ທີມຊາດຍິງລາວ ຊຸດໃຫຍ່ ພ້ອມ 100%, ຫຼ້າສຸດ ຄະນະ ສຕລ ໃຫ້ການໂອ້ລົມກ່ອນອອກເດີນທາງ

540

ຖືວ່າການກະກຽມທີມຂອງ ທີມຊາດຍິງລາວ ຊຸດໃຫຍ່ ແມ່ນມີຄວາມພ້ອມ 100% ເຫຼືອພຽງການອອກເດີນທາງ ແລະ ແຂ່ງຂັນເທົ່ານັ້ນ.

ຫຼ້າສຸດໃນວັນສຸກ 3 ກັນຍາ 2021 ຢູ່ທີ່ຫ້ອງປະຊຸມ ສູນຝຶກສະຫນາມກີລາແຫ່ງຊາດຫລັກ 16 ໄດ້ມີພິທີໂອ້ລົມຕໍ່ ຄະນະຄູຝຶກ ແລະ ນັກກີລາ ທີມຊາດຍິງລາວ ຊຸດໃຫຍ່ ເຂົ້າຮ່ວມການແຂ່ງຂັນເຕະບານຍິງ ຊີງແຊັມອາຊີ 2022 ຮອບຄັດເລືອກ ທີ່ ໄຕ້ຫວັນ

ເຂົ້າຮ່ວມມີ ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການສະຫະພັນບານເຕະແຫ່ງຊາດລາວ ແລະ ທ່ານ ນາງ ພູໄຊ ແພງພົງ ຫົວຫນ້າຄະນະ ທີມຊາດຍິງ ລາວ ຊຸດໃຫຍ່.

ການໂອ້ລົມຄັ້ງນີ້ຈັດຂຶ້ນ ເພື່ອເປັນການແນະນໍາ ແລະ ໃຫ້ກໍາລັງໃຈນັກກີລາ ກ່ອນອອກເດີນທາງ ໂດຍມີກຳນົດການເດີນທາງ ທີມຊາດຍິງ ລາວ ຊຸດໃຫຍ່ ແມ່ນຈະອອກເດີນທາງໃນຕອນຄໍ່າ ວັນທີ 07 ກັນຍາ 2021 ແລະ ຈະເດີນທາງກັບໃນ ວັນທີ 24 ກັນຍາ 2021.

ການແຂ່ງຂັນເຕະບານຍິງ ຊີງແຊັມອາຊີ 2022 ຮອບຄັດເລືອກ AFC Women’s Asian Cup 2022 Qualifiers ທີ່ຈະຈັດຂຶ້ນລະຫວ່າງວັນທີ 13-25 ກັນຍາ 2021 ໂດຍແບ່ງອອກເປັນ 8 ກຸ່ມ ເຊິ່ງ ທີມຊາດລາວ ຢູ່ຮ່ວມກຸ່ມ A ຮ່ວມກັບ ໄຕ້ຫວັນ ( ເຈົ້າພາບ ) ແລະ ບາເຣນ, ສ່ວນ ເຕີກເມນິດສະຖານ ຖອນຕົວເປັນທີ່ຮຽບຮ້ອຍ.

ສໍາລັບ 23 ນັກເຕະທີມຊາດຍິງລາວ ຊຸດໃຫຍ່ ທີ່ຈະເດີນທາງໄປແຂ່ງຂັນລາຍການທີ່ປະເທດໄຕຫວັນ ມີດັ່ງນີ້:
+ ຜູ້ຮັກສາປະຕູ
1. ນາງ ພັດທະລາວະດີ ສໍໂພທິລາດ ຈາກ ແຂວງ ສະຫວັນນະເຂດ
2. ນາງ ບັງອອນ ພອນໄຊ ຈາກ ນະຄອນຫຼວງວຽງຈັນ
3. ນາງ ເພັດລາວັນ ໄຊຍະເພັດດາລາ ຈາກ ນະຄອນຫຼວງວຽງຈັນ

+ ກອງຫຼັງ
4. ນາງ ວິລິນທອນ ວົງແສງທອງ ຈາກ ນະຄອນຫຼວງວຽງຈັນ
5. ນາງ ຫຼ້ານ້ອຍ ວົງຄໍາສິງ ຈາກ ນະຄອນຫຼວງວຽງຈັນ
6. ນາງ ວິໄລວັນ ປັນຍານຸວົງ ຈາກນະຄອນຫຼວງວຽງຈັນ
7.ນາງ ສາຍສະໝອນ ອິນທະພອນ ຈາກນະຄອນຫຼວງວຽງຈັນ

8. ນາງ ປະນັດດາ ໂພທິສານ ຈາກແຂວງສະຫວັນນະເຂດ
9. ນາງ ໂບ້ລິງ ຈາກ ນະຄອນຫຼວງວຽງຈັນ
10. ນາງ ດາລະວອນ ສໍພາບມີໄຊ ຈາກນະຄອນຫຼວງວຽງຈັນ
11. ນາງ ແຫຼ້ ອິນທະວົງ ຈາກແຂວງຄຳມ່ວນ

+ ກອງກາງ
12. ນາງ ອານຸຕາ ຈັນທິທອງ ຈາກນະຄອນຫຼວງວຽງຈັນ
13. ນາງ ແສງເດືອນ ພົງໄພລັດ ຈາກນະຄອນຫຼວງວຽງຈັນ
14. ນາງ ວາດີ່ ອິນທິຍາ ຈາກນະຄອນຫຼວງວຽງຈັນ
15.ນາງ ອາພັດສະລາ ຈັນທະວົງໄຊ ຈາກນະຄອນຫຼວງວຽງຈັນ

16. ນາງ ຈິນດາ ສີຫາລາດ ຈາກນະຄອນຫຼວງວຽງຈັນ
17. ນາງ ໃຈຄໍາ ຈາກນະຄອນຫຼວງວຽງຈັນ
18. ນາງ ພານິກອນ ວັນນະລາດ ຈາກນະຄອນຫຼວງວຽງຈັນ
19. ນາງ ແກ້ວຕາ ພົງອຸດົມ ຈາກນະຄອນຫຼວງວຽງຈັນ

20. ນາງ ພິມພາ ທອງສະຫວ່າງ ຈາກແຂວງສະຫວັນນະເຂດ
21. ນາງ ພອນທິບ ພົມມະຈັນ ຈາກແຂວງສະຫວັນນະເຂດ
+ ກອງໜ້າ
22. ນາງ ເກມມີ ພັດດາລາ ຈາກນະຄອນຫຼວງວຽງຈັນ
23. ນາງ ພຸດສະດີ ຫຼວງອາມາດ ຈາກນະຄອນຫຼວງວຽງຈັນ

ສໍາລັບ ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ
+ ວັນທີ 16 ກັນຍາ 2021 ເວລາ 19:00 ລາວ ພົບ ໄຕ້ຫວັນ ແຂ່ງຂັນຢູ່ທີ່ສະຫນາມ National Stadium, Kaohsiung City.
+ ວັນທີ 19 ກັນຍາ 2021 ເວລາ 19:00 ລາວ ພົບ ບາເຣນ ແຂ່ງຂັນຢູ່ທີ່ສະຫນາມ National Stadium, Kaohsiung City.
ສໍາລັບ ທີມຊາດຍິງລາວ ຊຸດໃຫຍ່ ຈະອອກເດີນທາງໃນວັນທີ 7 ກັນຍາ 2021
ຮູບຈາກ: ຫຼ້າ MKP ແລະ ສະຫະພັນບານເຕະແຫ່ງຊາດລາວ