ຕາລີບັນ ປະກາດຍົກໂທດໃຫ້ເຈົ້າໜ້າທີ່ລັດ ພ້ອມເຊີນຊວນແມ່ຍິງເຂົ້າຮ່ວມລັດຖະບານ

1216

ສຳນັກຂ່າວຣອຍເຕີລາຍງານ ເມື່ອວັນທີ 17 ສິງຫາຜ່ານມາວ່າ: ກຸ່ມຕາລີບັນ ໄດ້ອອກມາຖະແຫຼງຂ່າວຕໍ່ສື່ມວນຊົນເປັນຄັ້ງທຳອິດ ຫຼັງຈາກທີ່ຢຶດອັຟການິດສະຖານໄດ້ສຳເລັດ ໂດຍໂຄສົກກຸ່ມຕາລີບັນ ໄດ້ປະກາດນີລະໂທດສະກຳ ຫຼື ຍົກໂທດໃຫ້ແກ່ອະດີດເຈົ້າໜ້າທີ່ຂອງລັດທຸກຄົນ ແລະ ທຸກລະດັບໃນອັຟການິດສະຖານ ແລະ ຂໍໃຫ້ເຈົ້າໜ້າທີ່ທຸກຄົນ ຕະຫຼອດຮອດປະຊາຊົນຈົ່ງເຮັດວຽກ ແລະ ໃຊ້ຊີວິດຕາມປົກກະຕິ, ເດັກນ້ອຍແມ່ຍິງສາມາດໄປໂຮງຮຽນໄດ້, ສ່ວນແມ່ຍິງກໍສາມາດອອກໄປເຮັດວຽກໄດ້, ໃນຂະນະທີ່ສຳນັກຂ່າວຕ່າງໆສາມາດລາຍງານສະຖານະການໄດ້ຕາມປົກກະຕິ.

ໂຄສົກກຸ່ມຕາລີບັນ ລະບຸວ່າ: “ ຄະນະຜູ້ປົກຄອງຂອງເອມີເຣດອິດສະລາມ ແຫ່ງອັຟການິດສະຖານ ” ( Islamic Emirate of Afghanistan ) ເຊິ່ງເປັນການກັບມາໃຊ້ຊື່ໃນສະໄໝອັຟການິດສະຖານຢູ່ພາຍໃຕ້ການປົກຄອງຂອງຕາລີບັນ ໃນລະຫວ່າງປີ 1996 – 2001 ເຊິ່ງບໍ່ຕ້ອງການໃຫ້ແມ່ຍິງຕ້ອງຕົກເປັນເຫຍື່ອຂອງການໃຊ້ຄວາມຮຸນແຮງ ແຕ່ມີຈຸດປະສົງໃຫ້ແມ່ຍິງມີສ່ວນຮ່ວມໃນອົງການຈັດຕັ້ງຂອງລັດທຸກລະດັບ ພາຍໃຕ້ກົດໝາຍ ” ຊາຣີອະ ” ພ້ອມທັງຢືນຢັນວ່າຈະບໍ່ມີການບັງຄັບ ຫຼື ຂົ່ມຂູ່ເລື່ອງສາສະໜາ.

ລາຍງານລະບຸວ່າ: ທ່ານ ມູນເລາະ ເອເມຍ ຂ່ານ ມຸດຕາຄີ ໜຶ່ງໃນສະມາຊິກລະດັບສູງຂອງກຸ່ມຕາລີບັນ ໄດ້ເດີນທາງຈາກນະຄອນຫຼວງໂດຮາ ປະເທດກາຕາ ກັບມາຍັງນະຄອນຫຼວງຄາບູລ ເພື່ອເຈລະຈາກັບອະດີດລັດຖະບານພົນລະເຮືອນຂອງອັຟການິດສະຖານ ເຊິ່ງໃນນັ້ນມີທັງ ທ່ານ ຮາມິດ ຄາໄຊ ອະດີດປະທານາທິບໍດີຂອງອັຟການິດສະຖານ.