ຄັງປັນຍາ CGTN ໄດ້ປະກາດຜົນປະຊາມະຕິຫຼາຍກວ່າ 80% ເບິ່ງບັນຫາສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອໂຄວິດ-19 ຫັນເປັນບັນຫາການເມືອງແລ້ວ

733
scientist hand cultivating petri dish whit inoculation loops in the laboratory / technician researcher working with petri plate and microscope

ຄັງປັນຍາ CGTN ໄດ້ປະກາດຜົນການຢັ່ງປະຊາມະຕິທາງອິນເຕີເນັດ, ຊາວເນັດຫຼາຍກວ່າ 80% ເຫັນວ່າບັນຫາສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19 ໄດ້ຫັນເປັນບັນຫາການເມືອງແລ້ວ


ຕອນຄ່ຳວັນທີ 26 ກໍລະກົດນີ້, ຄັງປັນຍາ CGTN ໄດ້ເປີດເຜີຍບົດລາຍງານກ່ຽວກັບຜົນການຢັ່ງປະຊາມະຕິທາງອິນເຕີເນັດ. ໂດຍສະແດງໃຫ້ເຫັນວ່າ: ຊາວເນັດທັງຫຼາຍທີ່ເຂົ້າຮ່ວມການຢັ່ງປະຊາມະຕິຈາກທົ່ວໂລກຫຼາຍກວ່າ 80% ເຫັນວ່າບັນຫາສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19 ໄດ້ຫັນເປັນບັນຫາການເມືອງແລ້ວ.


ການຢັ່ງປະຊາມະຕິຄັ້ງນີ້ເລີ່ມຂຶ້ນໃນຕອນເຊົ້າຂອງວັນທີ 24 ກໍລະກົດນີ້ຕາມເວລາປັກກິ່ງ, ແລະໄດ້ຢັ່ງປະຊາມະຕິເປັນ 6 ພາສາທາງການຂອງອົງການສະຫະປະຊາຊາດຄື: ພາສາຈີນ, ພາສາອັງກິດ, ພາສາຣັດເຊຍ, ພາສາຝຣັ່ງ, ພາສາແອັສປາຍແລະພາສາອາຣັບ. ນັບມາຮອດເວລາ 22 ໂມງຂອງວັນທີ 25 ກໍລະກົດນີ້, ຢູ່ສື່ສັງຄົມອອນລາຍ Twitter, ຊາວເນັດທີ່ເຂົ້າຮ່ວມການຢັ່ງປະຊາມະຕິທີ່ໃຊ້ພາສາແອັສປາຍມີ 90% ເຫັນວ່າ “ບັນຫາສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19 ໄດ້ຫັນເປັນບັນຫາການເມືອງແລ້ວ”, ຊາວເນັດທີ່ໃຊ້ພາສາຝຣັ່ງມີ 88% ມີຄວາມເຫັນໃນແບບດຽວກັນ, ຊາວເນັດທີ່ໃຊ້ພາສາຣັດເຊຍມີ 83% ມີຄວາມເຫັນຄືກັນ, ຊາວເນັດທີ່ໃຊ້ພາສາອັງກິດມີ 70% ເຫັນວ່າບັນຫາສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19 ໄດ້ຫັນເປັນບັນຫາການເມືອງແລ້ວ, ອັດຕາດັ່ງກ່າວຂອງຊາວເນັດທີ່ໃຊ້ພາສາອາຣັບແມ່ນ 68%.


ໃນສື່ວັງຄົມອອກລາຍແຟສບຸກ, ຊາວເນັດທີ່ເຂົ້າຮ່ວມການຢັ່ງປະຊາມະຕິດັ່ງກ່າວມີ 83% ລ້ວນແຕ່ເຫັນວ່າບັນຫາສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19 ໄດ້ຫັນເປັນບັນຫາການເມືອງແລ້ວ.


ສ່ວນຊາວເນັດຈີນທີ່ເຂົ້າຮ່ວມການຢັ່ງປະຊາມະຕິດັ່ງກ່າວໂດຍຜ່ານ microsoft blog ເຊິ່ງເປັນສື່ສັງຄົມອອນລາຍຂອງຈີນ, ມີ 95% ເຫັນວ່າບັນຫາສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19 ໄດ້ຫັນເປັນບັນຫາການເມືອງແລ້ວ, ນີ້ໄດ້ສະທ້ອນໃຫ້ເຫັນເຖິງຄວາມຮັບຮູ້ທີ່ເປັນເອກະພາບກັນໃນລະດັບສູງຂອງປະຊາຄົມໂລກ.