ເຈົ້າແຂວງໆຄຳມ່ວນ ອອກຄຳສັ່ງ ປິດການເຂົ້າ-ອອກ ແຂວງ 14 ວັນ ແຕ່ 31 ສິງຫາ ເຖິງ 13 ກັນຍາ 2021

336

ເນື່ອງຈາກການລະບາດເຊື້ອພະຍາດໂຄວິດ-19 ຢູ່ແຂວງຄຳມ່ວນ ຍັງມີທ່າອ່ຽງເພີ່ມຂຶ້ນ ໃນວັນທີ 31 ນີ້ກໍ່ມີການຕິດເຊື້ອໃນຊຸມຊົນ 2 ຄົນ ດັ່ງນັ້ນໃນວັນທີ 31 ສິງຫາ 2021 ເຈົ້າແຂວງໆຄຳມ່ວນ ໄດ້ອອກຄຳສັ່ງ ເລກທີ 07/ຈຂ.ຄມ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຈັດຕັ້ງປະຕິບັດມາດຕະການ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ຢູ່ແຂວງຄໍາມ່ວນ.


ຜ່ານການຕິດຕາມ ແລະ ປະເມີນ ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນແຂວງຄໍາມ່ວນ ໃນໄລຍະຜ່ານມາ ເຫັນວ່າໄດ້ມີກໍລະນີຜູ້ຕິດເຊື້ອຢູ່ໃນຊຸມຊົນ, ຜ່ານການພິຈາລະນາຂອງການນຳແຂວງຮ່ວມກັບຄະນະສະເພາະກິດຂັ້ນແຂວງ ແມ່ນມີຄວາມສ່ຽງສູງທີ່ຈະມີການແຜ່ລະບາດໃນຊຸມຊົນອອກເປັນວົງກວ້າງ ເນື່ອງຈາກວ່າຜ່ານການສອບຖາມ (Timeline) ຜູ້ທີ່ຕິດເຊື້ອໃນຊຸມຊົມ ບາງຄົນກ່ອນເຂົ້າປິ່ນປົວຍັງປົກປິດ, ເຊື່ອງອໍາການເຄື່ອນໄຫວຂອງຕົນ; ບາງຄົນກໍ່ເຄື່ອນໄຫວໄປຫຼາຍສະຖານທີ່ ທີ່ຍັງບໍ່ສາມາດລະບຸແຫຼ່ງທີ່ມາຂອງການຕິດເຊື້ອໄດຢ່າງຊັດເຈນ.


ສະນັ້ນ ເພື່ອສະກັດກັ້ນ, ຄວບຄຸມ ແລະ ປ້ອງກັນເຊື້ອພະຍາດບໍ່ໃຫ້ມີການແຜ່ລະບາດໃນຊຸມຊົນເປັນວົງກວ້າງ ເຈົ້າແຂວງໆຄຳມ່ວນ ອອກຄຳສັ່ງ:
1. ໃຫ້ປິດການເດີນທາງ ເຂົ້າ-ອອກ ແຂວງຄໍາມ່ວນ ເປັນເວລາ 14 ວັນ ນັບແຕ່ເວລາ 12:00 ໂມງຂອງວັນທີ 31 ສິງຫາ ເຖິງ ເວລາ 12:00 ໂມງ ຂອງວັນທີ 13 ກັນຍາ 2021, ຍົກເວັ້ນຜູ້ທີ່ມີພູມລຳເນົາ ແລະ ເຮັດວຽກປະຈຳຢູ່ແຂວງຄໍາມ່ວນ ຫຼື ຜູ້ທີ່ໄດ້ຮັບອະນຸຍາດ ຈາກການຈັດຕັ້ງທີ່ກ່ຽວຂ້ອງຂອງລັດ. ສຳລັບລົດຂົນສົ່ງສິນຄ້າ, ລົດໂດຍສານ, ລົດສ່ວນບຸກຄົນ ທີ່ເດີນທາງຜ່ານແຂວງຄໍາມ່ວນ ຫ້າມຈອດເອົາຄົນຂຶ້ນ-ລົງໂດຍເດັດຂາດ.
2. ໃຫ້ພະແນກການ, ອົງການທຽບເທົ່າ, ບັນດາເມືອງ, ລັດວິສາຫະກິດ ແລະ ເອກະຊົນ ໃນທົ່ວແຂວງ ຈັດຕັ້ງລະບົບຜັດປ່ຽນກັນມາປະຈໍາການໃນແຕ່ລະວັນຕາມຄວາມເໝາະສົມ; ຍົກເວັ້ນປະຫານ, ຕຳຫຼວດ, ເຈົ້າໜ້າທີ່ດັບເພີງ, ການບໍລິການໄຟຟ້າ, ນ້ຳປະປາ, ຈັດເກັບຂີ້ເຫຍື້ອ, ທະນາຄານ, ການສື່ສານ, ຂົນສົ່ງສິນຄ້າຈໍາເປັນ, ພະນັກງານສາທາລະນະສຸກ, ແພດໝໍ, ເຈົ້າໜ້າທີ່ກູ້ໄພຜູ້ທີ່ໄດ້ຮັບການມອບໝາຍໃຫ້ໄປປະຈໍາການ, ສ່ວນຜູ້ທີ່ບໍ່ໄດ້ມາປະຈໍາການ ແມ່ນໃຫ້ສືບຕໍ່ເຮັດວຽກຂອງຕົນເປັນປົກກະຕິຢູ່ເຮືອນ ຫຼື ທີ່ພັກອາໄສໂດຍຜ່ານລະບົບສື່ສານອີເລັກໂຕຣນິກແລະ ເຄືອຄ່າຍອິນເຕີເນັດ ເຊັ່ນ: ຄອມພິວເຕີ, ໂທລະສັບ, ອີເມວ, ລະບົບກອງປະຊຸມທາງໄກ ແລະ ອື່ນໆ.


3. ຫ້າມພະນັກງານ, ລັດຖະກອນ, ປະຊາຊົນ, ຜູ້ປະກອບການ, ຊາວຕ່າງດ້າວ, ຜູ້ທີ່ບໍ່ມີສັນຊາດ ແລະ ຊາວຕ່າງປະເທດ ທີ່ອາໄສ ຫຼື ເຮັດວຽກຢູ່ແຂວງຄໍາມ່ວນ ອອກຈາກເຮືອນ ຫຼື ທີ່ພັກອາໄສຂອງຕົນ, ຍົກເວັ້ນກໍລະນີທີ່ຈໍາເປັນ ເຊັ່ນ: ໄປຊື້ເຄື່ອງອຸປະໂພກ-ບໍລິໂພກ, ໄປໂຮງໝໍ, ໄປປະຕິບັດໜ້າທີ່ ຕາມການມອບໝາຍດັ່ງທີ່ໄດ້ກໍານົດໄວ້ໃນຂໍ້ທີ 2 ຂອງຄໍາສັ່ງສະບັບນີ້, ສ່ວນຜູ້ທີ່ຈໍາເປັນຕ້ອງໄປທໍາການຜະລິດກະສິກໍາ ເພື່ອເປັນສະບຽງອາຫານສາມາດໄປໄດ້ ແຕ່ໃຫ້ການຈັດຕັ້ງທີ່ກ່ຽວຂ້ອງ ແລະ ອໍານາດການປົກຄອງບ້ານ ຕິດຕາມ, ກວດກາ, ຄຸ້ມຄອງດ້ານຈໍານວນ ແລະ ຂອບເຂດການເຄື່ອນໄຫວ ຢ່າງເຂັ້ມງວດ,
ຫ້າມບຸກຄົນທີ່ຢູ່ໃນເຂດບ້ານແດງຂອງແຂວງຄໍາມ່ວນ ອອກໄປຕ່າງບ້ານ, ຕ່າງເມືອງ ແລະ ຕ່າງແຂວງໂດຍເດັດຂາດ; ໃນກໍລະນີຜູ້ຕິດເຊື້ອມີເຈດຕະນາເຄື່ອນໄຫວ ແຜ່ເຊື້ອໄປສູ່ຊຸມຊົນ ໃຫ້ປະຕິບັດມາດຕະການປັບໄໝ ແລະ ລົງໂທດຕາມລະບຽບກົດໝາຍຢ່າງເຂັ້ມງວດ.
4. ຫ້າມຈັດປະຊຸມ, ໂຮມຊຸມນຸມ, ກິດຈະກຳທາງສາສະໜາ, ງານບຸນປະເພນີ, ງານດອງ ແລະ ງານລ້ຽງສ້າງສັນຕ່າງໆ ຢ່າງເດັດຂາດ; ກໍລະນີຈໍາເປັນຕ້ອງຈັດກິດຈະກໍາ ເຊັ່ນ: ງານສົບ, ສົ່ງສະການ ແມ່ນໃຫ້ປະຕິບັດມາດຕະການຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ເຊັ່ນ: ແທກອຸນຫະພູມ, ຮັກສາໄລຍະຫ່າງທາງສັງຄົມຢ່າງໝ້ອຍ 1 ແມັດ, ໃສຜ້າປິດປາກ-ດັງ, ລ້າງມືໃສ່ສະບູ ຫຼື ຢາຂ້າເຊື້ອຢ່າງເຂັ້ມງວດ, ມອບໃຫ້ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບແຂວງ, ເມືອງ ແລະ ບ້ານ ຕິດຕາມ, ກວດກາ ແລະ ລາດຕະເວນ ຖ້າມີການລະເມີດໃຫ້ປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ.


5. ໃຫ້ສືບຕໍ່ປີດ ໂຮງແຮມ, ບ້ານພັກ, ຮ້ານບັນເທີງ, ຮ້ານຄະຣາໂອເກະ, ຮ້ານບໍລິການກິນດື່ມ, ຮ້ານອິນເຕີເນັດ, ຮ້ານບໍລິການອົບນວດ, ຮ້ານເສີມສວຍ, ຮ້ານຕັດຜົມ, ສວນນໍ້າ, ສະຖານທີ່ອອກກໍາລັງກາຍ, ສະຖານທີ່ຫຼິ້ນກິລາກາງແຈ້ງ ແລະ ໃນຮົ່ມ, ຮ້ານສະນຸກເກີ້, ສັງວຽນຕີໄກ່, ຕະຫຼາດກາງຄືນ, ຫ້ອງກວດພະຍາດເອກະຊົນ, ຄິວລົດໂດຍສານພາຍໃນແຂວງ-ຕ່າງແຂວງ ແລະ ສະຖານທີ່ແຫຼ່ງທ່ອງທ່ຽວຕ່າງໆ ເປີດທຸກກິດຈະການທີ່ເປັນການບໍລິການ, ໂດຍໃຫ້ພະແນກການ, ອົງການກ່ຽວຂ້ອງ ແລະ ເມືອງ ເປັນເຈົ້າການແນະນໍາ, ຕິດຕາມ, ກວດກາ ກໍລະນີມີການ
ລະເມີດໃຫ້ປະຕິບັດມາດຕະການຢ່າງເຂັ້ມງວດ. ຕະຫຼາດກາງເວັນ, ຮ້ານຂາຍເຄື່ອງອຸປະໂພກ-ບໍລິໂພກ, ຮ້ານຂາຍເຄື່ອງກໍ່ສ້າງ ໃຫ້ສືບຕໍ່ເປີດບໍລິການ; ຮ້ານອາຫານ, ຮ້ານກາເຟ ອະນຸຍາດໃຫ້ເປີດບໍລິການ ເເຕ່ໃຫ້ຊື້ກັບເຮືອນເທົ່ານັ້ນ ແລະ ຕ້ອງປະຕິບັດຕາມມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ ການບໍລິການໃຫ້ປິດເວລາ 21:00 ໂມງ.
6. ປິດການຮຽນ-ການສອນ ທຸກຊັ້ນ, ທຸກສາຍ ແລະ ສາຂາວິຊາຊີບຕ່າງໆໃນທົ່ວແຂວງຄໍາມ່ວນ.
7. ຫ້າມສວຍໂອກາດກັກຕຸນ ແລະ ຂຶ້ນລາຄາສິນຄ້າ ເກີນລາຄາປົກກະຕິ ເປັນຕົ້ນ ແມ່ນເຄື່ອງອຸປະໂພກ-ບໍລິໂພກ ແລະ ເຄື່ອງອຸປະກອນການແພດ ເຊັ່ນ: ຜ້າປິດປາກ-ດັງ, ເຈວລ້າງມື, ນ້ໍາຢາຂ້າເຊື້ອ, ຢາປິ່ນປົວພະຍາດ ແລະອື່ນໆ ຖ້າຫາກມີຜູ້ລະເມີດ ໃຫ້ດໍາເນີນມາດຕະການປັບໄໝ ຕາມລະບຽບກົດໝາຍຢ່າງເຂັ້ມງວດ.


8. ໃຫ້ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ຕັ້ງຈຸດກວດກາ ເຂົ້າ-ອອກແຂວງ, ສາໍລັບຂັ້ນເມືອງມອບໃຫ້ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ ຊີ້ນໍາ ຕໍາຫຼວດກຸ່ມບ້ານ, ສະຫງົບສຸກ ແລະ ກອງຫຼອນບ້ານ ຕັ້ງຈຸດກວດກາ ເຂົ້າ-ອອກເມືອງ ແລະ ບ້ານຕໍ່ບ້ານຢ່າງເຂັ້ມງວດ ໃນກໍລະນີພົບເຫັນບຸກຄົນໃດລະເມີດ ໃຫ້ເຈົ້າໜ້າທີ່ດໍາເນີນມາດຕະການຕາມລະບຽບກົດໝາຍຢ່າງເຂັ້ມງວດ; ຫຼີກລ້ຽງບໍ່ໃຫ້ເອົາສິ່ງກີດຂວາງໄປອັດຕັນເສັ້ນທາງການສັນຈອນ. ຫ້າມເຈົ້າໜ້າທີ່ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງສວຍໂອກາດເກັບເງິນນໍາຜູ້ສັນຈອນ
ໄປ-ມາຢ່າງເດັດຂາດ.
9. ໃຫ້ຄະນະສະເພາະກິດຂັ້ນເມືອງ ຈັດພາຫະນະຕິດຕັ້ງເຄື່ອງສຽງເຄື່ອນໄຫວໂຄສະນາປະຊາສໍາພັນ ໃຫ້ປະຊາຊົນຮັບຮູ້, ເຂົ້າໃຈ ເຖິງໄພອັນຕະລາຍຂອງພະຍາດໂຄວິດ-19 ພ້ອມທັງໃຫ້ມີສະຕິລະວັງຕົວ ແລະ ປ້ອງກັນການຕິດເຊື້ອພະຍາດດັ່ງກ່າວດ້ວຍຕົນເອງ.
10. ຫ້າມໂຄສະນາ, ເຜີຍແຜ່ ແລະ ສົ່ງຕໍ່ຂໍ້ມູນຂ່າວສານ ທີ່ບໍ່ມີມູນຄວາມຈິງ ກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃນທຸກຮູບແບບ ຊຶ່ງເຮັດໃຫ້ມີຄວາມເຂົ້າໃຈຜິດ, ສ້າງຄວາມແຕກຕື່ນ ແລະ ສົ່ງຜົນກະທົບໃນທາງລົບຕໍ່ສັງຄົມ,
11. ອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ປະຊາຊົນທຸກຊັ້ນຄົນ, ຊາວຕ່າງດ້າວ, ຊາວຕ່າງປະເທດທີ່ເຄື່ອນໄຫວດໍາລົງຊີວິດຢູ່ແຂວງຄຳມ່ວນ ຈົ່ງໃຫ້ຄວາມຮ່ວມມືພ້ອມກັນຈັດຕັ້ງປະຕິບັດຄໍາສັ່ງສະບັບນີ້, ກໍລະນີມີການລະເມີດ ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງປະຕິບັດຕາມມາດຕະການຕ່າງໆທາງດ້ານກົດໝາຍຢ່າງເຂັ້ມງວດ.


12. ໃຫ້ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ ຊີ້ນໍາຕໍາຫຼວດກຸ່ມບ້ານ, ສະຫງົບສຸກ ແລະ ກອງຫຼອນບ້ານ ເພີ່ມທະວີການຄຸ້ມຄອງເຮືອຫາປາ ຕາມລໍາແມ່ນນ້ໍາຂອງດ້ວຍການບັນທຶກເຂົ້າ-ອອກໃນແຕ່ລະວັນຕາມເວລາດັ່ງນີ້: ຕອນເຊົ້າ ເລີ່ມແຕ່ເວລາ 06:00 ໂມງ, ຕອນແລງ ເວລາ 18:00 ໂມງ ໃຫ້ເອົາເຮືອທຽບທ່າ ກໍ່ລະນີມີຜູ້ລະເມີດໃຫ້ເຈົ້າໜ້າທີ່ກ່ຽວຂ້ອງປະຕິບັດມາດຕະການຢ່າງເຂັ້ມງວດ.
13. ໃຫ້ເຈົ້າເມືອງ, ຄະນະສະເພາະກິດຂັ້ນເມືອງ ນໍາພາ-ຊີ້ນໍາບັນຊາໂດຍກົງ ກ່ຽວກັບການຈັດຕັ້ງປະຕິບັດມາດຕະການ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ເມືອງຂອງຕົນ ຢ່າງເຂັ້ມງວດ.