ຈະເຮັດໃຫ້ເຕັມທີ່ເພື່ອຕາມຫາຝັນ ທະນົງສິນ ເພັນຈັນທາ ຜູ້ເຂົ້າປະກວດ Mister Global Laos 2021

1801

ມາຕໍ່ກັນທີ່ເວທີ Mister Global Laos 2021 ທໍາ ຄວາມຮູ້ຈັກກັບໜຸ່ມຜູ້ຜ່ານເຂົ້າຮອບ 12 ຄົນສຸດທ້າຍ ຜ່ານບົດສໍາພາດພິເສດຈາກໜຸ່ມຄົນນີ້ພ້ອມກັນ ເຊື່ອວ່າສາວໆຫຼາຍຄົນຕ້ອງເທໃຈເຊຍເຕັມທີ່ແນ່ນອນ.

May be an image of 1 person and standing

ໜຸ່ມ ທະນົງສິນ ເພັນຈັນທາ ຊື່ຫຼິ້ນ ກືມ ໝາຍເລກ 03 ມາຈາກແຂວງຫຼວງນ້ຳທາ ຈົບການສຶກສາຈາກມະຫາວິທະຍາໄລ Nanjing University of Information Science & Technology ຈາກ ສປຈີນ ເມືອງໜານຈິງ ແຂວງຈຽງຊູ ສາຍຮຽນການຄ້າສາກົນ.

ເຫດຜົນທີ່ຕັດສິນໃຈໃນການເຂົ້າຮ່ວມໂຄງການປະກວດ Mister Global Laos ເຊິ່ງເປັນເວທີທໍາອິດເລີຍນັ້ນກໍຍ້ອນວ່າຕົນເອງຮັກມັກໃນເລື່ອງແຟຊັນ, ການເດີນແບບ, ວຽກອື່ນໆໃນວົງການມີຄວາມໃຝ່ຝັນວ່າຄັ້ງໜຶ່ງຢາກເຂົ້າຮ່ວມການເດີນແບບເທິງເວທີລະດັບປະເທດ ແລະ ຢາກເປັນຕົວແທນຊາຍລາວທຸກຄົນໃນການປະກວດລະດັບສາກົນ ເພາະຄິດວ່າມັນເປັນສິ່ງທ້າທາຍ ແລະ ຕື່ນເຕັ້ນຫຼາຍ.

May be an image of waterfall and nature

ຄະຕິປະຈຳໃຈ “ ເວລາຊີວິດຄົນເຮົາມີຈຳກັດ ຢ່າເສຍເວລາໄປກັບການໃຊ້ຊີວິດແບບຄົນອື່ນ ” ເພາະຄໍາສຸພາສິດນີ້ຈະເປັນການເຕືອນໃຈທີ່ດີທີ່ສຸດໃນການໃຊ້ຊີວິດໃນແຕ່ລະມື້ວ່າເຮົາຄວນໃຊ້ຊີວິດໃນແບບທີ່ຕົນເອງເປັນໃຫ້ໄດ້ ແລ້ວຈະມີຄວາມສຸກທີ່ສຸດ.

ສິ່ງທີ່ເປັນຄວາມສາມາດທີ່ຢາກຈະສະແດງອອກສູ່ສາຍຕາຄົນອື່ນ ໜ້າຈະເປັນການຮ້ອງເພງ ເພາະວ່າເປັນສິ່ງທີ່ຕົນເອງຖະໜັດທີ່ສຸດໃນຕອນນີ້ ( ເພາະວ່າກ່ອນຈະມາປະກວດກໍໄດ້ມີການກະກຽມ ແລະ ຝຶກຊ້ອມເລັກໜ້ອຍ 555 ) ແລະ ຄິດວ່າມັນໜ້າຈະເປັນສະເໜ່ໃນການດຶງດູດໃຈກຳມະການໄດ້ອີກຢ່າງໜຶ່ງ.

May be an image of 1 person, standing and footwear

ສຳລັບຈຸດເດັ່ນໃນການທີ່ຈະເອົາຊະນະໃຈກຳມະການ ແລະ ໄດ້ຕຳແໜ່ງ ກໍຄືຄວາມມຸ່ງໝັ້ນ, ຕັ້ງໃຈ, ຝຶກຊ້ອມ ພ້ອມທີ່ຈະພັດທະນາຕົນເອງໄປເລື້ອຍໆ ແລະ ການເປັນຕົວຂອງຕົວເອງທີ່ສຸດ, ມີສະຕິ, ມີໄຫວພິບໃນການຕອບຄຳຖາມໄດ້ ນີ້ກໍເປັນສະເໜ່ຢ່າງໜຶ່ງທີ່ຈະເອົາຊະນະໃຈທຸກຄົນໄດ້.

May be an image of 1 person, biceps, standing and indoor

ການກຽມຕົວກ່ອນຈະເຂົ້າມາປະກວດ ແນ່ນອນເລີຍກໍຄືເຂົ້າຟິດເນັດ, ຟິດຮ່າງກາຍ, ອອກກຳລັງກາຍສະໝໍ່າສະ ເໝີ, ພັກຜ່ອນໃຫ້ພຽງພໍ, ເລືອກກິນອາຫານທີ່ມີປະໂຫຍດ ແລະ ຝຶກຊ້ອມເດີນແບບ, ຝຶກໃນການເວົ້າພາສາ ແລະ ກໍການປັບບຸກຄະລິກກະພາບ ເພື່ອໃຫ້ທຸກຢ່າງອອກມາດີ ແລະ ສົມບູນທີ່ສຸດ.

May be an image of 1 person, footwear and indoor

ສຳລັບການປະກອບສ່ວນຊ່ວຍເຫຼືອສັງຄົມ ຈະມີການຊ່ວຍເຫຼືອເລັກໜ້ອຍຕາມພາລະກຳລັງທີ່ຕົນເອງມີ ເຊັ່ນ: ການບໍລິຈາກຊ່ວຍເຫຼືອຕ່າງໆທີ່ເຫັນເຂົາເຈົ້າຂໍຄວາມຊ່ວຍເຫຼືອທາງເຟສບຸ໊ກ ແລະ ສື່ອອນລາຍອື່ນໆ. ຫຼ້າສຸດແມ່ນຈະເປັນການບໍລິຈາກພ້ອມກັບຄອບຄົວ ໄດ້ບໍລິຈາກຊ່ວຍເຫຼືອເພື່ອຊື້ດິນສ້າງວັດຖວາຍເປັນທໍລະນີສົງ ແລະ ສ້າງພະພຸດທະຮູບວັນເກີດຢູ່ທີ່ວັດຫຼວງນ້ຳທາ ເປັນເງິນຈຳນວນໜຶ່ງ.

May be an image of 1 person and standing

ກິດຈະກຳຍາມວ່າງແມ່ນມັກເຮັດອາຫານ, ມັກເບິ່ງຄລິບວິດີໂອທີ່ສ້າງແຮງບັນດານໃຈ ສ້າງພະລັງບວກໃຫ້ກັບຊີວິດ, ເຂົ້າຟິດເນັດ, ຕີດອກປີກໄກ່ ແລະ ອື່ນໆ ສະຕາຍການແຕ່ງຕົວແມ່ນຈະມັກແບບຊິວໆສະບາຍໆໃສ່ເສື້ອຢືດຄໍມົນ, ໂສ້ງຍີນຂາດເຂົ່າ ແລະ ທີ່ຂາດບໍ່ໄດ້ເວລາອອກໄປທ່ຽວໃສກໍຄືແວ່ນຕາ 555 ສຸດທ້າຍນີ້ກໍຢາກຂອບໃຈໂຄງການ Mister Global Laos 2021 ທີ່ໃຫ້ໂອກາດນ້ອງໄດ້ມາເປັນສ່ວນໜຶ່ງໃນການປະກວດຄັ້ງນີ້ ແລະ ຢາກຝາກທຸກຄົນຊ່ວຍເຊຍ ຊ່ວຍໃຫ້ກຳລັງໃຈກືມ ແລະ ຊ່ອງທາງຕິດຕາມການເຄື່ອນໄຫວຂອງກືມ ແມ່ນທາງເຟສບຸ໊ກຊື່ ( ທະນົງສິນ ກືມ ) ຝາກຕິດຕາມແດ່ເດີ ຂໍຂອບໃຈ.

ຮູບ: ທະນົງສິນ ກຶມ