ໜຸ່ມຫຼໍ່ ເນັດໄອດໍ້ ເບຍ ດະໃນ ກັບຊີຣີເລື່ອງໃໝ່ 7Day7Boy ‘’ສຸພາບບຸລຸດຂອງເຈົ້າ’’

1205

ການເປີດເຜີຍໂສມໜ້າຂອງນັກສະແດງ 7ໜຸ່ມ ໃນຊີຣີເລື່ອງ 7Day 7Boy ສຸພາບບຸລຸດຂອງເຈົ້າ ນັກສະແດງຈາກສັງກັດ ທາຣາ ເອຄາເດມີ ເປັນທີ່ແນ່ນອນແລ້ວ ໜຶ່ງໃນນັ້ນກໍ່ແມ່ນໜຸ່ມຄົນນີ້ຄວາມສາມາດບໍ່ທໍາມະດາເລີຍ ບໍ່ວ່າຈະເປັນການຮ້ອງເພງ, ເດີນແບບ ຫຼື ການສະແດງກໍເຮັດໄດ້ດີໝົດ ເບຍ ດະໃນ ນັ້ນເອງ ທີ່ຈະໄດ້ຮ່ວມສະແດງ ໃນຊີລີ້ເລື່ອງໃໝ່ ຂອງຜູ້ກຳກັບຊື່ດັງ ຊູໂມ້ ຈັນເທວາ ດິດທະວົງ ຫລັງຈາກເປີດເຜີຍໂສມໜ້າຂອງທັງ 7 ໜຸ່ມ ໃນວັນທີ 17 ເມສາ 2021 ຜ່ານມາ ຈົນເຮັດໃຫ້ແຟນໆເກີດຄວາມສົນໃຈ ແລະ ຢາກຕິດຕາມ ເພາະນັກສະແດງແມ່ນແຖວໜ້າຂອງຄ້າຍ ທາລາ ທັງນັ້ນທີ່ກະແສມາແຮງທີ່ສຸດ.

 

ພົງດະໃນ ຫຍຸຍວານິດຊະວົງ ຫລື ເບຍ ດະໃນ ຊື່ທີ່ທຸກຄົນຮູ້ໃນໂຊຊຽວເນັດເວີກ ເຮົາມາທໍາຄວາມຮູ້ຈັກກັບໜຸ່ມນ້ອຍສຸດຫຼໍ່ຄົນນີ້ໃຫ້ຫຼາຍຂຶ້ນ ຊຶ່ງນ້ອງໄດ້ໃຫ້ສໍາພາດວ່າ: ປັດຈຸບັນນ້ອງອາຍຸ 18ປີ ສັງກັດຄ້າຍທາຣາ ອາຄາດິມີ້  ກໍາລັງຮຽນມໍ7 ແລະ ຮຽນອອນລາຍເພື່ອກຽມເສັງເຂົ້າມະຫາວິທະຍາໄລຢູ່ປະເທດໄທພາກວິຊາ Media Production ແລະ ກໍ່ກຽມໂຕເພື່ອລົງຖ່າຍທຳຊີຣີ ເລື່ອງໃຫມ່ທີ່ກຳລັງຈະເປີດກ້ອງໃນໄວໆນີ້ ທີ່ຫລາຍໆຄົນຈະໄດ້ເຫັນການໂປຣໂມດຂອງທາງຄ້າຍທາຣາແລ້ວໃນຊ່ວງອາທິດຜ່ານມາ

ສຳລັບເບຍແລ້ວຜ່ານມາກໍ່ມີຜົນງານຫລາຍຢ່າງ ທັງເດີນແບບຖ່າຍແບບ, ຫລີ້ນMVເພງ, ຫລີ້ນຊີຣີ, ຫລີ້ນຫນັງສັ້ນໂຄສະນາ ແລະ ຖ່າຍຣີວິວສິນຄ້າຫລາຍໆໂຕເລີຍ ນອກຈາກນີ້ກໍ່ໄດ້ຮ່ວມເປັນອາສາສະຫມັກໄວຫນຸ່ມລາວໃນການລົນນະລົງ ຕໍ່ຕ້ານຄວາມຮຸນແຮງທາງສື່ອອນລາຍ ຂອງໄວຫນຸ່ມລາວກັບທາງອົງການ Unicef Lao ໄດ້ເຮັດກິດຈະກຳຫລາຍຢ່າງໄດ້ເຂົ້າຮ່ວມກອງປະຊຸມລະດັບປະເທດທີ່ອົງການ Unicef ໄດ້ຮ່ວມກັບລັດຖະບານໄດ້ຈັດຂື້ນ ແລະ ເຄີຍເປັນຕົວແທນເຂົ້າຮ່ວມກິດຈະກຳຂອງຊາວຫນຸ່ມເຍົາວະຊົນລາວໄປແລກປ່ຽນເຜີຍແຜ່ວັດທະນາທຳລາວສູ່ສາກົນທີ່ປະເທດຣັດເຊຍດ້ວຍ.

ເບຍແລ້ວ ມີທັດສະນະຄະຕິໃນການເຮັດວຽກກໍ່ຄື ການຕັ້ງໃຈ, ເອົາໃຈໃສ່ ແລະ ມຸ່ງໝັ້ນ ເພື່ອໃຫ້ວຽກທີ່ໄດ້ຖືກມອບຫມາຍໃຫ້ ນັ້ນສຳເລັດ ແລະ ໄດ້ຮັບຜົນດີທີ່ສຸດ ເບຍຈະເປັນຄົນທີ່ຈິງຈັງຫລາຍໃນເວລາເຮັດວຽກ ເບຍຈະພະຍາຍາມບໍ່ເປັນໂຕຖ່ວງຂອງເພື່ອນຮ່ວມງານ ຈະພະຍາຍາມໃຫ້ມີຕຳນິຫນ້ອຍທີ່ສຸດ

ສ່ວນການໃຊ້ຊີວິດທົ່ວໄປເບຍກໍແບບສະບາຍໆ ເປັນຄົນມັກລົມມັກຖາມ ຈະເປັນກັນເອງອາລົມດີ ເບຍບໍ່ຄ່ອຍຈະກໍານົດວ່າ ມື້ນີ້ຕ້ອງເປັນແບບນີ້ຈະປ່ອຍສະບາຍໆ ຫລັງຮຽນກໍ່ໄປຫລີ້ນກິລາ, ອອກກຳລັງກາຍນຳອ້າຍນຳຫມູ່ ໄປຊ້ອມຮ້ອງເພງໄປຊ້ອມດົນຕີ

ສ່ວນກິດຈະກຳຍາມວ່າງ ຫລັກໆກໍແມ່ນຫລິ້ນກິລາທີ່ມັກເຊັ່ນ: ບານບ້ວງ, ເຕະບານ ຫລື ໄປຢິ່ມ ສ່ວນຫລາຍເວລາວ່າງແມ່ນຈະເນັ້ນຫນັກໄປທາງຫລີ້ນກິລາອອກກຳລັງກາຍຫລາຍກ່ອນຫມູ່ ແລະ ກໍມີໄປຊ້ອມຮ້ອງເພງຊ້ອມຫລີ້ນດົນຕີ, ຟັງເພງ, ເບີ່ງຫນັງທົ່ວໄປ.

ສຸດທ້າຍ ເບຍກໍຝາກຜົນງານຊີຣີສເລື່ອງໃຫມ່ 7Boys7Day ຊື່ລາວກໍແມ່ນ ‘’ສຸພາບບູລຸດຂອງເຈົ້າ’’ ທີ່ກຳລັງຈະເປິດກ້ອງໄວໆນີ້ ທາງຄ້າຍສັງກັດ ທາຣາ ອາຄາດິມີ້ ຄືຄ້າຍທີ່ເບຍສັງກັດຢູ່ປະຈຸບັນ ເບຍຮັບປະກັນຄວາມມ່ວນຖຶກໃຈສາວໆແນ່ນອນມີຕົວລະຄອນຫລາກຫລາຍສອດແຊກໃຫ້ເຫັນປັນຫາໃນສັງຄົມປະຈຸບັນນຳ ຊີຣີເລື່ອງນີ້ກໍ່ເປັນ ໂປຣເຈັກໃຫຍ່ຂອງຄ້າຍທາຣາອີກ 1ເລື່ອງ ແລະ ເບຍກໍຂໍຝາກທຸກໆຜົນງານທີ່ກຳລັງຈະຕາມມາໃນໄວໆນີ້ບໍ່ວ່າເປັນງານເພງທີ່ແອບເຮັດຢູ່ ແລະ ສໍາລັບງານໂຄສະນາຕ່າງໆ ກໍ່ສາມາດຕິດຕາມເບຍໄດ້ໃນ ເຟສບຸກສ່ວນຕົວ Beerdanay Nhouyvanisvong ຢາກໃຫ້ທຸກຄົນຄອຍເປັນກໍາລັງໃຈສະນັບສະໜູນເບຍແດ່ເດີ້ ເບຍສັນຍາວ່າຈະບໍ່ຢຸດພັດທະນາຕົວເອງ ແລະ ເສີມທັກຊະການສະແດງໄປຕະຫລອດຈະບໍ່ເຮັດໃຫ້ແຟນຄຣັບທີ່ຕິດຕາມຜິດຫວັງຢ່າງແນ່ນອນ.