ກະຊວງ ຮສສ ແນະນຳແຮງງານລາວທີ່ກັບມາໃຫ້ຊອກວຽກເຮັດງານທຳພາຍໃນປະເທດ

500

ເນື່ອງຈາກສະຖານະການໃນປັດຈຸບັນທີ່ມີຄວາມຫຍຸ້ງຍາກລຳບາກ ຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໂດຍສະເພາະກັບແຮງງານຜູ້ທີ່ຍັງຄ້າງທີ່ປະເທດໃກ້ຄຽງ ແລະ ຜູ້ທີ່ກັບມາປະເທດຕົນເອງແລ້ວກໍ່ດີ ສິ່ງທີ່ຄວນເຮັດຕອນນີ້ຄື ຄວນຊອກວຽກງານທຳພາຍໃນປະເທດຕົນເອງ ເພື່ອຄວາມປອດໄພທາງສຸຂະພາບ ແລະການຖືກເອົາລັດເອົາປຽບຈາກນາຍຈ້າງ ເຊິ່ງທຸກວັນນີ້ກະຊວງແຮງງານແມ່ນໄດ້ເຮັດທຸກວິທີທາງຫາວຽກເຮັດງານທຳພາຍໃນປະເທດໃຫ້ຜູ້ວ່າງງານໃນບໍລິສັດຕ່າງໆ.


ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຕາງໜ້າລັດຖະບານກ່ຽວກັບການເບິ່ງແຍງແຮງງານລາວ ທີ່ຍັງຄ້າງ ແລະ ກັບມາແລ້ວໂດຍມີໃຈຄວາມວ່າ: ແຮງງານລາວທີ່ໄປເຮັດວຽກທີ່ປະເທດໃກ້ຄຽງ ຂໍຮຽກຮ້ອງໃກ້ກັບຄືນ ແຕ່ຕ້ອງໃຫ້ເຂົ້າມາຕາມດ່ານທີ່ທາງການໄດ້ກໍານົດ ຕໍ່ສະພາບການທີ່ ລະບາດຂອງພະຍາດໂຄວິດ-19 ຢ່າງຮຸ່ນແຮງໃນທົ່ວໂລກ, ລັດຖະບານແຕ່ລະປະເທດມີຄວາມຈຳເປັນຕ້ອງປົກປ້ອງຊີວິດຂອງປະຊາຊົນຢ່າງສຸດຂີດ


ການແຜ່ລະບາດ ຂອງເຊື້ອພະຍາດດັ່ງກ່າວ ແມ່ນສົ່ງຜົນກະທົບ ໂດຍສະເພາະແຮງງານທີ່ຢູ່ຕ່າງປະເທດ ທີ່ຕ້ອງຂາດລາຍໄດ້ ກາຍເປັນຜູ້ວ່າງງານ ຈຳນວນບໍ່ໜ້ອຍ ໃນສະພາບ ແລະ ເງື່ອນໄຂດັ່ງກ່າວ, ຮ້າຍແຮງໄປກວ່ານັ້ນ ແຮງງານລາວພວກເຮົາສ່ວນຫຼວງຫຼາຍ ພັດເປັນແຮງງານທີ່ໄປເຮັດວຽກໃນຊ່ອງທາງ ທີ່ບໍ່ຖືກຕາມບົດບັນທຶກຄວາມເຂົ້າໃຈຂອງສອງກະຊວງແຮງງານທີ່ສອງປະເທດຕົກລົງກັນ, ບໍ່ໄດ້ດຳເນີນເອກະສານຜ່ານຂະບວນການ ແລະ ຂັ້ນຕອນການບໍລິການຂອງບັນດາບໍລິສັດຈັດຫາງານ.
ໝາຍວ່າ (ບໍ່ມີຜູ້ສົ່ງ ແລະ ຜູ້ຮັບຢ່າງຖືກຕ້ອງ) ຈຳນວນຫຼາຍນຳໃຊ້ ວີຊາ (visa) ທ່ອງທ່ຽວ ຫຼື ບັດຜ່ານແດນ ຍິ່ງໄປກວ່ານັ້ນ ຈຳນວນໜຶ່ງຊ້ຳພັດລັກຂ້າມເຂົ້າໄປປະເທດປາຍທາງ ໂດຍທີ່ບໍ່ຜ່ານດ່ານ ເຂົ້າ-ອອກ ຂອງສອງປະເທດ ໂດຍບໍ່ຄຳນຶງຄວາມຖືກຕ້ອງທາງດ້ານກົດໝາຍຂອງສອງປະເທດ. ດ້ວຍເຫດນັ້ນ, ຈຶ່ງເກີດມີຊ່ອງວ່າງໃຫ້ແຮງງານເຫຼົ່ານັ້ນມີຄວາມສ່ຽງ, ຖືກເອົາລັດເອົາປຽບຈາກນາຍຈ້າງ ແລະ ມີຄວາມສ່ຽງສູງຈະຕົກເປັນເຫຍື່ອຂອງການຄ້າມະນຸດ.


ໃນເງື່ອນໄຂທີ່ມີສະພາບການລະບາດຂອງພະຍາດ ໂຄວິດ-19 ຢູ່ປະເທດເພື່ອນບ້ານທີ່ຮ້າຍແຮງ ແລະ ຈຳເປັນຕ້ອງໄດ້ພ້ອມກັນອວ່າຍໜ້າກັບຄືນມາຫາປະເທດຊາດ. ດັ່ງນັ້ນ, ພັກ ແລະ ລັດຖະບານ ໄດ້ມີນະໂຍບາຍ ທີ່ເປັນຫວ່ງເປັນໃຍເຖິງຄວາມສຸກທຸກຂອງຊາວຜູ້ອອກແຮງງານລາວບັນດາເຜົ່າ ໃນເວລາພີ່ນ້ອງຊາວຜູ້ອອກແຮງງານ ທີ່ກັບມາຈາກຕ່າງປະເທດ ກໍລ້ວນແຕ່ໄດ້ຮັບການຕ້ອນຮັບຈາກອົງການປົກຄອງແຕ່ລະຂັ້ນເປັນຢ່າງດີ ດ້ວຍການເອົາໃຈໃສ່ເບິ່ງແຍງດູແລ, ໃຫ້ຄວາມສະດວກທາງດ້ານທີ່ພັກ, ອຳນວຍຄວາມສະດວກຕ່າງໆ, ສະໜອງເຄື່ອງອຸປະໂພກ-ບໍລິໂພກ, ກວດສຸຂະພາບກວດຫາເຊື້ອໂຄວິດ-19 ຖ້າພົບເຊື້ອກໍໄດ້ຮັບການປິ່ນປົວໂດຍບໍ່ໄດ້ເສຍຄ່າ ຖ້າບໍ່ມີການຕິດເຊື້ອພະຍາດ ໂຄວິດ – 19 ເມື່ອຄົບກຳນົດຕາມ ມາດຕະການທາງດ້ານການແພດແລ້ວກໍຖືກຈັດສົ່ງໄປຫາຄອບຄົວ, ຍາດພີ່ນ້ອງ ແລະ ສັງຄົມ ຊຶ່ງທັງໝົດນັ້ນສະແດງເຖິງການປະຕິບັດນະໂຍບາຍຢ່າງຖືກຕ້ອງ ເປັນທຳຂອງ ພັກ-ລັດຖະບານ ແລະ ອົງການປົກຄອງທຸກຂັ້ນ ຕໍ່ພົນລະເມືອງລາວບັນດາເຜົ່າ.


ໃນນາມກະຊວງ ຮສສ ໃນຖານະທີ່ຖືກມອບໝາຍຈາກລັດຖະບານ ກໍຄືອົງການປົກຄອງທ້ອງຖິ່ນໃຫ້ຮັບຜິດຊອບວຽກງານແຮງງານ ແລະ ສະຫວັດດີການສັງຄົມ ຂໍຮຽກຮ້ອງມາຍັງຜູ້ອອກແຮງງານທີ່ກັບຄືນມາຈາກຕ່າງປະເທດທັງໝົດ ຂໍໃຫ້ເຂົ້າມາຕາມດ່ານທີ່ທາງການໄດ້ກຳນົດ, ຫ້າມເດັດຂາດບໍ່ໃຫ້ລັກລອບເຂົ້າມາໂດຍບໍ່ໄດ້ອະນຸຍາດ ແລະ ບໍ່ຜ່ານຂະບວນການກວດຫາເຊື້ອໂຄວິດ-19 ແລະ ຢູ່ສູນກັກກັນຕາມຂັ້ນຕອນ ຖ້າຫາກແຮງງານຜູ້ໃດລະເມີດແມ່ນຈະໄດ້ຮັບຜິດຊອບຕໍ່ໜ້າກົດ ໝາຍຢ່າງເຂັ້ມງວດ.


ກໍລະນີ ແຮງງານລາວທີ່ພວມເຮັດວຽກຢູ່ຕ່າງປະເທດ ຍັງມີວຽກເຮັດເປັນປົກກະຕິ, ໄດ້ຮັບການຄຸ້ມຄອງຈາກນາຍຈ້າງ ບໍ່ມີຄວາມສ່ຽງທີ່ຈະຕິດເຊື້ອ ແລະ ມີເງື່ອນໄຂເຂົ້າເຖິງການດູແລສຸຂະພາບລວມທັງການເຂົ້າເຖິງວັກຊິນປ້ອງກັນໂຄວິດ-19 ກໍໃຫ້ສືບຕໍ່ເຮັດວຽກນຳນາຍຈ້າງ ດ້ວຍຄວາມອຸ່ນອ່ຽນທຸ່ນທ່ຽງ ເຮັດວຽກຕາມຕຳແໜ່ງງານ, ຕາມສັນຍາແຮງງານ ບໍ່ໃຫ້ເຄື່ອນຍ້າຍຊະຊາຍ ເພື່ອຈຳກັດການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທັງເປັນການຫຼຸດຜ່ອນພາລະແບກຫາບຂອງລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ.


ຜູ້ອອກແຮງງານທີ່ກັບມາຮອດບ້ານຮອດເຮືອນແລ້ວ ໃຫ້ຕັ້ງໜ້າສະແຫວງຫາຄວາມຮູ້ພັດທະນາອາຊີບໃຫ້ມີຄວາມຊຳນານງານ ຊອກຫາວຽກເຮັດງານທຳຢູ່ພາຍໃນປະເທດຕາມຄວາມເໝາະສົມຢູ່ຕາມໂຄງການລົງທຶນ, ຫົວໜ່ວຍແຮງງານຕ່າງໆ ທີ່ຍັງມີຄວາມຕ້ອງການແຮງງານເປັນຈຳນວນຫຼວງຫຼາຍ ຢູ່ໃນຂອບເຂດທົ່ວປະເທດສະເພາະຢູ່ນະຄອນຫຼວງວຽງຈັນ ຍັງມີຄວາມຕ້ອງການແຮງງານປະມານ 10.000 ຄົນ ແລະ ແຂວງອື່ນໆ ເປັນຕົ້ນແມ່ນແຂວງຈຳປາສັກ, ສະຫວັນນະເຂດ, ຄຳມ່ວນ ແລະ ບັນດາແຂວງທາງພາກເໜືອຈຳນວນໜຶ່ງ ໃຫ້ພ້ອມກັນໄປຂຶ້ນທະບຽນຕ້ອງການເຮັດວຽກນຳຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ, ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ແລະ ນະຄອນຫຼວງວຽງຈັນ.
(ຂໍ້ມູນ: ຂ່າວສານແຮງງານ ແລະສະຫວັດດີການສັງຄົມ)