ຊົມເຊີຍ ອພສ ແຂວງເຊກອງ ມອບເຄື່ອງໃຊ້ຈຳເປັນ ໃຫ້ຄະນະສະເພາະກິດແຂວງ ນຳໃຊ້ໃນວຽກຕ້ານໂຄວິດ

460

ໃນວັນທີ 27 ເມສາ 2021 ທີ່ໂຮງໝໍແຂວງເຊກອງ ອົງການພຸດທະສາສະໜາສັມພັນລາວ ແຂວງເຊກອງ ໄດ້ມອບເຄື່ອງຊ່ວຍເຫຼືອທີ່ຈໍາເປັນຮີບດ່ວນໃຫ້ແກ່ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະຕ້ານສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ແຂວງເຊກອງ.

ເຊິ່ງປະກອບມີ: ຕຽງນອນ 9 ຫຼັງ, ເປນອນ 40 ຫຼັງ, ເສື່ອ 74 ຜືນ, ສາດ 48 ຜືນ, ຜ້າຫົ່ມ 29 ຜືນ, ໝອນ 50 ໜ່ວຍ, ມຸ້ງ 20 ດາງ , ນໍ້າດື່ມ 11 ແຟັກ ແລະເງິນສົດ 200.000 ກີບ ໂດຍລວມມູນຄ່າທັງໝົດ 17.525.000 ກີບ.


ຕາງໜ້າເຂົ້າຮ່ວມມອບເຄື່ອງໃນຄັ້ງນີ້ ມີພຣະ ປຣີຊາຈິຣັດຖິຕິຄຸນ (ບຸນຍືນ ບັ້ງທອງ) ຮອງເຈົ້າຄະນະແຂວງ, ພຣະ ປຣີຊາຣັດຕະນະທັມມຸນີ (ບຸນຍັງ ແກ້ວເມືອງຫຼວງ) ຄະນະປະຈໍາການ, ຫົວໜ້າກັມມາທິການສາທາຣະນູປະການ ແລະພຣະປຣີຊາປະທຸມມະຣັງສີວໍຣະທັມເມທີ (ປທ ບົວເງິນ ແສງມະນີລາດ) ຄະນະປະຈໍາການ, ຫົວໜ້າຫ້ອງການ ອພສ ແຂວງ ພ້ອມດ້ວຍຄະນະບໍລິຫານງານ ອພສ ແຂວງ ແລະ ເປັນກຽດກ່າວຮັບໂດຍທ່ານ ດຣ. ນາງ ລໍາພັນ ໄຊຄໍາມີ ຫົວໜ້າກອງເລຂາສະເພາະກິດປ້ອງກັນ, ຄວບຄຸມ ແລະ ຕ້ານສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ຂັ້ນແຂວງ, ຮອງຫົວໜ້າພະແນກສາທາລະນະສຸກແຂວງເຊກອງ, ທ່ານ ວິໄຊ ຈິດຕະວົງ ຮອງປະທານແນວລາວສ້າງຊາດແຂວງ, ທ່ານ ດຣ ເພັດສະໄໝ ເທບວົງສາ ອໍານວຍການໂຮງໝໍແຂວງ ພ້ອມດ້ວຍຄະນະສະເພາະກິດຂັ້ນແຂວງເຂົ້າຮ່ວມ.