ນ້ຳມັນຂຶ້ນອີກແລ້ວ ສາຍແອັດຊັງພິເສດຕ້ອງທຳໃຈຈ່າຍເພີ່ມ 460 ກີບຕໍ່ລິດ

556

ຕ້ອງທຳໃຈຍອມຮັບສະພາບຄວາມເປັນຈີງ ເມື່ອບ້ານເຮົາເປັນປະເທດນຳເຂົ້າ 100% ບໍ່ມີການຜະລິດຢູ່ພາຍໃນ ບ້ານເຂົາຂຶ້ນເຮົາກໍ່ປັບໄປຕາມກົນໄກຂອງສາກົນ ເຊິ່ງຊຸດນີ້ ແອັດຊັງພິເສກຂຶ້ນເຖິງ 460 ກີບຕໍ່ລິດ, ແອັດຊັງທຳມະດາ ຂຶ້ນ 220 ກີບ ແລະກາຊວນຂຶ້ນ 180 ກີບຕໍ່ລິດ.


ອີງຕາມແຈ້ງການສະບັບເລກທີ 0500/ອຄ.ກຄພນ ລົງວັນທີ 24/06/2021ຂອງກະຊວງອຸດສະຫະກຳແລະການຄ້າ ການປັບລາຄານ້ຳມັນເຊື້ອໄຟຄັ້ງນີ້ ແມ່ນໃຫ້ເລີ່ມປະຕິບັດ ວັນທີ 25/06/2021 ເວລາ 06 ໂມງເຊົ້າເປັນຕົ້ນໄປໃນຂອບເຂດທົ່ວປະເທດ.
ຈາກການປັບຂຶ້ນດັ່ງກ່າວເຮັດໃຫ້ຢູ່ນະຄອນຫລວງວຽງຈັນ ແອັດຊັງພິເສດຕົກຢູ່ລິດລະ 11.800 ກີບ, ແອັດຊັງທຳມະດາ 10.350 ກີບ, ກາຊວນລິດລະ 8.870 ກີບ

ແຂວງຫລວງພະບາງ: ແອັດຊັງທໍາມະດາ 10.720 ກີບ/ລິດ, ກາຊວນ 9.240 ກີບ/ລິດ ແລະ ແອັດຊັງພິເສດ 12.170 ກີບ/ລິດ, ແຂວງບໍ່ແກ້ວ ແອັດຊັງທໍາມະດາ 10.450 ກີບ/ລິດ, ກາຊວນ 8.970 ກີບ/ລິດ ແລະ ແອັດຊັງພິເສດ 11.900 ກີບ/ລິດ .


ແຂວງຊຽງຂວາງ ແອັດຊັງທໍາມະດາ 10.540 ກີບ/ລິດ ເປັນ 10.760 ກີບ/ລິດ, ກາຊວນ 9.060 ກີບ/ລິດ ເປັນ 9.240 ກີບ/ລິດ ແລະ ແອັດຊັງພິເສດ 11.990 ກີບ/ລິດ.

ແຂວງສະຫວັນນະເຂດ ແອັດຊັງທໍາມະດາ 10.380 ກີບ/, ກາຊວນ 8.900 ກີບ/ລິດ ແລະ ແອັດຊັງພິເສດ 11.830 ກີບ/ລິດ, ແຂວງຈໍາປາສັກ: ແອັດຊັງທໍາມະດາ 10.410 ກີບ/ລິດ , ກາຊວນ 8.930 ກີບ/ລິດ ແລະ ແອັດຊັງພິເສດ 11.860ກີບ/ລິດ.