ສິງກະໂປ ກຽມປັບນະໂຍບາຍແຮງງານຕ່າງປະເທດ

492

ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ລີ ຊຽນ ລຸງ ນາຍົກລັດຖະມົນຕີຂອງສິງກະໂປ ເປີດເຜີຍວ່າ ສິງກະໂປຈຳເປັນຕ້ອງປັບນະໂຍບາຍແຮງງານຊາວຕ່າງປະເທດ ທັງເລື່ອງຄຸນນະພາບ ແລະ ຈຳນວນ ເພື່ອເຮັດໃຫ້ສິງກະໂປຍັງສາມາດເປີດຮັບແຮງງານຕ່າງປະເທດ ແລະ ຜູ້ອົບພະຍົບລາຍໃໝ່ໆ ໃນຂະນະດຽວກັນກໍຕ້ອງເຮັດໃຫ້ຄົນສິງກະໂປ ຮູ້ສຶກວ່າບໍ່ຖືກຍາດແຍ່ງອາຊີບ.

ນາຍົກສິງກະໂປ ກ່າວອີກວ່າ: ການເປີດຮັບແຮງງານຕ່າງປະເທດຫຼາຍເກີນໄປ ອາດເຮັດໃຫ້ຄົນສິງກະໂປຊອກຫາວຽກເຮັດງານທຳຍາກຂຶ້ນ ໂດຍສະເພາະໃນໄລຍະເກີດການລະບາດຂອງພະຍາດໂຄວິດ – 19 ເຊິ່ງກໍ່ໃຫ້ເກີດຄວາມບໍ່ແນ່ນອນ, ແຕ່ເນື່ອງຈາກສິງກະໂປ ຍັງຈຳເປັນຕ້ອງເພິ່ງພາແຮງງານຊາວຕ່າງປະເທດໃນຖານະທີ່ເປັນສູນກາງທຸລະກິດລະດັບໂລກ ເຊິ່ງຖ້າຫາກກີດກັນແຮງງານຊາວຕ່າງປະເທດ ອາດເປັນການບັນທອນຊື່ສຽງຂອງສິງກະໂປ ໃນຖານະເປັນສູນກາງຂອງພູມີພາກ ແລະ ລະດັບໂລກ ເຊິ່ງຈະເຮັດໃຫ້ສິງກະໂປ ເສຍໂອກາດຢ່າງໃຫຍ່ຫຼວງ.

ດ້ວຍເຫດນີ້, ລັດຖະບານຈຶ່ງພິຈາລະນາໃຫ້ແຮງງານຕ່າງປະເທດໃຫ້ມີຄວາມສົມດຸນ ແລະ ເຮັດໃຫ້ພົນລະເມືອງສິງກະໂປອຸ່ນໃຈວ່າ ຕົນເອງຈະບໍ່ຖືກຍາດແຍ່ງອາຊີບ.

ເມື່ອ 10 ປີກ່ອນໜ້ານີ້ ມີແຮງງານຊາວຕ່າງປະເທດມາທຳມາຫາກິນຢູ່ສິງກະໂປ ກວມເອົາ 10% ຂອງຈຳນວນປະຊາກອນສິງກະໂປ ແຕ່ປັດຈຸບັນຕົວເລກດັ່ງກ່າວໄດ້ເພີ່ມຂຶ້ນເກືອບຈຸ 30% ຂອງຈຳນວນປະຊາກອນສິງກະໂປ ທີ່ມີປະມານ 5,7 ລ້ານຄົນ ໂດຍ ທ່ານ ລີ ຊຽນ ລຸງ ກ່າວວ່າ ກະແສຕໍ່ຕ້ານແຮງງານຕ່າງປະເທດອາດບໍ່ເປັນຜົນດີສຳລັບສິງກະໂປ “ ການປິດກັ້ນ ແລະ ເບິ່ງແຕ່ເລື່ອງພາຍໃນປະເທດ ອາດສ້າງຄວາມເສຍຫາຍແກ່ຖານະຂອງສິງກະໂປ ໃນຖານະເປັນສູນກາງລະດັບໂລກ ” ແລະ ຖ້າເປັນເຊັ່ນນັ້ນ ສິງກະໂປ ອາດເສຍທັງໂອກາດ ແລະ ຕຳແໜ່ງງານ.

ແນວໃດກໍຕາມ, ຫຼັງເກີດການແຜ່ລະບາດຂອງພະຍາດໂຄວິດ – 19 ໄດ້ເຮັດໃຫ້ແຮງງານຕ່າງປະເທດ ຕ້ອງເດີນທາງອອກຈາກສິງກະໂປ ເນື່ອງຈາກມາດຕະການຄວບຄຸມການເດີນທາງ ລວມທັງການຕົກງານຈາກພິດໂຄວິດ ເຮັດໃຫ້ຜູ້ທີ່ອາໄສຢູ່ສິງກະໂປ ຫຼຸດລົງ 0,3% ໃນປີ 2020 ເຊິ່ງເປັນການຫຼຸດລົງເປັນຄັ້ງທຳອິດ ນັບແຕ່ປີ 2003 ເປັນຕົ້ນມາ.