ສະຖານະການໜ້າກັງວົນຂຶ້ນທຸກມື້ ວັນນີ້ຕິດເຊື້ອໃນຊຸມຊົນໃນ 8 ແຂວງ ມີ98 ຄົນ

436

ວັນທີ29 ສິງ ຫາ 2021 ພົບຜູ້ຕິດເຊື້ອໃນຊຸມຊົນ 98 ຄົນຢູ່ 8 ແຂວງໃນທົ່ວປະເທດ. ໃນນັ້ນຫຼາຍສຸດຍັງແມ່ນແຂວງສະຫວັນນະເຂດ 57 ຄົນຮອງລົງມາແມ່ນແຂວງບໍ່ແກ້ວ ແລະ ນະຄອນຫຼວງຕາມລຳດັບ.

ທ່ານ ດຣ.ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ກ່າວໃນງານຖະແຫຼງຂ່າວມື້ນີ້(29 ສິງຫາ 2021)ວ່າ:  ມາຮອດວັນທີ 28 ສິງຫາ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 2.961 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 195 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນເຖິງ 98 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ.

ຜູ້ຕິດເຊື້ອໃນຊຸມຊົນ 98 ຄົນຢາຍຢູ່ບັນດາແຂວງດັ່ງນີ້: ນະຄອນຫຼວງ 12 ຄົນ, ບໍ່ແກ້ວ 15 ຄົນ, ຫຼວງພະບາງ 4 ຄົນ, ຫຼວງນ້ຳທາ 2 ຄົນ, ອຸດົມໄຊ 2 ຄົນ, ແຂວງ ວຽງຈັນ 1 ຄົນ, ຄຳມ່ວນ 5 ຄົນ ແລະແຂວງສະຫວັນນະເຂດ 57 ຄົນ.


ສ່ວນ ກໍລະນີນໍາເຂົ້າ ມີ 97 ຄົນ ຈາກ ນະຄອນຫຼວງ 1 ຄົນ, ໄຊຍະບູລີ 3 ຄົນ, ບໍລິຄຳໄຊ 7 ຄົນ, ຄຳມ່ວນ 9 ຄົນ, ສາລະວັນ 6 ຄົນ ແລະ ຈຳປາສັກ 71 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.


ເຮັດໃຫ້ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 14.641 ຄົນ, ຄົນເຈັບເສຍຊີວິດສະສົມ 12 ຄົນ (ໃໝ່ 0 ຄົນ) ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4.901 ຄົນ.


ສຳລັບຜູ້ທີ່ມີຈຸດປະສົງຢາກກວດຊອກຫາເຊື້ອໂຄວິດ-19 ສຳລັບ ນະຄອນຫຼວງວຽງຈັນນີ້ ແມ່ນຢູ່ຈຸດເກັບຕົວຢ່າງບຶງຂະຫຍອງ ເຊິ່ງເປີດໃຫ້ບໍລິການບັນດາທ່ານທຸກວັນ (ວັນຈັນ ຮອດ ວັນອາທິດ) ໃນຕອນເຊົ້າ ເວລາ 9:00-12:00 ໂມງ. ສ່ວນແຂວງອື່ນ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະຖານທີ່ທີ່ກຳນົດໄວ້.