ອົງການ ILO ມອບເຄື່ອງອຸບປະໂພກ-ບໍລິໂພກ ໃຫ້ລາວເພື່ອແຈກຢາຍບັນດາສູນຈໍາກັດບໍລິເວນ

367

ເພື່ອຊ່ວຍເຫຼືອບັນດາແຮງງານທີ່ກັບມາແຕ່ຕ່າງປະເທດຢູ່ສູນຈຳກັດບໍລິເວນໃຫ້ມີອາຫານການກິນໃນໄລຍະກັກໂຕ ອົງການໂຮງງານສາກົນໄດ້ນຳເຄື່ອງຈຳນວນໜຶ່ງໄປມອບໃຫ້ກະຊວງແຮງງານ ແລະສະຫວັດດີການສັງຄົມ ເພື່ອນຳໄປແຈກຢາຍໃຫ້ແຮງງານທີ່ກຳລັງກັກໂຕຢູ່ 6 ແຂວງຂອງລາວ.

ໂດຍໃນວັນທີ 7 ກັນຍາ 2021 ນີ້, ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ໄດ້ມີພິທີ ມອບ-ຮັບ ເຄື່ອງອຸບປະໂພກ-ບໍລິໂພກ ທີ່ໄດ້ຮັບການຊ່ວຍເຫຼືອຈາກອົງການແຮງງານສາກົນ(ILO) ລວມມູນຄ່າ 35.000 ໂດລາສະຫະລັດ ພາຍໃຕ້ໂຄງການຮ່ວມມືສາມຝ່າຍ ເພື່ອເສີມສ້າງຄວາມເຂັ້ມແຂງດ້ານການປະກອບສ່ວນຂອງການເຄື່ອນຍ້າຍແຮງງານຕໍ່ການຂະຫຍາຍຕົວ ແລະ ການພັດທະນາໃນອາຊຽນ (TRIANGLE in ASEAN) ແລະ ໂຄງການຮັບປະກັນສິດທິຂອງແຮງງານເຄື່ອນຍ້າຍ ເພື່ອສົ່ງເສີມການເຄື່ອນຍ້າຍແຮງງານແບບປອດໄພໃນຂອບເຂດປະເທດອາຊີຕາເວັນອອກສຽງໃຕ້ (Ship to Shore Rights SEA)


ເຄື່ອງຊ່ວເຫຼືອດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນຈາກລັດຖະບານປະເທດອົດສະຕາລີ ແລະ ສະຫະພາບເອີລົບ ເຊິ່ງຈະໄດ້ມອບໃຫ້ແຮງງານຢູ່ສູນຈໍາກັດບໍລິເວນ ແຂວງ ບໍ່ແກ້ວ, ໄຊຍະບູລີ, ຄຳມ່ວນ, ສາລະວັນ, ຈໍາປາສັກ ແລະ ນະຄອນຫລວງວຽງຈັນ ຈໍານວນ 4.500 ຄົນ.
ການມອບເຄື່ອງຊ່ວຍເຫຼືອຄັ້ງນີ້ກ່າວຮັບໂດຍ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມອບໂດຍ ທ່ານ ນາງ ໄບບາ ຊາລີນາ, ເລຂາເອກ ຜູ້ຮັບຜິດຊອບດ້ານການເມືອງ ສຳນັກງານ ຜູ້ຕາງໜ້າສະຫະພາບ ເອີຣົບ ປະຈຳ ສປປ ລາວ, ໂດຍມີ ທ່ານ ນາງ ເຂັມພອນ ເຜົ່າຄຳແກ້ວ ຜູ້ປະສານງານອົງການແຮງງານສາກົນ ປະຈໍາ ສປປ ລາວ, ທ່ານ ແດນ ເຮວດອນ, ຮອງເອກອັກຄະລັດຖະທູດ ສະຖານທູດ ອົດສະຕາລີ ປະຈຳ ສປປ ລາວ ແລະ ບັນດາທ່ານຫົວໜ້າກົມ, ຮອງກົມກຽ່ວຂ້ອງ ພ້ອມວິຊາການຈຳນວນໜຶ່ງເຂົ້າຮ່ວມ.


ນັບແຕ່ການແຜ່ລະບາດຂອງເຊື້ອພະຍາດໂຄວິດ ປີ 2020 ຈົນເຖິງປະຈຸບັນ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ກໍ່ໄດ້ຮັບການຊ່ວຍເຫລືອຈາກອົງການຈັດຕັ້ງສາກົນຢ່າງຕໍ່ເນື່ອງ ເປັນຕົ້ນ ອົງການແຮງງານສາກົນ (ILO) ແລະ ອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ເຊິ່ງສັງລວມການຊ່ວຍເຫລືອທັງຫມົດມູນຄ່າ 292.126,19 ໂດລາສະຫະລັດ, ສະເພາະອົງການແຮງງານສາກົນ ແມ່ນມູນຄ່າ 76.076 ໂດລາສະຫະລັດ ໃນນັ້ນປະກອບມີ ອຸປະກອນປ້ອງກັນພະຍາດ, ເຂົ້າສານ-ອາຫານແຫ້ງ, ເຄື່ອງໃຊ້ປະຈໍາວັນ ຄຽງຄູ່ກັນນັ້ນ, ກໍ່ໄດ້ສຸມໃສ່ການໂຄສະນາເຜີຍແຜ່ກ່ຽວກັບການປ້ອງກັນພະຍາດໂຄວິດ 19, ການໄປເຮັດວຽກຢູ່ຕ່າງປະເທດແບບຖືກຕ້ອງ ແລະ ການສະຫມັກວຽກຢູ່ພາຍໃນປະເທດ ພ້ອມທັງແຈກຢາຍແຜ່ນພັບ, ໃບປິວ ແລະ ປຶ້ມຄູ່ມື ໃຫ້ປະຊາຊົນ ຜູ້ອອກແຮງງານ ໃນຂອບເຂດທົ່ວປະເທດ.

(ຂ່າວສານ ຮສສ)