ທາງການຈະນຳຫາຜູ້ປ່ອຍຂ່າວ 20 ຄົນໃນນະຄອນຫຼວງວຽງຈັນຕິດໂຄວິດ ທີ່ເຮັດໃຫ້ສັງຄົມແຕກຕື່ນ

566

ພວກເຮົາຮູ້ກັນດີໂຄວິດ-19 ເປັນພະຍາດທີ່ຮ້າຍແຮງທຸກຄົນມີຄວາມເປັນຫ່ວງ ແລະຢູ່ໃນພາວະທີ່ເຝົ້າລະວັງຢູ່ ດັ່ງນັ້ນ, ການຢູ່ຮ່ວມກັນໃນສັງຄົມນີ້ນອກຈາກຈະເປັນພົນລະເມືອງດີໂດຍການປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກໃຫ້ເຂັ້ມງວດ, ປະຕິບັດການໃຊ້ຊີວິດປົກກະຕິແບບໃໝ່ໃຫ້ເປັນແລ້ວ ບໍ່ຄວນສ້າງເລື່ອງແຕກຕື່ນໃຫ້ປະສັງຄົມ ຕົວຢາງເລື່ອງຄົນປ່ອຍຂ່າວວ່າມີ 20 ຄົນທີ່ພົວພັນກັບຄົນຈີນຕະຫຼາດຊັງຈຽງຕິດໂຄວິດ ຊຶ່ງເລື່ອງນີ້ບໍຈົບທີ່ລາຍງານຂ່າວ ແຕ່ທາງການຍັງຈະນຳຫາຕົ້ນເຫດທີ່ປ່ອຍອອກມາ ເພື່ອຮັບຮູ້ການກະທຳຂອງຕົນເອງ.


ໂດຍຫຼັງຈາກທີ່ໄດ້ມີຂ່າວທາງສື່ສັງຄົມອອນລາຍລົງກ່ຽວກັບວ່າມີຄົນຈີນ ຕິດເຊື້ອ ແລ້ວນຳເອົາເຊື້ອມາແຜ່ຕໍ່ພົນລະເມືອງລາວ ຈໍານວນ 20 ຄົນ. ໃນວັນທີ 22 ສິງຫາ ປີ 2021 ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ກໍ່ໄດ້ກ່າວໃນຖະແຫຼງຂ່າວລະບຸວ່າ: ຕໍ່ກັບບັນຫາດັ່ງກ່າວພວກເຮົາໄດ້ເກັບຕົວຢ່າງ 140 ຄົນ ທີ່ຖືວ່າເປັນຜູ້ສໍາຜັດໃກ້ຊິດ ແລະ 20 ຄົນທີ່ເປັນຂ່າວກໍ່ນອນໃນ 140 ຄົນ ເຊິ່ງທັງໝົດໄດ້ເກັບຕົວຢ່າງ, ຜົນອອກມາເປັນລົບ. ດັ່ງນັ້ນ, ຂໍ້ມູນອື່ນໆທີ່ເຜີຍແຜ່ອອກໄປ ບໍ່ແມ່ນຄວາມຈິງ ແລະ ຜູ້ທີ່ເຜີຍແຜ່ ແມ່ນ ມີຄວາມຜິດທາງດ້ານກົດໝາຍ ແລະ ເຈົ້າໜ້າທີ່ກໍາລັງຕິດຕາມກຸ່ມຄົນດັ່ງກ່າວ.

ດັ່ງນັ້ນໃນສະພາບທີ່ສັງຄົມມີຄວາມວຸ້ຍວາຍຢູ່ແລ້ວ ບໍ່ຄວນສ້າງຄວາມແຕກຕື່ມອີກ ເພາະບໍ່ໄດ້ມີຜົນດີຫຍັງຕໍ່ສັງຄົມເຮົານອກຈາກເປັນການສ້າງຄວາມແຕກຕື່ນ ແລະ ສົ່ງຜົນເສຍຫາຍແກ່ການທຳມາຫາກິນ ເຊິ່ງຖ້າຫາກຜູ້ໃດລະເມີດກໍ່ຈະໄດ້ຮັບໂທດຕາມກົດໝາຍບ້ານເມືອງ.


ສຳລັບຂ່າວເຫດບ້ານການເມືອງແມ່ນຄວນຕິດຕາມຊ່ອງທາງທີ່ໜ້າເຊື່ອຖືໄດ້ ເຊັ່ນ: ການຖະແຫຼງການຈາກຄະນະສະເພາະກິດ, ຫຼື ຈາກໜັງສືພິມ, ເວັບໄຊຕ່າງໆ ທີ່ສາມາດເຊື່ອຖືໄດ້ ບໍ່ຄວນຮັບເອົາຂໍ້ມູນທີ່ໄດ້ຈາກການເຊື່ອສິ່ງເລົ່າລື ຫຼື ປາກຕໍ່ປາກ ເພາະນັ້ນຈະສ້າງຄວາມຫຍໍ້ທໍ້ແກ່ສັງຄົມໄດ້.