ຕາລີບັນ ຢຶດນະຄອນຫຼວງຄາບູລ ພ້ອມປະກາດກຽມສ້າງຕັ້ງລັດຖະບານ

606

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 16 ສິງຫາ 2021 ວ່າ: ກອງກຳລັງຕາລີບັນບຸກເຂົ້າຢຶດນະຄອນຫຼວງຄາບູລໄວ້ໄດ້ແລ້ວ, ຂະນະທີ່ປະທານາທິບໍດີອາຊຣາຟ ການີ ຂອງອັຟການິດສະຖານ ໄດ້ຫຼົບໜີອອກຈາກປະເທດໄປກ່ອນແລ້ວ ແຕ່ຍັງບໍ່ມີຂໍ້ມູນຊັດເຈນວ່າໄປຢູ່ປະເທດໃດ.

ທັງນີ້, ໄດ້ມີປະຊາຊົນຊາວອັຟການິດສະຖານຈຳນວນຫຼວງຫຼາຍ ລວມທັງຊາວຕ່າງປະເທດທີ່ອາໄສຢູ່ອັຟການິດສະຖານ ຕ່າງກໍພາກັນເດີນທາງໄປສະໜາມບິນ ຮາມິດ ຄາໄຊ ໃນນະຄອນຫຼວງຄາບູລ ຫວັງຈະໜີອອກປະເທດ ຫຼັງຈາກທີ່ກອງກຳລັງຕາລີບັນສາມາດຢຶດປະເທດໄດ້ທັງໝົດແລ້ວ.

ລາຍງານລະບຸວ່າ: ສະຫະລັດອາເມຣິກາ, ອັງກິດ ລວມທັງເຢຍລະມັນ ໄດ້ສົ່ງຍົນໄປຮັບເອົາເຈົ້າໜ້າທີ່ການທູດໃນນະຄອນຫຼວງຄາບູລ ກັບຄືນປະເທດ, ມີລາຍງານວ່າເກີດຄວາມສັບສົນວຸ່ນວາຍຢ່າງໜັກໜ່ວງ ຈົນເກີດເຫດການຢຽບກັນຢູ່ບໍລິເວນລັນເວ ສົ່ງຜົນໃຫ້ມີຜູ້ໄດ້ຮັບບາດເຈັບຫຼາຍສິບຄົນ.

ກ່ອນກອງກຳລັງຕາລີບັນ ຈະບຸກເຂົ້າຢຶດນະຄອນຫຼວງຄາບູລ, ຜູ້ນຳຕາລີບັນໄດ້ປະກາດວ່າ ຈະຫຼີກລ່ຽງການໃຊ້ຄວາມຮຸນແຮງ ຫາກບໍ່ຈຳເປັນ ແລະ ເປີດໂອກາດໃຫ້ທຸກຄົນທີ່ຈະເດີນທາງອອກຈາກອັຟການິດສະຖານ ສາມາດເດີນທາງອອກໄດ້ຢ່າງປອດໄພ. ຂະນະທີ່ໂຄສົກຂອງກຸ່ມຕາລີບັນອອກມາເປີດເຜີຍວ່າ ກອງກຳລັງຕາລີບັນ ຈະຮີບຈັດຕັ້ງລັດຖະບານອີກບໍ່ພໍເທົ່າໃດວັນຂ້າງໜ້ານີ້ ໂດຍຈະເປີດກວ້າງຮັບເອົາທຸກຝ່າຍເຂົ້າຮ່ວມຈັດຕັ້ງລັດຖະບານອິດສະລາມ.