ດ່ວນ! ອຸດົມໄຊແຈ້ງປະຊາຊົນບໍ່ຈຳເປັນບໍ່ຄວນໄປແຂວງບໍ່ແກ້ວ ແລະຫຼວງນ້ຳທາ

529

ຈາກສະພາບການລະບາດຂອງພະຍາດໂຄວິດ-19 ໃນຫຼາຍແຂວງປະຈຸບັນນີ້ ໂດຍສະເພາະຢູ່ແຂວງບໍ່ແກ້ວ ແລະຫຼວງນ້ຳທາ ດັ່ງນັ້ນ, ດ້ວຍຄວາມເປັນຫ່ວງເປັນໃຍຕໍ່ໄປະຊາຊົນ ຫ້ອງວ່າການແຂວງ ແຂວງອຸດົມໄຊ ຈິ່ງໄດ້ອອກແຈ້ງການດ່ວນສະບັບ ເລກທີ 944/ຫວຂ.ອຊ ລົງວັນທີ 26 ສິງຫາ 2021 ບໍ່ໃຫ້ປະຊາຊົນພາຍໃນແຂວງອຸດົມໄຊໄປສອງແຂວງດັ່ງກ່າວ ເນື່ອງຈາກຈະມີການປິດການສັນຈອນ ລະຫວ່າງກັນເປັນການຊົ່ວຄາວ.

ໃນແຈ້ງການລະບູວ່າ: ໃຫ້ບັນດາຫົວຫນ້າພະແນກການ, ອົງການຂັ້ນແຂວງ, ບັນດາບ້ານເຈົ້າເມືອງ 7 ເມືອງ, ລັດວິສາຫະກິດ, ບັນດາບໍລິສັດ ແລະ ພໍ່ແມ່ປະຊາຊົນພາຍໃນແຂວງອຸດົມໄຊ ໄດ້ຮັບຮູ້ຢ່າງທົ່ງເຖິງ ໃຫ້ຊາບວ່າ ໃນລະຫວ່າງວັນທີ 26 ສິງຫາ ໄປຈົນເຖິງ 8 ກັນຍາ 2021 ແຂວງຫຼວງນ້ໍາທາ ຈະໄດ້ປິດການສັນຈອນສະຫວ່າງ ແຂວງ ຫຼວງນ້ໍາທາ ຫາ ແຂວງບໍ່ແກ້ວ ຊົ່ວຄາວ ແລະ ເຂັ້ມງວດການກວດກາຕົ້ນເຂົ້າ-ອອກແຂວງຫຼວງນໍ້າທາ.

ເນື່ອງຈາກໃນ ວັນທີ 23 ສິງຫາ 2021 ຜ່ານມາແມ່ນໄດ້ກວດພົບຜູ້ຕິດເຊື້ອພະຍາດໂດວິດ 19 ທີ່ເປັນຄົນແຂວງບໍ່ແກ້ວໄດ້ເດິນທາງຜ່ານ ແລະ ພົວພັນໃກ້ຊິດກັບຄົນແຂວງຫຼວງນ້ໍາທາເປັນວົງກວ້າງ ແລະ ໃນປັດຈຸບັນ ທາງແຂວງຫຼວງນໍ້າທາ ກໍາລັງຊອກຫາ, ເກັບຕົວຢ່າງກຸ່ມສ່ຽງມາກວດຫາເຊື້ອພະຍາດ.

ດັ່ງນັ້ນ, ຖ້າບໍ່ມີວຽກຈໍາເປັນແທ້ໆໃນໄລຍະນີ້ບໍ່ຄວນເດີນທາງ ໄປແຂວງຫຼວງນ້ໍາທາ ແລະ ແຂວງບໍ່ແກ້ວ. ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດ.