ໄດ້ແລ້ວ 23 ນັກເຕະທີມຊາດຍິງລາວ ຊຸດໃຫຍ່ ລຸ່ຍຄັດບານເຕະຊີງແຊັມອາຊີ 2022

950

ທີມຊາດຍິງລາວ ຊຸດໃຫຍ່ ຄັດໄດ້ແລ້ວ 23 ນັກເຕະຍິງຄົນສຸດທ້າຍກຽມເຂົ້າຮ່ວມການແຂ່ງຂັນເຕະບານຍິງ ຊີງແຊັມອາຊີ 2022 ຮອບຄັດເລືອກ AFC Women’s Asian Cup 2022 Qualifiers ທີ່ຈະຈັດຂຶ້ນລະຫວ່າງວັນທີ 13-25 ກັນຍາ 2021 ໂດຍແບ່ງອອກເປັນ 8 ກຸ່ມ ເຊິ່ງ ທີມຊາດລາວ ຢູ່ຮ່ວມກຸ່ມ A ຮ່ວມກັບ ໄຕ້ຫວັນ ( ເຈົ້າພາບ ) ແລະ ບາເຣນ, ສ່ວນ ເຕີກເມນິດສະຖານ ຖອນຕົວເປັນທີ່ຮຽບຮ້ອຍ.

ທ່ານ ວົງມີໄຊ ສຸບົວຄໍາ ຫົວໜ້າຄູຝຶກທີມຊາດລາວ ໃຫ້ສໍາພາດວ່າ: ກ່ອນໜ້ານີ້ແມ່ນເອີ້ນ 34 ນັກເຕະເຂົ້າຝຶກຊ້ອມເປັນທີ່ຮຽບຮ້ອຍແລ້ວ ແລະ ມາຮອດປັດຈຸບັນແມ່ນສາມາຄັດໄດ້ແລ້ວ 23 ນັກເຕະຄົນສຸດທ້າຍດັ່ງນີ້:
+ ຜູ້ຮັກສາປະຕູ
1. ນາງ ພັດທະລາວະດີ ສໍໂພທິລາດ ຈາກ ແຂວງ ສະຫວັນນະເຂດ
2. ນາງ ບັງອອນ ພອນໄຊ ຈາກ ນະຄອນຫຼວງວຽງຈັນ
3. ນາງ ເພັດລາວັນ ໄຊຍະເພັດດາລາ ຈາກ ນະຄອນຫຼວງວຽງຈັນ

+ ກອງຫຼັງ
4. ນາງ ວິລິນທອນ ວົງແສງທອງ ຈາກ ນະຄອນຫຼວງວຽງຈັນ
5. ນາງ ຫຼ້ານ້ອຍ ວົງຄໍາສິງ ຈາກ ນະຄອນຫຼວງວຽງຈັນ
6. ນາງ ວິໄລວັນ ປັນຍານຸວົງ ຈາກນະຄອນຫຼວງວຽງຈັນ
7.ນາງ ສາຍສະໝອນ ອິນທະພອນ ຈາກນະຄອນຫຼວງວຽງຈັນ

8. ນາງ ປະນັດດາ ໂພທິສານ ຈາກແຂວງສະຫວັນນະເຂດ
9. ນາງ ໂບ້ລິງ ຈາກ ນະຄອນຫຼວງວຽງຈັນ
10. ນາງ ດາລະວອນ ສໍພາບມີໄຊ ຈາກນະຄອນຫຼວງວຽງຈັນ
11. ນາງ ແຫຼ້ ອິນທະວົງ ຈາກແຂວງຄຳມ່ວນ

+ ກອງກາງ
12. ນາງ ອານຸຕາ ຈັນທິທອງ ຈາກນະຄອນຫຼວງວຽງຈັນ
13. ນາງ ແສງເດືອນ ພົງໄພລັດ ຈາກນະຄອນຫຼວງວຽງຈັນ
14. ນາງ ວາດີ່ ອິນທິຍາ ຈາກນະຄອນຫຼວງວຽງຈັນ
15.ນາງ ອາພັດສະລາ ຈັນທະວົງໄຊ ຈາກນະຄອນຫຼວງວຽງຈັນ

16. ນາງ ຈິນດາ ສີຫາລາດ ຈາກນະຄອນຫຼວງວຽງຈັນ
17. ນາງ ໃຈຄໍາ ຈາກນະຄອນຫຼວງວຽງຈັນ
18. ນາງ ພານິກອນ ວັນນະລາດ ຈາກນະຄອນຫຼວງວຽງຈັນ
19. ນາງ ແກ້ວຕາ ພົງອຸດົມ ຈາກນະຄອນຫຼວງວຽງຈັນ

20. ນາງ ພິມພາ ທອງສະຫວ່າງ ຈາກແຂວງສະຫວັນນະເຂດ
21. ນາງ ພອນທິບ ພົມມະຈັນ ຈາກແຂວງສະຫວັນນະເຂດ
+ ກອງໜ້າ
22. ນາງ ເກມມີ ພັດດາລາ ຈາກນະຄອນຫຼວງວຽງຈັນ
23. ນາງ ພຸດສະດີ ຫຼວງອາມາດ ຈາກນະຄອນຫຼວງວຽງຈັນ

ສໍາລັບ ທີມຊາດຍິງລາວ ຊຸດໃຫຍ່ ຈະອອກເດີນທາງໃນວັນທີ 7 ກັນຍາ 2021
ຮູບຈາກ: ຫຼ້າ MKP ແລະ ສະຫະພັນບານເຕະແຫ່ງຊາດລາວ