ກັບບ້ານອີກ 22 ຄົນຜົນງານທີມແພດສະຫວັນນະເຂດ

602

ເຖິງແມ່ນວ່າຕົວເລກຜູ້ຕິດເຊື້ອ ແລະ ກຳລັງປິ່ນປົວຢູ່ຕາມສູນຕ່າງໆ ຍັງມີຕົວເລກທີ່ສູງກໍ່ຕາມ ແຕ່ສະຫວັນນະເຂດ ກໍ່ເຫັນໄດ້ວ່າໃນແຕ່ລະວັນ ມີຜູ້ທີ່ໄດ້ອອກຈາກໂຮງໝໍຢ່າງຕໍ່ເນື່ອງ ນັ້ນໄດ້ກາຍເປັນກຳລັງໃຈ ໃຫ້ທຸກຄົນພ້ອມສູ້ກັບໂຄວິດ-19 ຕໍ່ໄປ.

ໃນຕອນບ່າຍວັນທີ 26 ສິງຫາ 2021 ທີ່ໂຮງໝໍສະໜາມສະຫວັນນະເຂດ ໄດ້ສົ່ງຜູ້ປິ່ນປົວຫາຍດີຈາກພະຍາດ ໂຄວິດ-19 ຈຳນວນ 22 ກໍລະນີ ກັບບ້ານ ໃນນັ້ນປະກອບມີ ຈາກໂຮງໝໍສະໜາມຫຼັກ 9 ( 6 ຄົນ ) ໂຮງໝໍສະໜາມ ໂນນສະຫວາດ ( ໂຮງງານອັບເກນ 10 ຄົນ ) ແລະ ໂຮງໝໍສະໜາມ ວິທະຍາໄລ ວິທະຍາສາດ ສຸຂະພາບ ( ວສສ 6 ຄົນ ).


ໂດຍການເຂົ້າຮ່ວມຂອງທ່ານ ປອ ດຣ ສຸຄັນທອນ ສິງພວງເພັດ ຜູ້ອຳນວຍການ ວິທະຍາໄລ ວິທະຍາສາດ ສຸຂະພາບສະຫວັນນະເຂດ, ທ່ານ ດຣ ອານຸລັກ ຫຼວງລາດບັນດິດ ຫົວໜ້າຂະແໜງ ອະນາໄມ ແລະ ສົ່ງເສີມສຸຂະພາບ ແລະ ທິມແພດປິ່ນປົວ, ຄອບຄົວ ຂອງຄົນເຈັບກໍ່ໄດ້ເຂົ້າຮ່ວມໃນການມອບ-ຮັບຄັ້ງນີ້.

ທິມແພດປິ່ນປົວ ໄດ້ກ່າວຕໍ່ໍ່ ຜູ້ທີ່ປີ່ນປົວດີເເລ້ວ, ຄອບຄົວວ່າ: ພາຍຫຼັງທີ່ກັບເມືອບ້ານແລ້ວ ຕ້ອງໄດ້ມີການສືບຕໍ່ ແຍກປ່ຽວກັກບໍລິເວນໂຕເອງຢູ່ສູນກັກບໍລິເວນ ຂອງເມືອງຕື່ມອີກ 14 ວັນ ທີ່ໄດ້ກຳນົດໄວ້ໃຫ້ໃນແຕ່ລະເມືອງ, ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ໃຫ້ຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າອັດປາກ, ແລະ ໝັ້ນລ້າງມືໃສ່ສະບູ ຫຼື ເຈວຂ້າເຊື້ອ ເປັນປະຈໍາ ຕະຫຼອດເຖິງ ການຕິດຕາມອຸນຫະພູມ ແລະ ອາການເຈັບເປັນຂອງຕົນເອງໃນແຕ່ລະວັນຖ້າມີອາການເຈັບເປັນໃດນຶ່ງ ແມ່ນໃຫ້ໂທປຶກສາແພດເພື່ອຂໍຄໍາແນະນໍາໃນການປະຕິບັດຕົນ.

ທ່ານຍັງໄດ້ເນັ້ນໜັກໃຫ້ທາງຄອບຄົວ ແລະ ອໍານາດການປົກຄອງບ້ານໄດ້ຊີ້ແຈງຕໍ່ປະຊາຊົນພາຍໃນບ້ານໃຫ້ມີຄວາມເຂົ້າໃຈ ແລະ ໂດຍສະເພາະບໍ່ໃຫ້ມີການລັງກຽດຕໍ່ຜູ້ຕິດເຊື້ອພະຍາດໂຄວິດ-19, ຜູ້ທີ່ໄດ້ຮັບການປິ່ນປົວດີແລ້ວ ແລະ ຄອບຄົວຂອງເຂົາເຈົ້າ, ໃຫ້ທຸກຄົນໃນສັງຄົມພ້ອມກັນເປັນກຳລັງໃຈ ແລະ ໃຫ້ການສະໜັບສະໜູນ ແລະ ການແນະນຳທີ່ດີຜູ້ທີ່ຕິດເຊື້ອ ກໍຄືຜູ້ທີ່ປິ່ນປົວດີ ແລ້ວເພື່ອໃຫ້ມີກຳລັງໃຈສືບຕໍ່ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ການດໍາລົງຊີວິດປົກກະຕິແບບໃໝ່ ( New normal ) ທີ່ປອດໄພໃນຄອບຄົວ ແລະ ໃນສັງຄົມ.


ເຊີ່ງປັດຈຸບັນແມ່ນມີ ຜູ້ຕິດເຊື້ອສະສົມ 4.897 ຄົນ, ຍັງຄ້າງຢູ່ທີ່ສູນປິ່ນປົວ 2.320 ຄົນ, ປິ່ນປົວດີແລ້ວ 2.577 ຄົນ, ຍິງ 1.310 ຄົນ ແລະ ເສຍຊີວິດ 4 ຄົນ, ຍິງ 1 ຄົນ.
( ຂໍ້ມູນໃນວັນທີ 26 ສິງຫາ 2021 )

ຂ່າວ: ພະແນກສາທາລະນະສຸກ ແຂວງສະຫວັນນະເຂດ