ປະຕິບັດການຂ້າເຊື້ອສະຖານທີ່ສ່ຽງໃນນະຄອນຫຼວງວຽງຈັນ ໄດ້ 250 ຈຸດ

374

ທ່ານ ດຣ. ປານອມ ຟອງມະນີ ຮອງຫົວຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ກ່າວໃນພິທີຖະແຫຼງຂ່າວປະຈຳວັນທີ 6 ພຶດສະພາ 2021ວ່າ: ວຽກງານການອະນາໄມ ແລະ ການຂ້າເຊື້ອ ເຊິ່ງເປັນວຽກງານຂອງກົມອະນາໄມ ແລະ ສົ່ງເສີມສຸຂະພາບ ເມື່ອມີການລະບາດຂອງພະຍາດຂອງພະຍາດໂຄວິດ-19 ທາງກົມກໍໄດ້ຮ່ວມກັບ ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ, ໜ່ວຍກູ້ໄພ ແລະ ບໍລິສັດ ອະນາໄມ ກ່ຽວກັບຫຼັກການການອະນາໄມ ແລະ ຂ້າເຊື້ອ.

ມາຮອດປັດຈຸບັນ ການປະຕິບັດຂ້າເຊື້ອ ສະເພາະໃນນະຄອນຫຼວງວຽງຈັນ ປະຕິບັດໄດ້ 250 ຈຸດ ໂດຍເລັ່ງໃສ່ເຮືອນຜູ້ຕິດເຊື້ອ, ເຮືອນຜູ້ສໍາຜັດ, ສະຖານທີ່ສ່ຽງ, ຊຸມຊົນ, ສໍານັກງານ ແລະ ອົງການຕ່າງໆຕາມການສະເໜີມາ ກໍ່ໄດ້ໄປຂ້າເຊື້ອ. ພ້ອມນີ້, ກໍ່ໄດ້ສ້າງຕັ້ງສູນບັນຊາການອະນາໄມ ຂ້າເຊື້ອໂດຍເອົາເຂົ້າໃນລະບົບສາຍດ່ວນ.

ນອກຈາກນີ້, ຍັງໄດ້ມີການຄຸ້ມຄອງຂີ້ເຫຍື້ອຕິດເຊື້ອສຳລັບຢູ່ສູນບໍລິການໃນການປິ່ນປົວຄົນເຈັບຜູ້ຕິດເຊື້ອພະຍາດໂຄວິດ-19 ເຊັ່ນ: ສູນກິລາຫ້ວຍຫົງ, ສູນຫຼັກ 27 ແລະ ສູນປິ່ນປົວອື່ນໆ ລະບົບການບໍາບັດນໍ້າເປື້ອນ ຢູ່ທຸກສູນ ທີ່ມີການປິ່ນປົວຄົນເຈັບ ຕິດເຊື້ອມີການກໍາຈັດຂ້າເຊື້ອນໍ້າເປື້ອນ ແລະ ວິດຖ່າຍກ່ອນຈະປ່ອຍລົງສູ່ ຮ່ອງສາທາລະນະ ໂດຍໄດ້ສົມທົບກັບລັດວິສະຫະກິດນໍ້າປະປາ ນະຄອນຫຼວງວຽງຈັນ.

ພ້ອມດຽວກັນນີ້, ກໍ່ຍັງໄດ້ກະກຽມກົນໄກກ່ຽວກັບການຈັດການຊາກສົບຜູ້ຕິດເຊື້ອໂຄວິດ-19 ຖ້າຫາຍມີກໍລະນີເສຍຊີວິດເກີດຂຶ້ນ ໂດຍຮ່າງຄູ່ມືໃນການຈັດຕັ້ງປະຕິບັດ ເພື່ອມ້ຽງຊາກສົບໃຫ້ຖືກກັບລະບຽບຫຼັກການຂອງອົງການອະນາໄມໂລກ.

ທ່ານ ດຣ. ປານອມ ຟອງມະນີ ໄດ້ເຊີນຊວນພໍ່ແມ່ປະຊາຊົນໃນຂອບເຂດທົ່ວປະເທດ ເຮັດແນວໃດໃຫ້ໄດ້ເຂົ້າຮ່ວມໄປບໍລິການສັກວັກຊີນຕາມຈຸດບໍລິການທີ່ກໍານົດ ແລະ ໃນໄລຍະນີ້ແມ່ນເປັນໄລຍະທີ່ໂຄວິດ-19 ມີການລະບາດ ຂໍໃຫ້ຜູ້ທີ່ຈະໄປຮັບວັກຊິນຕ້ອງໄດ້ປ້ອງກັນໂຕເອງໂດຍການໃສ່ຜ້າອັດປາກ, ຮັກສາໄລຍະຫ່າງເວລາລໍຖ້າຮັບບໍລິການ. ທັງນີ້, ເພື່ອໃຫ້ປອດໄພທັງຜູ້ມາຮັບບໍລິການ ແລະ ແພດ ໝໍກໍ່ປອດໄພເຊັ່ນກັນ. ປະຕິບັດການດໍາລົງຊີວິດ ແບບວິຖີຊີວິດແບບໃໝ່ ເຊັ່ນ: ການເວັ້ນໄລຍະຫ່າງ, ການໃສ່ຜ້າອັດດັ່ງ ແລະ ປາກ, ການລ້າງມືເປັນປະຈໍາ, ອອກກໍາລັງກາຍເປັນປະຈໍາ, ຕິດຕາມອາການສຸຂະພາບ ຂອງຕົນເອງ ຖ້າມີບັນຫາ ຕ້ອງປຶກສາແພດໝໍດ່ວນ.

ສະໜັບສະໜູນຂ່າວໂດຍ: