ອາເມຣິກາ ຈະຢຸດຕິປະຕິບັດການສູ້ຮົບໃນອີຣັກ

277

ສຳນັກຂ່າວ ເອເອັຟພີ ລາຍງານເມື່ອວັນທີ 27 ກໍລະກົດ 2021 ວ່າ: ທ່ານ ໂຈ ໄບເດັນ ປະທານາທິບໍດີຂອງສະຫະລັດອາເມຣິກາ ປະກາດວ່າໝົດປີນີ້ ສະຫະລັດອາເມຣິກາ ຈະຢຸດຕິປະຕິບັດການສູ້ຮົບທາງທະຫານທັງໝົດໃນອີຣັກ ແຕ່ຍັງໃຫ້ການຊ່ວຍເຫຼືອໃນການຝຶກອົບຮົມ ແລະ ແນະນຳວິທະຍາຍຸດຕ່າງໆໃຫ້ແກ່ກອງທັບອີຣັກຕໍ່ໄປ, ຫຼັງຈາກທີ່ທະຫານອາເມ ຣິກາ ບຸກເຂົ້າໂຄ່ນລົ້ມລັດຖະບານຂອງອະດີດປະທານາທິບໍດີ ຊັດດຳ ຮຸສເຊນ ເມື່ອ 18 ປີກ່ອນໜ້ານີ້.

ຄຳປະກາດດັ່ງກ່າວ ມີຂຶ້ນຫຼັງຈາກທີ່ປະທານາທິບໍດີອາເມຣິກາ ພົບປະກັບ ທ່ານ ມຸສຕາຟາ ອັລ – ຄາເດມີ ນາຍົກລັດຖະມົນຕີຂອງອີຣັກ ທີ່ທຳນຽບຂາວ. ປັດຈຸບັນທະຫານອາເມຣິກາ ຍັງປະຈຳການຢູ່ໃນອີຣັກ ປະມານ 2.500 ຄົນ.

ທ່ານ ໄບເດັນ ກ່າວວ່າ: ອາເມຣິກາ ຍັງຢຶດໝັ້ນການຮ່ວມມືດ້ານຄວາມໝັ້ນຄົງກັບອີຣັກ ແລະ ຍັງຊ່ວຍເຫຼືອໃນການຝຶກອົບຮົມ ແລະ ໃຫ້ຄຳແນະນຳ ເພື່ອຈັດການກັບກຸ່ມໄອເອັສຕໍ່ໄປ.