ທີ່ສະຫວັນນະເຂດ ຜູ້ຕິດເຊື້ອໄດ້ກັບບ້ານອີກ 20 ຄົນ ຊົມເຊີຍທີມແພດ

263

ທີມແພດໝໍທີ່ປະຕິບັດໜ້າທີ່ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ເອົາໃຈໃສ່ໜ້າທີ່ໆທີ່ປະເທດຊາດ ແລະປະຊາຊົນມອບໝາຍໃຫ້ຢ່າງສຸດຄວາມສາມາດ ແລະໄດ້ຊ່ວຍຊີວິດຫຼາຍຕໍ່ຫຼາຍຄົນໃນບັ້ນຕໍ່ສູ້ກັບສັດຕູໂຕຮ້າຍກາດໂຄວິດ-19 ໄດ້ກັບບ້ານເປັນລາຍວັນ, ຫຼ້າສຸດນີ້ 20 ຄົນໄດ້ຄືນສູ່ອ້ອມກອດຄອບຄົວ ໂດຍເປັນົນງານຈາກແພດໝໍໃນໂຮງໝໍສະໜາມ ຫຼື ສູນປິ່ນປົວໃນ 3 ສູນ.


ວັນທີ 23 ສິງຫາ 2021 ເວລາ 15:00 ໂມງ ໄດ້ມີພິທີມອບ – ຮັບຜູ້ທີ່ປິ່ນປົວດີຈາກພະຍາດ ໂຄວິດ-19 ຈຳນວນ 20 ກໍລະນີ ທີ່ໄດ້ຮັບການປິ່ນປົວດີ ຈາກໂຮງໝໍສະໜາມຫຼັກ 9, ໂຮງໝໍສະໜາມ ໂນນສະຫວາດ ( ໂຮງງານອັບເກນ ) ແລະ ໂຮງໝໍສະໜາມ ວິທະຍາໄລ ວິທະຍາສາດ ສຸຂະພາບ ( ວສສ )


ໂດຍການເຂົ້າຮ່ວມຂອງ ທິມແພດປິ່ນປົວ, ຄອບຄົວ ຂອງຄົນເຈັບກໍ່ໄດ້ເຂົ້າຮ່ວມໃນການມອບ-ຮັບຄັ້ງນີ້ທິມແພດປິ່ນປົວ ໄດ້ກ່າວຕໍ່ໍ່ ຜູ້ທີ່ປີ່ນປົວດີເເລ້ວ, ຄອບຄົວວ່າ: ພາຍຫຼັງທີ່ກັບເມືອບ້ານແລ້ວ ຕ້ອງໄດ້ມີການສືບຕໍ່ ແຍກປ່ຽວກັກບໍລິເວນໂຕເອງຢູ່ສູນກັກບໍລິເວນ ຂອງເມືອງຕື່ມອີກ 14 ວັນ ທີ່ໄດ້ກຳນົດໄວ້ໃຫ້ໃນແຕ່ລະເມືອງ, ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ໃຫ້ຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າອັດປາກ, ແລະ ໝັ່ນລ້າງມືໃສ່ສະບູຫຼື ເຈັວຂ້າເຊື້ອ ເປັນປະຈໍາ ຕະຫຼອດເຖິງ ການຕິດຕາມອຸນຫະພູມ ແລະ ອາການເຈັບເປັນຂອງຕົນເອງໃນແຕ່ລະວັນ.


ຖ້າມີອາການເຈັບເປັນໃດນຶ່ງ ແມ່ນໃຫ້ໂທປຶກສາແພດເພື່ອຂໍຄໍາແນະນໍາໃນການປະຕິບັດຕົນ,ທ່ານຍັງໄດ້ເນັ້ນໜັກໃຫ້ທາງຄອບຄົວ ແລະ ອໍານາດການປົກຄອງບ້ານໄດ້ຊີ້ແຈງຕໍ່ປະຊາຊົນພາຍໃນບ້ານໃຫ້ມີຄວາມເຂົ້າໃຈ ແລະ ໂດຍສະເພາະບໍ່ໃຫ້ມີການລັງກຽດຕໍ່ຜູ້ຕິດເຊື້ອພະຍາດໂຄວິດ-19, ຜູ້ທີ່ໄດ້ຮັບການປິ່ນປົວດີແລ້ວ ແລະ ຄອບຄົວຂອງເຂົາເຈົ້າ, ໃຫ້ທຸກຄົນໃນສັງຄົມພ້ອມກັນເປັນກຳລັງໃຈ ແລະ ໃຫ້ການສະໜັບສະໜູນ ແລະ ການແນະນຳທີ່ດີຜູ້ທີ່ຕິດເຊື້ອ ກໍຄືຜູ້ທີ່ປິ່ນປົວດີ ແລ້ວເພື່ອໃຫ້ມີກຳລັງໃຈສືບຕໍ່ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ການດໍາລົງຊີວິດປົກກະຕິແບບໃໝ່ ( New normal ) ທີ່ປອດໄພໃນຄອບຄົວ ແລະ ໃນສັງຄົມ.
ເຊີ່ງປະຈຸບັນແມ່ນມີ ຜູ້ຕິດເຊື້ອສະສົມ 4.095 ຄົນ, ຍັງຄ້າງສູນປິ່ນປົວ 1.635 ຄົນ, ປິ່ນປົວດີແລ້ວ 2.460 ຄົນ, ຍິງ 1.238 ຄົນ ແລະ ເສັຍຊີວິດ 3 ຄົນ, ຍິງ 1 ຄົນ.

( ຂໍ້ມູນ ວັນທີ 23 ສິງຫາ 2021 )