ຊົມເຊີຍ ວັດ ສີສັງວອນ ຊ່ວຍບໍລິຈາກເຄື່ອງມໃຫ້ ພາກສະໜາມຕ້ານໂຄວິດ

1400

ສັງຄົມ ແຫ່ຍ້ອງ ຄະນະພຣະສົງສາມະເນນ ພາຍໃນວັດລືສີສັງວອນ ໄຊຍາຣາມ ບ້ານສີສັງວອນ ເມືອງໄຊເຊດຖາ ນະຄອນຫລວງ ໄດ້ບໍລິຈາກຕຽງນອນ, ໝອນ, ເສື່ອ ແລະ ອຸປະກອນນຳໃຊ້ຕ່າງໆ ເພື່ອຊ່ວຍເຫຼືອຜູ້ທີ່ຕິດເຊື້ອພະຍາດໂຄວິດ-19.


ເພາະໃນວັນທີ 26 ເມສາ 2021 ໄດ້ນຳພາໂດຍ ພຣະອາຈານໃຫຍ່ ( ຄຳຜຸຍ ບຸບຜາພອນ ) ເຈົ້າຄະນະເມືອງໄຊເຊດຖາ ເຊິງເປັນເຈົ້າ ອະທິການວັດ ວັດລືສີສັງວອນ ໄຊຍາຣາມ. ພ້ອມຄະນະແນວໂຮມວັດ ບ້ານສີສັງວອນ.