ສິງກະໂປ ອະນຸມັດນຳໃຊ້ວັກແຊັງຊີໂນແວັກ

321

ສຳນັກຂ່າວຕ່າງປະເທດລາຍງານວ່າ ກະຊວງສາທາລະນະສຸກສິງກະໂປໄດ້ອອກຖະແຫຼງການ ວ່າ: ສິງກະໂປອະນຸມັດໃຫ້ນຳໃຊ້ວັກແຊັງປ້ອງກັນໂຄວິດ – 19 ທີ່ຜະລິດ ໂດຍ ບໍລິສັດ ຊີໂນແວັກ ໄບໂອເທດ ຂອງຈີນ ໃນກໍລະນີສຸກເສີນ ຫຼັງຈາກທີ່ອົງການອະນາໄມໂລກ ( WHO ) ໄດ້ຮັບຮອງເມື່ອວັນທີ 1 ມິຖຸນາຜ່ານມາ.

ການອະນຸມັດດັ່ງກ່າວຈະເປີດທາງໃຫ້ບໍລິສັດດ້ານສຸຂະພາບໃນພາກເອກະຊົນ ຂອງສິງກະໂປ ສາມາດນໍາເຂົ້າວັກແຊັງ ຊີໂນແວັກ ເພື່ອໄປນຳສັກໃຫ້ພະນັກງານໃນອົງກອນຂອງຕົນເອງໄດ້. ຫຼັງຈາກທີ່ກ່ອນໜ້ານີ້ ສິງກະໂປ ໄດ້ອະນຸມັດວັກແຊັງ ຂອງ ບໍລິສັດຟາຍເຊີ – ໄບໂອອອນເທັກ ແລະ ວັກແຊັງຂອງ ບໍລິສັດ ໂມເດີນາ.

ໃນໄລຍະຜ່ານມາ, ສິງກະໂປ ຖືເປັນໜຶ່ງໃນປະເທດອາຊີ ທີ່ມີຄວາມກ້າວໜ້າໃນການສັກວັກແຊັງປ້ອງກັນໂຄວິດ – 19 ໃຫ້ແກ່ປະຊາຊົນ. ໂດຍຫຼ້າສຸດ ສິງກະໂປ ມີແຜນຈະສັກວັກແຊັງໃຫ້ກຸ່ມນັກຮຽນ – ນັກສຶກສາຕື່ມອີກ.