ວ້າວໆ! ເຊຍຄົນຫຼໍ່ສຽງດີຕ້ອງຄົນນີ້ ຈີ້ນ ອາລຸນ MGL02ໃນເວທີ  Mister Global Laos 2021

939

ມື້ນີ້ມາທໍາຄວາມຮູ້ຈັກກັບອີກຫນຶ່ງຫນຸ່ມຫລໍ່ ຈາກເວທີການປະກວດຊາຍງາມ Mister Global Laos 2021 ອາລຸນ ຊ້ອຍດາລາ ຫລື ຈີ້ນ ໝາຍເລກ MGL02 ປັດຈຸບັນອາຍຸ 27ປີ ຈາກນະຄອນຫຼວງວຽງຈັນ ອາຊີບທີ່ປະກອບຢູ່ແມ່ນລ່າມແປພາສາຈີນ-ລາວ ລາວ-ຈີນ.

ສໍາລັບຜົນງານໃນວົງການບັນເທີງທີ່ຜ່ານມາໃນປີ 2012 ແມ່ນໄດ້ເຄີຍເຂົ້າຮ່ວມປະກວດງານເປບຊີ ເຊີ່ງໄດ້ຈັດຂື້ນເປັນຄັ້ງທີສອງ ແລະ ໄດ້ຖ່າຍ MV ໃນປີ 2012 ເຊັ່ນດຽວກັນ ແຕ່ການປະກວດໃນຄັ້ງຜ່ານມາແມ່ນບໍ່ສາມາດໄປເຖິງເປົ້າຫມາຍທີ່ຕັ້ງໄວ້ໄດ້ ດັ່ງນັ້ນ ຈຶ່ງເຮັດໃຫ້ໃຫ້ຕັດສິນໃຈມາລົງປະກວດເວທີ Mister Global Laos 2021 ອີກຄັ້ງ ແລະ ຢາກສໍາເລັດຕາມຄວາມຝັນທີ່ຕັ້ງໄວ້.

ຖ້າເວົ້າເຖີງເປົ້າໝາຍ ແລະຄວາມໄຝ່ຝັນໃນການເຂົ້າປະກວດເວທີໃນຄັ້ງນີ້ ເຊື່ອວ່າໃນໃຈຂອງຜູ້ເຂົ້າປະກວດຈະມີຈຸດໝາຍທີ່ຕັ້ງຊັດເຈນແມ່ນຄວາມຈິງ, ແຕ່ເປົ້າໝາຍທີແທ້ຈິງຂອງຈິ້ນແມ່ນ ຈະໃຊ້ຄວາມຮູ້ທີ່ມີຢູ່, ປະສົບການທີເຄີຍຮຽນຮູ້ມາ ແລະ ສິ່ງໃໝ່ໆປະສົບການໃໝ່ໆທີ່ກໍາລັງຈະເຂົ້າມາຈິ້ນຈະເກັບກ່ຽວ, ປັ້ນເອົາຄວາມຮູ້ໃຫ້ແໜ້ນ ແລະ ນໍາເອົາວັດທະນາທໍາລາວ ເອົາຄວາມເປັນຊາຍລາວໄປເຜີຍແຜ່ ແລະ ໃຫ້ກ້າວສູ່ສາກົນ ໃຫ້ຫຼາຍປະເທດໄດ້ຮັບຮູ້ຮຽນຮູ້ປະເພນີລາວອັນສວຍງາມຂອງບ້ານເຮົາຜ່ານການເອກອ້າງຄວາມສວຍງາມຂອງວັດທະນະທໍາ ແລະ ສະຖານທີ່ທ່ອງທ່ຽວອັນເປັນມໍລະດົນຂອງຊາດໃຫ້ສາກົນໄດ້ເຫັນ ແລະ ປະທັບໃຈເທິງເວທີ.

ສໍາລັບໃນວົງການບັນເທີງຈີ້ນຈະເກັບກ່ຽວເອົາຄວາມຮູ້ ແລະ ປະສົບການໃນທຸກໆຄັ້ງເພື່ອເປັນບົດຮຽນທີ່ດີໃຫ້ແກ່ຕົນເອງໃຫ້ໄດ້ຫຼາຍທີ່ສຸດ.

ສໍາລັບຄໍາຄົມ ຫຼື ຄະຕິປະຈໍາໃຈຂອງຈີ້ນເອງແມ່ນມີຢູ່ສັ້ນໆຄື ‘’ ນີ້ງໆເຂົ້າໄວ້ ແຕ່ສູ້ບໍ່ຖ່ອຍ ‘’ ເຮົາມາລຸ້ນນໍາກັນເຖິງຄວາມນິ້ງໆ ຂອງຫນຸ່ມຄົນນີ້ທີ່ອາດຈະເປັນມ້າມືດຂອງເວທີປະກວດຊາຍງາມໃນປີນີ້ເລີຍກໍໄດ້ ຢ່າລືມເຊຍ ແລະ ສົ່ງກໍາລັງໃຈໃຫ້ຫນຸ່ມຄົນນີ້ນໍາກັນເດີ.

ຄວາມສາມາດທີຢາກຈະໃຫ້ສູ່ສາຍຕາຄົນໄດ້ເຫັນແມ່ນ ການຮ້ອງເພງ ເພາະຈີ້ນເອງມີຄວາມສາມາດໃນດ້ານນີ້ ແລະ ຈະພະຍາຍາມຝຶກຝົນ ເຮັດໃຫ້ດີທີ່ສຸດເພື່ອໃຫ້ທຸກຄົນໄດ້ເຫັນ ປະທັບໃຈໃນສຽງເພງຜ່ານບົດເພງທີ່ຈີ້ນຢາກຈະສື່ ແລະ ຮັບຮອງເລີຍວ່າໃນຮອບສະແດງຄວາມສາມາດ ທຸກຄົນຈະປະທັບໃຈຢ່າງແນ່ນອນ ສິ່ງທີ່່ຄິດວ່າເປັນຈຸດເດັ່ນຂອງຈີ້ນບໍ່ຂື້ນກັບວ່າຈະເຮັດໃຫ້ຄຸນນະພາບໃນການເດີນແບບອອກມາໄດ້ສູງ ແລະ ດີສໍ່າໃດ ສິ່ງສໍາຄັນນີ້ຄືສິ່ງທີ່ມັກ ແລະ ຕັ້ງໃຈ.

ການກຽມຕົວກ່ອນເຂົ້າປະກວດຂອງຈີ້ນແມ່ນຫຼັກໆກໍຫຼິ້ນກິລາເພື່ອໃຫ້ມີຮູບຮ່າງ ແລະ ສຸຂະພາບທີ່ດີ, ຈັດແຈງຄວາມຄິດ ແລະ ໃຫ້ມີຄວາມພ້ອມສະເໝີ ບໍ່ວ່າຈະຕ້ອງພົບກັບດ່ານທົດສອບ ຫລືສະຖານະການໃດກໍຕາມ ສໍາລັບໂຕຈີ້ນເອງ ຖ້າໄດ້ຕໍາແຫນ່ງມາຢາກຈະເອົາປະສົບການ ແລະ ສິ່ງໃໝ່ທີຮຽນຮູ້ມາເຜີຍແຜ່ໃຫ້ແກ່ສັງຄົມ ເປັນແຮງພັກດັນກະຕຸ້ນແກ່ຄົນລຸ້ນໃໝ່ລຸ້ນຕໍ່ໄປໃຫ້ມີຄວາມກ້າສະແດງອອກໃນດ້ານວົງການບັນເທິງ ເພື່ອໃຫ້ວົງການບັນເທີງລາວພັດທະນາ ແລະ ເຕີບໂຕດີຂຶ້ນເລື່ອຍໆ ສຸດທ້າຍນີ້ກໍຝາກໃຫ້ທຸກຄົນເປັນກໍາລັງໃຈໃຫ້ MGL02 ຈີ້ນຈະເຮັດໃຫ້ເຕັມທີ ແລະ ສຸດຄວາມສາມາດເລີຍຊ່ອງທາງການຕິດຕາມຜົນງານແມ່ນທາງ ເຟສບຸກສ່ວນຕົວ Jin Xoydala ແລະ ເພຈຂອງກອງປະກວດ Mister Global Laos.

ຮູບ: Jin Xoydala