ບໍລິຄຳໄຊ ຈີງຈັງສັກວັກຊິນຕ້ານໂຄວິດ ຕອນນີ້ໄດ້ແລ້ວ 20%

411

ແຂວງບໍລິຄຳໄຊໄດ້ປຸກລະດົມພະນັກງານກຳມະກອນ ແລະປະຊາຊົນໃຫ້ເຂົ້າສັກວັກຊິນປ້ອງກັນໂຄວິດ-19 ຢ່າງເປັນຂະບວນມາຮອດປະຈຸບັນການສັກຢາໃຫ້ປະຊາກອນພາຍໃນແຂວງສຳເລັດໄປແລ້ວ 20% ແລະ ການສັກເຂັມທີ 2 ໄດ້ຈັດຂຶ້ນໃນວັນທີ 24 ພຶດສະພານີ້ ຢູ່ເດີ່ນກິລາເປຕັງຂອງແຂວງ ບ້ານຫົງໄຊ ເມືອງປາກຊັນ, ໂດຍມີພະນັກງານ-ລັດຖະກອນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ໄດ້ພ້ອມພຽງກັນເຂົ້າຮ່ວມສັກວັກຊິນກັນພະຍາດໂຄວິດ-19 ຢ່າງເປັນຂະບວນ.


ຈາກການໃຫ້ສຳພາດຂອງທ່ານ ດຣ ນາງ ບັນລຽງ ວໍລະສານ ຮອງອຳນວຍການໂຮງໝໍແຂວງ ໄດ້ໃຫ້ຮູ້ວ່າ: ມາຮອດປະຈຸບັນໃນທົ່ວແຂວງ ໄດ້ສັກວັກຊິນກັນພະຍາດໂຄວິດ-19 ທັງໝົດ 20% ແລ້ວ ໃນນີ້ສັກຊຸດທີ 1 ແມ່ນ 14% ແລະ ສັກຊຸດທີ 2 ໄດ້ 6% ຂອງປະຊາກອນກຸ່ມເປົ້າໝາຍໃນທົ່ວແຂວງ.

ສຳລັບການສັກວັກຊິນກັນພະຍາດໂຄວິດ-19 ເຂັມທີ 2 ນີ້ ຈະດຳເນີນໄປເປັນເວລາ 5 ວັນ ( 24-28 ພຶດສະພາ) ພະນັກງານ-ລັດຖະກອນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ສາມາດເຂົ້າໄປສັກວັກຊິນໄດ້, ພ້ອມນີ້ ຍັງຈະໄດ້ສືບຕໍ່ສັກວັນຊິນເຂັມທີ 1 ຊຸດທີ 3 ໃນຕົ້ນເດືອນມິຖຸນາ 2021 ທີ່ຈະມາເຖິງນີ້.

ສຳລັບການສັກວັກຊິນໃນແຕ່ລະຄັ້ງ ແມ່ນໄດ້ມີການກະກຽມແພດໝໍ ໃຫ້ກັບຄົນທີ່ເຂົ້າມາສັກວັກຊິນ ເປັນຕົ້ນແມ່ນການຂຶ້ນທະະບຽນ, ຊັກຖາມປະຫວັດ, ກວດສຸຂະພາບ, ກະກຽມສະຖານທີ່ຕິດຕາມອາການຫຼັງຮັບວັກຊິນ 30 ນາທີ ແລະ ອື່ນໆ ທັງນີ້ກໍເພື່ອຮັບປະກັນເປົ້າໝາຍຮັບວັກຊິນທີ່ໄດ້ກຳນົດໄວ້ ບັນລຸຕາມຄາດໝາຍ ແລະ ຮັບປະກັນຄວາມປອດໄພຂອງຜູ້ສັກວັກຊິນ.


ຂ່າວຈາກໜັງສືພິມແຂວງບໍລິຄຳໄຊ