ແຂວງ ໄຊຍະບູລີ ລະດົມກຳລັງ 1.000ກວ່າຄົນ ຈາກປກຊ-ປກສ ເຂົ້າຊ່ວຍເຫຼືອປະຊາຊົນຈາກນໍ້າຖ້ວມ

504

ໃນວັນທີ 15 ມິຖຸນາ ທີ່ຫ້ອງວ່າການແຂວງໄຊຍະບູລີ ໄດ້ເຕົ້າໂຮມກໍາລັງເພື່ອເຂົ້າຊ່ວຍປະຊາຊົນໃນການອະນາໄມເຮືອນຊານບ້ານຊ່ອງ ເຊິ່ງມີກໍາລັງ ທັງໝົດ 1.000 ກວ່າຄົນໃນນັ້ນ ຈາກກໍາລັງ ປກສ ແຂວງ, ທະຫານແຂວງ, ກອງພົນທະຫານຮາບທີ2, ທະຫານຈາກແຂວງຫຼວງພະບາງ ແລະ ກໍາລັງຊາວໜຸ່ມຈາກບັນດາພະແນກການອ້ອມຂ້າງແຂວງ, ໂດຍໄດ້ແບ່ງລົງບ້ານທີ່ຖືກນໍ້າຖ້ວມໜັກ ຈໍານວນ 16 ບ້ານ ຈາກ 39 ບ້ານທີ່ຖືກນໍ້າຖ້ວມໃນທົ່ວເມືອງ ໄຊຍະບູລີ.


ແຕ່ລະບ້ານແມ່ນມີການນໍາຂອງແຂວງ ແລະ ເມືອງ ໄຊຍະບູລີ ລົງຕິດຕາມ ແລະ ນໍາພາຕົວຈິງ, ນອກນີ້ຍັງມີຜູ້ປະກອບການພາຍໃນແຂວງໄຊຍະບູລີ ແລະ ແຂວງ ຫຼວງພະບາງ ນໍາລົດຜະລິດນໍ້າດື່ມເຄື່ອນທີ່ເພື່ອແຈກຈ່າຍນໍ້າດື່ມໃຫ້ປະຊາຊົນ.


ໂອກາດດັ່ງກ່ າວ ທ່ານພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ໄດ້ຮຽກໃຫ້ກໍາລັງທຸກພາກສ່ວນທີ່ຈະລົງຊ່ວຍເຫຼືອປະຊາຊົນໃນມື້ນີ້ຈົ່ງຕັ້ງໃຈໃນການໃຫ້ການຊ່ວຍເຫຼືອຢ່າງແທ້ຈິງ ເປັນຕົ້ນແມ່ນການອະນາໄມເຮືອນຊານຂອງປະຊາຊົນ, ການຍູ້ດິນຕົມອອກເຮືອນ, ຂົນສິ່ງເສດເຫຼືອທີ່ມາກັບນໍ້າໃຫ້ແລ້ວໂດຍໄວເພື່ອໃຫ້ປະຊາຊົນໄດ້ກັບໃຊ້ຊີວິດປົກກະຕິ, ເຮັດດ້ວຍຄວາມເຕັມໃຈຢ່າງແທ້ຈິງໃຫ້ສົມກັບວ່າທະຫານຂອງປະຊາຊົນ.


ພ້ອມທັງຮຽກຮ້ອງໃຫ້ເຈົ້າໜ້າທີ່ຕໍາຫຼວດຈົ່ງແບ່ງກໍາລັງລົງປ້ອງກັນຄວາມສະຫງົບຮອບດ້ານເພື່ອປ້ອງກັນຂີ້ລັກງັດແງະທີ່ສວຍໂອກາດໃນຍາມວິກິດແບບນີ້.


ຈາກນັ້ນທ່ານເຈົ້າແຂວງພ້ອມການນໍາພັກ-ລັດກໍໄດ້ລົງກວດກາເບິ່ງຄວາມເສຍຫາຍຂອງປະຊາຊົນ ແລະ ການໃຫ້ການຊ່ວຍເຫຼືອຂອງແຕ່ລະກໍາລັງຢູ່ແຕ່ລະບ້ານ.