ມີຜູ້ຕິດເຊື້ອເພີ່ມ 207 ຄົນ ຈາກຊຸມຊົນ 23 ຄົນ ຍອດຕິດເຊື້ອສະສົມລວມ10.648 ຄົນ,

1524

ສປປລາວມີກໍລະນີຕິດເຊື້ອໂຄວິດ-19ເພີ່ມ 207 ຄົນ ໃນນີ້ຈາກຊຸມຊົນ 23 ຄົນ ເຮັດໃຫ້ຕົວເລກຕິດເຊື້ອສະສົມທັງໝົດ 10.648 ຄົນ, ຄົນເຈັບເສຍຊີວິດສະສົມ 9 ຄົນ (ໃໝ່ 0) ແລະ ກໍາລັງປິ່ນປົວ ທັງໝົດ 3.988 ຄົນ.ດ້ານຄະນະສະເພາະກິດ ສັງເກດເຫັນວ່າ ປະຊາຊົນບາງກຸ່ມ ຍັງຖືເບົາ, ຫຼະເຫຼິງ ເພາະຄິດວ່າການຕິດເຊື້ອຈາກກໍລະນີນຳເຂົ້າ ແມ່ນຍັງຢູ່ຫ່າງໄກຈາກຕົນເອງ, ຄອບຄົວ ແລະ ໝູ່ເພື່ອນ. ແຕ່ເຖິງຢ່າງໃດກໍຕາມ ມີຄວາມສ່ຽງສູງຫຼາຍ ທີ່ຈະແຜ່ເຊື້ອອອກໄປສູ່ຊຸມຊົນເປັນວົງກວ້າງ ຍ້ອນວ່າ ກໍລະນີນຳເຂົ້າບາງຄົນ ກວດເຖິງ 2-3 ຄັ້ງ ຈຶ່ງພົບເຊື້ອ.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຕາງໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ຖະແຫຼງຂ່າວ ກ່ຽວກັບ ສະພາບໂຄວິດ-19 ໃນ ສປປ ລາວ ປະຈຳວັນ ທີ່ກະຊວງສາທາລະນະສຸກ.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຖະແຫຼງປະຈຳວັນທີ 17ສິງຫາ 2021 ວ່າ: ວັນທີ 16 ສິງຫາ 2021 ໄດ້ກວດວິເຄາະທັງໝົດ 2.146 ຄົນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 207 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນ 23 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື: ບໍ່ແກ້ວ (ເມືອງຕົ້ນເຜິ້ງ) 15 ຄົນ, ຄຳມ່ວນ 8 ຄົນ (ເປັນຜູ້ສຳຜັດໃກ້ຊິດນຳຜູ້ຈຳກັດບໍລິເວນຢູ່ສູນ). ສ່ວນ ກໍລະນີນໍາເຂົ້າ ມີ 184 ຄົນ ຈາກ ນະຄອນຫຼວງ 24 ຄົນ, ໄຊຍະບູລີ 2 ຄົນ, ບໍລິຄຳໄຊ 1 ຄົນ, ຄຳມ່ວນ 111 ຄົນ, ສາລະວັນ 27 ຄົນ, ສະຫວັນນະເຂດ 18 ຄົນ ແລະ ຈຳປາສັກ 1 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.


ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 10.648 ຄົນ, ຄົນເຈັບເສຍຊີວິດສະສົມ 9 ຄົນ (ໃໝ່ 0) ແລະ ກໍາລັງປິ່ນປົວ ທັງໝົດ 3.988 ຄົນ.

ທ່ານກ່າວຕື່ມວ່າ: ສຳລັບ ສປປ ລາວ ສ່ວນໃຫຍ່ ການຕິດເຊື້ອ 80% ແມ່ນມາຈາກກໍລະນີນຳເຂົ້າ ຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງເຂົ້າມາ ສປປ ລາວ ຈາກປະເທດໃກ້ຄຽງ ທີ່ກຳລັງມີການລະບາດຂອງສາຍພັນເດວຕ້າ ເຊິ່ງເປັນສາຍພັນທີ່ອັນຕະລາຍ ແລະ ມີຄວາມຮຸນແຮງ. ສັງເກດເຫັນວ່າ ປະຊາຊົນບາງກຸ່ມ ຍັງຖືເບົາ, ຫຼະເຫຼິງ ເພາະຄິດວ່າ ການຕິດເຊື້ອຈາກກໍລະນີນຳເຂົ້າ ແມ່ນຍັງຢູ່ຫ່າງໄກຈາກຕົນເອງ, ຄອບຄົວ ແລະ ໝູ່ເພື່ອນ, ແຕ່ເຖິງຢ່າງໃດກໍຕາມ ມີຄວາມສ່ຽງສູງຫຼາຍ ທີ່ຈະແຜ່ເຊື້ອອອກໄປສູ່ຊຸມຊົນເປັນວົງກວ້າງ ຍ້ອນວ່າ ກໍລະນີນຳເຂົ້າບາງຄົນ ກວດເຖິງ 2-3 ຄັ້ງ ຈຶ່ງພົບເຊື້ອ. ຕໍ່ກັບສະພາບການດັ່ງກ່າວ, ຖ້າພວກເຮົາທຸກຄົນ ບໍ່ເຂັ້ມງວດເອົາໃຈໃສ່ໃນການປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຄັ່ງຄັດ ອາດຈະນຳໄປສູ່ການຕິດເຊື້ອໃນຊຸມຊົນ ຄືໃນໄລຍະຜ່ານມາ.


ຂໍຮຽກຮ້ອງມາຍັງບັນດາທ່ານ, ພໍ່ແມ່, ປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ ແລະ ທຸກພາກສ່ວນໃນສັງຄົມ ທີ່ໄດ້ສໍາຜັດໃກ້ຊິດກັບຄົນເຈັບຕິດເຊື້ອ ຫລື ໄປສະຖານທີທີ່ມີຄວາມສ່ຽງ ແມ່ນໃຫ້ມາເກັບຕົວຢ່າງ ເພື່ອກວດຊອກຫາເຊື້ອ ຢູ່ສະຖານທີ່ ທີ່ກຳນົດໄວ້ (ມສ ສີໂຄດ) ເພື່ອປ້ອງກັນຕົວທ່ານເອງ, ຄອບຄົວທ່ານ ແລະ ຊຸມຊົນຂອງທ່ານໃຫ້ປອດໄພຈາກພະຍາດໂຄວິດ-19 ແລະ ທີ່ສຳຄັນ ບໍ່ໃຫ້ທ່ານຄິດວ່າການຕິດເຊື້ອພະຍາດໂຄວິດ-19 ເປັນເລື່ອງຫນ້າອາຍ ຫຼື ຢ້ານສັງຄົມລັງກຽດ, ບໍ່ວ່າທ່ານມີ ຫລື ບໍ່ມີອາການສະແດງອອກ ກໍ່ໃຫ້ມາກວດດ່ວນ ພ້ອມດ້ວຍທຸກຄົນທີ່ເປັນສະມາຊິກພາຍໃນຄອບຄົວທີ່ທ່ານໄດ້ສໍາຜັດໃກ້ຊິດ, ພາຍຫລັງເກັບຕົວຢ່າງແລ້ວ ໃນໄລຍະທີ່ລໍຖ້າຜົນກວດ ໃຫ້ທ່ານຈຳກັດບໍລິເວນຕົນເອງ ແລະ ຄົນໃນຄອບຄົວໃຫ້ຄົບກຳນົດ 14 ວັນ, ຖ້າມີຄວາມຈຳເປັນອອກໄປນອກບ້ານ ກໍ່ໃຫ້ໃສ່ຜ້າປິດປາກ-ດັງ ແລະ ປະຕິບັດມາດຕະການປ້ອງກັນການແຜ່ເຊື້ອ, ຕິດເຊື້ອຢ່າງເຄັ່ງຄັດ.