ອອກໂຮງໝໍຫຼ້າສຸດຢູ່ສະຫວັນນະເຂດ 64 ຄົນ ດີໃຈນຳ

296

ໃນແຂວງສະຫວັນນະເຂດ ເຖິງແມ່ນວ່າຈະມີຕົວເລກຜູ້ຕິດເຊື້ອເພີ່ມຂຶ້ນໃນແຕ່ລະວັນ ແຕ່ກໍ່ມີຜູ້ທີ່ປິ່ນປົວຫາຍດີອອກໂຮງໝໍໃນທຸກໆວັນເຊັ່ນດຽວກັນ ເຊິ່ງຫຼ້າສຸດ ວັນທີ 25 ສິງຫາ 2021 ເວລາ 15:00 ໂມງ ກໍ່ໄດ້ມີພິທີມອບ – ຮັບຜູ້ທີ່ປິ່ນປົວດີຈາກພະຍາດ ໂຄວິດ-19 ຈຳນວນ 64 ກໍລະນີ ທີ່ໄດ້ຮັບການປິ່ນປົວດີ ຈາກໂຮງໝໍສະໜາມຫຼັກ 9 ( 37 ຄົນ ) ໂຮງໝໍສະໜາມ ໂນນສະຫວາດ ( ໂຮງງານອັບເກນ 25 ຄົນ ).

ບັນດາຜູ້ທີ່ໄດ້ຮັບການປິ່ນປົວຫາຍດີແລ້ວທຸກຄົນ ພາຍຫຼັງກັບເມືອບ້ານແລ້ວ ຕ້ອງໄດ້ມີການສືບຕໍ່ ແຍກປ່ຽວກັກບໍລິເວນໂຕເອງຢູ່ສູນກັກບໍລິເວນ ຂອງເມືອງຕື່ມອີກ 14 ວັນ ທີ່ໄດ້ກຳນົດໄວ້ໃຫ້ໃນແຕ່ລະເມືອງ, ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ໃຫ້ຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າອັດປາກ, ແລະ ໝັ່ນລ້າງມືໃສ່ສະບູ ຫຼື ເຈວຂ້າເຊື້ອ ເປັນປະຈໍາ ຕະຫຼອດເຖິງ ການຕິດຕາມອຸນຫະພູມ ແລະ ອາການເຈັບເປັນຂອງຕົນເອງໃນແຕ່ລະວັນ.

ຖ້າມີອາການເຈັບເປັນໃດຫນຶ່ງ ແມ່ນໃຫ້ໂທປຶກສາແພດເພື່ອຂໍຄໍາແນະນໍາໃນການປະຕິບັດຕົນ,ທ່ານຍັງໄດ້ເນັ້ນໜັກໃຫ້ທາງຄອບຄົວ ແລະ ອໍານາດການປົກຄອງບ້ານໄດ້ຊີ້ແຈງຕໍ່ປະຊາຊົນພາຍໃນບ້ານໃຫ້ມີຄວາມເຂົ້າໃຈ ແລະ ໂດຍສະເພາະບໍ່ໃຫ້ມີການລັງກຽດຕໍ່ຜູ້ຕິດເຊື້ອພະຍາດໂຄວິດ-19, ຜູ້ທີ່ໄດ້ຮັບການປິ່ນປົວດີແລ້ວ ແລະ ຄອບຄົວຂອງເຂົາເຈົ້າ, ໃຫ້ທຸກຄົນໃນສັງຄົມພ້ອມກັນເປັນກຳລັງໃຈ ແລະ ໃຫ້ການສະໜັບສະໜູນ ແລະ ການແນະນຳທີ່ດີຜູ້ທີ່ຕິດເຊື້ອ ກໍຄືຜູ້ທີ່ປິ່ນປົວດີ ແລ້ວເພື່ອໃຫ້ມີກຳລັງໃຈສືບຕໍ່ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ການດໍາລົງຊີວິດປົກກະຕິແບບໃໝ່ ( New normal ) ທີ່ປອດໄພໃນຄອບຄົວ ແລະ ໃນສັງຄົມ.

ສຳລັບແຂວງສະຫວັນນະເຂດ ປະຈຸບັນແມ່ນມີ ຜູ້ຕິດເຊື້ອສະສົມ 4.856 ຄົນ, ຍັງຄັ້ງສູນປິ່ນປົວ 2.301 ຄົນ, ປິ່ນປົວດີແລ້ວ 2.555 ຄົນ, ຍິງ 1.291 ຄົນ ແລະ ເສັຍຊີວິດ 3 ຄົນ, ຍິງ 1 ຄົນ.
( ຂໍ້ມູນ ວັນທີ 25 ສິງຫາ 2021 )