ມອບ-ຮັບວັກຊີນ ຊີໂນຟາມ 500.000 ໂດສ ຈາກການຊ່ວຍເຫຼືອຂອງ ສປ ຈີນ

552

ຍົນຂົນສົ່ງວັກຊີນຊີໂນຟາມ (Sinopharm) ຈຳນວນ 500.000 ໂດສ ພ້ອມດ້ວຍອຸປະກອນການແພດ ທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ສປ ຈີນ ຮອບໃໝ່ ມາເຖິງ ສະໜາມບິນວັດໄຕ ນະຄອນຫຼວງວຽງຈັນ ໃນຕອນແລງວັນທີ 14 ມິຖຸນາ ຜ່ານມາ.


ມາໃນຕອນແລງວັນທີ 15 ມິຖຸນາ 2021 ທີ່ກະຊວງສາທາລະນະສຸກ ໄດ້ມີພິທີມອບ-ຮັບຢ່າງເປັນທາງການ.ຕ່າງໜ້າມອບໂດຍ ທ່ານ ຈ່ຽງ ຈາຍຕົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ແລະ ຮັບໂດຍ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍແຂກພາກສ່ວນທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.


ທ່ານ ກິແກ້ວ ໄຂຄຳພິທູນ ກ່າວວ່າ: ໃນນາມຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ, ຂ້າພະເຈົ້າ ຂໍຕີລາຄາສູງ ຕໍ່ການຊ່ວຍເຫຼືອອັນສະເໝີຕົ້ນສະເໝີປາຍຈາກ ລັດຖະບານ ແລະ ປະຊາຊົນຈີນ ຕະຫຼອດໄລຍະຜ່ານມາ. ນັບແຕ່ຕົ້ນເດືອນເມສາ 2021 ເປັນຕົ້ນມາ, ຢູ່ ສປປ ລາວ ພະຍາດ ໂຄວິດ-19 ໄດ້ມີການແຜ່ລະບາດຮອບໃໝ່ ແລະ ຂະຫຍາຍອອກສູ່ວົງກວ້າງ ເຊິ່ງມີຄວາມຮ້າຍແຮງຫຼາຍກວ່າເກົ່າ, ແຕ່ດ້ວຍຄວາມເອົາໃຈໃສ່ຂອງລັດຖະບານ ສປປ ລາວ ບວກໃສ່ກັບການຊ່ວຍເຫລືອອັນທັນການຂອງປະເທດເພື່ອນມິດ ໂດຍສະເພາະແມ່ນ ສປ ຈີນ ເຮັດໃຫ້ ສປປ ລາວ ສາມາດຄວບຄຸມການແຜ່ລະບາດໄດ້ດີ, ອັນໄດ້ເຮັດໃຫ້ຕົວເລກຜູ້ຕິດເຊື້ອພະຍາດ ໂຄວິດ-19 ຢູ່ ສປປ ລາວ ມີທ່າອ່ຽງຄ່ອຍໆຫຼຸດລົງ.


ແຕ່ເຖິງຢ່າງໃດກໍຕາມ ສປປ ລາວ ຂອງພວກຂ້າພະເຈົ້າກໍຍັງຕ້ອງໄດ້ເພີ່ມທະວີການເຝົ້າລະວັງ ແລະ ສຸມທຸກກໍາລັງແຮງ ເຂົ້າໃສ່ການສະກັດກັ້ນການແຜ່ລະບາດຕໍ່ໄປ, ແຕ່ເນື່ອງຈາກຄວາມພ້ອມໃນການຮັບມືກັບການແຜ່ລະບາດຂອງພະຍາດ ໂຄວິດ-19 ຍັງມີຄວາມຈໍາກັດ, ເປັນຕົ້ນຄວາມຫຍຸ້ງຍາກໃນການກວດຫາເຊື້ອພະຍາດໂຄວິດ-19 ໃຫ້ທົ່ວເຖິງ; ນໍ້າຢາ ແລະ ອຸປະກອນໃນການພົ່ນສີດຂ້າເຊື້ອບໍ່ພຽງພໍ ແລະ ຄວາມຕ້ອງການທາງດ້ານວັກຊີນ ເພື່ອນຳມາສັກໃຫ້ໄດ້ 50% ຂອງຈຳນວນພົນລະເມືອງລາວ ຕາມແຜນການລັດຖະບານ ສປປ ລາວ ວາງອອກນັ້ນ ຍັງເປັນສິ່ງທ້າທາຍຢູ່.


ສະນັ້ນ, ຈຶ່ງຫວັງເປັນຢ່າງຍິ່ງວ່າ ຈະສືບຕໍ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ແລະ ປະຊາຊົນຈີນ ໃນອະນາຄົດ. ພ້ອມນີ້, ພວກຂ້າພະເຈົ້າ, ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ໄປຍັງລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງ, ໂດຍຜ່ານ ທ່ານ ຈ່ຽງ ຈາຍຕົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ທີ່ເວລາໃດກໍເປັນຫ່ວງ ເປັນໄຍອັນແທດເຖິງ ແລະ ມອບການຊ່ວຍເຫຼືອອັນລໍ້າຄ່າ ໃຫ້ແກ່ລັດຖະບານ ກໍຄື ປະຊາຊົນລາວຂອງພວກຂ້າພະເຈົ້າ.


ທ່ານ ຈ່ຽງ ຈາຍຕົງ ກ່າວວ່າ: ພັກ-ລັດ ແລະ ປະຊາຊົນຈີນ ໄດ້ເຫັນດີໃຫ້ການຊ່ວຍເຫຼືອວັກຊີນແກ່ ພັກ-ລັດ ແລະ ປະຊາຊົນລາວ ອີກ 500.000 ໂດສ ເຊິ່ງເປັນການມອບ 4 ຄັ້ງແລ້ວ ລວມມີຈໍານວນວັກຊີນ 1,9 ລ້ານໂດສ ແລະ ມາຮອດປັດຈຸບັນ ກໍເຫັນວ່າໄດ້ມີປະຊາຊົນລາວໄດ້ຮັບການສັກກວມ 10% ຂອງປະຊາກອນແລ້ວ ເຊິ່ງໃນວັກຊີນທີ່ສັກແມ່ນວັກແຊັງຂອງຈີນເປັນສ່ວນໃຫຍ່. ສະນັ້ນ, ພວກເຮົາກໍດີໃຈທີ່ໄດ້ປະກອບສ່ວນໃນການຊ່ວຍ ສປປ ລາວ ຕ້ານການລະບາດຂອງພະຍາດໂຄວິດ-19 ທັງນີ້.

ນອກຈາກວັກຊີນປ້ອງກັນໂຄວິດ-19 ແລ້ວຜ່ານມາສປ ຈີນ ຍັງໄດ້ສະໜອງເຄື່ອງມື ແລະ ອຸປະກອນປ້ອງກັນໂຄວິດ-19, ສົ່ງຊ່ຽວຊານແພດ ມາຊ່ວຍເຫຼືອໃຫ້ກັບລັດຖະບານລາວ ເພື່ອສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ແລະ ຊ່ວຍໃຫ້ສັງຄົມລາວໄດ້ກັບມາດໍາລົງຊີວິດຢູ່ໃນສະພາບປົກກະຕິໂດຍໄວ.