ສິງກະໂປ ປັບຄາດການ ຈີດີພີ ຈະຂະຫຍາຍຕົວ 6 – 7% ໃນປີນີ້

293

ກະຊວງການຄ້າ ແລະ ອຸດສາຫະກຳຂອງສິງກະໂປ ໄດ້ປັບຂຶ້ນຄາດການຂະຫຍາຍຕົວຂອງເສດຖະກິດສິງກະໂປ ເຊິ່ງຄາດວ່າຈະຂະຫຍາຍຕົວປະມານ 6 – 7% ໃນປີນີ້, ຫຼັງຈາກກ່ອນໜ້ານີ້ຄາດວ່າຈະຂະຫຍາຍຕົວ 4 – 6% ເຊິ່ງປັດໄຈຫຼັກມາຈາກສະຖານະການໂຄວິດ – 19 ເລີ່ມຜ່ອນຄາຍລົງ ຫຼັງຈາກທີ່ການສັກວັກແຊັງປ້ອງກັນໂຄວິດໃຫ້ປະຊາຊົນມີຄວາມຄືບໜ້າໄວ.

ກະຊວງການຄ້າ ແລະ ອຸດສາຫະກຳຂອງສິງກະໂປ ລະບຸວ່າ: ເສດຖະກິດສິງກະໂປ ຍັງຈະຂະຫຍາຍຕົວຢ່າງຕໍ່ເນື່ອງໃນໄລຍະ 6 ເດືອນທ້າຍປີນີ້ ໂດຍໄດ້ແຮງຍູ້ຈາກການສົ່ງອອກທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ໃນຂະນະດຽວກັນລັດຖະບານໄດ້ຜ່ອນຜັນຫຼາຍມາດຕະການ ໂດຍສະເພາະມາດຕະການປິດເມືອງ ເຮັດໃຫ້ກິດຈະກຳດ້ານເສດຖະກິດກັບມາອີກຄັ້ງ ບວກກັບໂຄງການສັກວັກແຊັງມີຄວາມຄືບໜ້າໄວ ຊ່ວຍຟື້ນຟູພາກບໍລິການ ແລະ ແກ້ໄຂສະພາວະການຂາດແຄນແຮງງານຂອງຫົວໜ່ວຍທຸລະກິດຕ່າງໆ.

ສິງກະໂປ ເປັນໜຶ່ງໃນບັນດາປະເທດທີ່ມີອັດຕາການສັກວັກແຊັງສູງທີ່ສຸດໃນໂລກ ມາຮອດປັດຈຸບັນສາມາດສັກວັກແຊັງປ້ອງກັນໂຄວິດ – 19 ໃຫ້ປະຊາຊົນຄົບ 2 ເຂັມແລ້ວ ກວມເອົາ 72% ຂອງຈຳນວນປະຊາກອນທັງໝົດ.