໍ່ມີຫຍັງຫລາຍຄື: ທໍາອິດເລີຍແມ່ນການກຽມໂຕ,ກຽມໃຈ ແລະ ເປີດໃຈໃຫ້ກັບຄາແລັກເຕີ້ທີ່ເຮົາຈະເປັນ ພະຍາຍາມຮັບຟັງຜູ້ກຳກັບ ແລະ ຖ່າຍທອດຕົວຕົນນັ້ນອອກມາ ແລະ ທີ່ສຳຄັນເລີຍຄື ຫ້າມອາຍ ເຮັດແນວໃດກໍໄດ້ເພື່ອເຮັດໃຫ້ເຮົາສາມາດສື່ອາລົມຂອງຕົວລະຄອນໃຫ້ອອກມາໄດ້ດີທີ່ສຸດ ແລະ ທີ່ສໍາຄັນຕ້ອງສາມາດເຮັດໃຫ້ຜູ້ຊົມອິນໄປນໍາຕົວລະຄອນນັ້ນໃຫ້ໄດ້.

ຜ່ານມາ ຜົນງານສ່ວນຫລາຍຂອງຕາໂລ້ເອງຈະເປັນການເຕັ້ນ ເຊິ່ງມີທີມຊື່ວ່າ M-Unique ແລະ ປັດຈຸບັນນີ້ນ້ອງກໍໄດ້ເຂົ້າຮ່ວມປະກວດ Miss Teen Laos 2021 ທີ່ກຳລັງຈະຈັດຂຶ້ນໃນໄວໆນີ້ ສ່ວນຊີຣີແມ່ນເລື່ອງນີ້ຄືເລື່ອງທຳອິດທີ່ສົດໆຮ້ອນໆຂອງນ້ອງເລີຍ.

ຖ້າຖາມວ່າຕາໂລ້ເປັນຜູ້ຍິງສະໄຕ໌ໃດ ນ້ອງຄິດວ່າຕົນເອງຫນ້າຈະເປັນຜູ້ຍິງແບບ minimal ແຕ່ສ່ວນຫລາຍການແຕ່ງຕົວແມ່ນເຫັນຫຍັງກໍຈັບໃສ່ໄດ້ຫມົດ ເພາະນ້ອງເປັນຄົນທີ່ສະບາຍໆ ໃສ່ຫຍັງກາໄດ້ ແຕ່ຕ້ອງງາມ555  ທີ່ສໍາຄັນຕ້ອງເຂົ້າກັບກາລະໂອກາດ ແລະ ສະຖານທີ່ໄປດ້ວຍ.

ສ່ວນກິດຈະກຳຂອງນ້ອງຍາມວ່າງກໍຄືໄວລຸ້ນທົ່ວໄປເລີຍຈະມີເບິ່ງຫນັງ, ຟັງເພງ, ອ່ານຫນັງສື ແລະ ອອກກຳລັງກາຍ ສຸດທ້າຍນີ້ນ້ອງກາຂໍຝາກຊີຣີ້ ‘‘My melody ທໍານອງຫົວໃຈໄວລຸ້ນປັນຝັນ’’ ກັບທຸກຄົນແນ່ເດີ້ ເພາະມັນຄືຊີຣີຂອງໄວຫນຸ່ມທີ່ມັກຮັກໃນສຽງເພງ ແລະ ມີຄວາມໄຝ່ຝັນ ໃນເລື່ອງຈະມີເພງມ່ວນໆໃຫ້ທຸກຄົນໄດ້ຟັງ ແລະກໍຂໍຝາກຊ່ວຍເຊຍ ແລະ ເປັນກຳລັງໃຈໃຫ້ນ້ອງໃນການປະກວດ Miss Teen Laos 2021 ແນ່ເດີ້ ຕິດຕາມຜົນງານຕ່າງໆຂອງນ້ອງໄດ້ທີ່ເຟສບຸກສ່ວນຕົວ Ming Khouan ແລະຊີຮີທີ່ເພຈ Acnes Laos ໃນໄວໆນີ້.

ຮູບ: Ming Khouan.