ແຂວງຊຽງຂວາງ ສັ່ງປິດແຂວງ ພ້ອມເນັ້ນໃຫ້ເຈົ້າໜ້າທີ່ເອົາໃສ່ໃສ່ກວດກາຜູ້ທີ່ລະເມີດຄຳສັ່ງ

630

ໃນວັນທີ 22 ເມສາ 2021 ເຈົ້າແຂວງໆຊຽງຂວາງ ໄດ້ອອກຄຳສັ່ງ ເລກທີ 04 ລົງວັນທີ 22 ເມສາ 2021 ວ່າດ້ວຍການການເພີ່ມທະວີ ແລະ ເອົາໃຈໃສ່ໃນການປະຕິບັດມາດຕະການເພື່ອປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ -19 ແລະ ໂຈະຊົ່ວຄາວການເຂົ້າ-ອອກແຂວງຊຽງຂວາງ ໃນລະຫວ່າງວັນທີ 22 ເມສາ ຫາ 05 ພຶດສະພາ 2021.
ເພື່ອຍົກລະດັບມາດຕະການປ້ອງກັນ ສະກັດກັ້ນ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານການແຜ່ລະບາດຂອງພະຍາດ ໂຄວິດ-19 ສູ່ຊຸມຊົນ.ເຈົ້າແຂວງອອກຄຳສັ່ງ:
1. ໃຫ້ປະຊາຊົນ, ພະນັກງານລັດຖະກອນ, ທະຫານ, ຕຳຫຼວດ, ຜູ້ປະກອບການຕ່າງໆ ແລະ ຊາວຕ່າງປະເທດທີ່ອາໃສ ຢູ່ແຂວງຊຽງຂວາງ ສືບຕໍ່ປະຕິບັດຢ່າງເຂັ້ມງວດຕໍ່ບັນດາມາດຕະການປ້ອງກັນການຕິດເຊື້ອພະຍາດໂດວິດ-19 ເປັນຕົ້ນ: ແມ່ນການຮັກສາໄລຍະຫ່າງ 1 ແມັດຂື້ນໄປ, ລ້າງມືໃສ່ສະແລະ ນ້ຳສະອາດ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ວັດແທກອຸນຫະພູມ ແລະ ອະນາໄມສະຖານທີ່ ຕາມຄຳແນະນຳຂອງຄະນະສະເພາະກິດວາງອອກ ແລະ ປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍລົງວັນທີ 21 ເມສາ 2021 ຢ່າງເຂັ້ມງວດ.


2. ໃຫ້ປີດດ່ານສາກົນນ້ຳກັ່ນ, ດ່ານປະເພນີ, ດ່ານທ້ອງຖິ່ນ, ເຂດແດນລະຫວ່າງແຂວງຕໍ່ແຂວງ ໃນລະຫວ່າງວັນທີ 22 ເມສາ ຫາ 05 ພຶດສະພາ 2021, ຍົກເວັ້ນລົດຂົນສົ່ງສິນຄ້າທີ່ມີຄວາມຈໍາເປັນໃນການດຳລົງຊີວິດຂອງປະຊາຊົນເຊັ່ນ: ນ້ຳມັນເຊື້ອໄຟ, ເຄື່ອງຈັກ, ອຸປະກອນຮັບໃຊ້ໂຄງການລົງທຶນພາຍໃນແຂວງ ແລະ ການສົ່ງອອກສິນຄ້າຜະລິດຕະພັນກະສິກໍາ ແລະ ອຸດສະຫະກໍາຈໍານວນໜຶ່ງແມ່ນສາມາດສົ່ງອອກ ແລະ ນໍາເຂົ້າໄດ້ ແຕ່ຕ້ອງໃຫ້ຜູ້ຂັບລົດ ແລະ ຜູ້ຕິດຕາມລົດຂົນສົ່ງສິນຄ້າ ມີໃບຢັ້ງຢືນການສັກວັກຊິນປ້ອງກັນພະຍາດ ໂຄວິດ-19 ແລະ ມີໃບຢັ້ງຢືນຈາກຄະນະສະເພາະກິດໂຄວິດ-19 ຂັ້ນແຂວງ, ພ້ອມທັງປະຕິບັດຕາມລະບຽບການປ້ອງກັນພະຍາດ ໂຄວິດ-19 ຢ່າງເຂັ້ມງວດ.
3. ມອບໃຫ້ຄະນະສະເພາະກິດຂັ້ນແຂວງ, ຂັ້ນເມືອງ ສົມທົບກັບກໍາລັງປ້ອງກັນຊາດ, ປ້ອງກັນຄວາມສະຫົງບ ຕັ້ງຈຸດຄັດກອງກວດຄົນເຂົ້າ-ອອກແຂວງ ເຊັ່ນ: ເສັ້ນທາງເລກ 7 (ຊາຍແດນກົ່ວລັນ) ເມືອງພູກູດ, ເສັ້ນທາງ 1D(ນ້ຳແຊ່ໜອນ) ເມືອງຄູນ, ເສັ້ນທາງ IC (ນ້ຳເນີນ) ເມືອງຄໍາ ແລະ ເສັ້ນທາງ 5 A (ນ້ຳສຽມ) ເມືອງຜາໄຊ, ນັບແຕ່ວັນທີ່ 22 ເມສາ 2021ເປັນຕົ້ນໄປ, ພ້ອມທັງນໍາເອົາຄົນທີ່ສ່ຽງເພື່ອເຂົ້າສູນກັກກັນຂອງເມືອງ ຫລື ແຂວງ ທີ່ໄດ້ກຳນົດໄວ້ ສ່ວນຄ່າສີ້ນເປືອງໃນການກັກກັ້ນຢູ່ສູນແມ່ນຜູ້ກ່ຽວຮັບຜິດຊອບເອງ,ນອກນັ້ນແມ່ນມອບໃຫ້ຄະນະສະເພາະກິດຂັ້ນເມືອງເປັນຜູ້ຮັບຜິດຊອບຕິດຕາມກວດກາຢ່າງເຂັ້ມງວດ.


4. ສືບຕໍ່ປີດບັນດາກິດຈະການຮ້ານບັນເທີງ, ຮ້ານເຫຼົ້າ-ເບຍ, ຮ້ານກິນດື່ມ, ຮ້ານຄາຣາໂອເກະ, ຮ້ານເກມ, ຮ້ານສະນຸກເກີ, ຮ້ານນວດ-ສະປາ, ຮ້ານອິນເຕີເນັດ, ສູນອອກກຳລັງກາຍ, ການແຂ່ງຂັນກິລາທີ່ມີຜູ້ຊົມ ແລະ ນັກກິລາ ເຂົ້າຮ່ວມເປັນຈໍານວນຫລາຍທີ່ບໍ່ສາມາດຮັກສາໄລຍະຫ່າງເກີນ 1 ແມັດໄດ້ ແລະ ມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດໂຄວິດ-19.
5. ຫ້າມຈັດປະຊຸມ, ໂຮມຊຸມນຸມ ຫຼື ຈັດກິດຈະກຳຕ່າງໆ ທີ່ມີຜູ້ເຂົ້າຮ່ວມຫຼາຍກວ່າ 20 ຄົນ ເປັນຕົ້ນກິດຈະກຳທາງສາສະຫນາ, ງານບຸນປະເພນີ, ງານດອງ ແລະ ງານລ້ຽງສ້າງສັນຕ່າງໆ; ກໍລະນີຈຳເປັນຕ້ອງຈັດກິດຈະກຳເປັນຕົ້ນ: ຄົບງັນງານສົບ, ງານສົ່ງສະການ ແລະ ເຮັດບຸນແຈກທານ ແມ່ນໃຫ້ປະຕິບັດມາດຕະການຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ເຊັ່ນ: ແທກອຸນຫະພູມ, ຮັກສາໄລຍະຫ່າງທາງສັງຄົມ ຢ່າງຫນ້ອຍ 1 ແມັດ, ໃສ່ຜ້າປິດປາກ-ດັງ, ລ້າງມືໃສ່ສະບູ່ ຫຼື ນ້ຳຢາຂ້າເຊື້ອ.
6. ໃຫ້ໂຮງຮຽນສາມັນສຶກສາ, ອາຊີວະສຶກສາ, ໂຮງຮຽນສືກສາສົງ, ວິທະຍາໄລ, ທັງພາກລັດ ແລະ
ເອກະຊົນໃນຂອບເຂດທົ່ວແຂວງໂຈະການຮຽນ-ການສອນຊົ່ວຄາວ ນັບແຕ່ວັນທີ 22 ເມສາ ຫາ ວັນທີ 5 ພຶດສະພາ 2021.
7. ມອບໃຫ້ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ ແລະ ເມືອງ ສືບຕໍ່ປະຕິບັດຫນ້າທີ່ຂອງຕົນ ດ້ວຍມາດຕະການຕ່າງໆຢ່າງເຂັ້ມງວດ.ສືບຕໍ່ຈັດຕັ້ງຂະບວນການສັກວັກຊິນກັນພະຍາດ ໂຄວິດ-19 ໃຫ້ກຸ່ມເປົ້າໝາຍບູລິມະສິດ ໃນທົ່ວແຂວງ ໃຫ້ສໍາເລັດຕາມເປົ້າໝາຍວາງອອກ.


8. ມອບໃຫ້ຄະນະສະເພາະກິດ ໂຄວິດ-19 ຂັ້ນເມືອງ ເປີດສູນກັດກັ້ນຂອງຕົນຂຶ້ນໂດຍການຄັດເລືອກເອົາສະຖານທີ່, ທີ່ມີຄວາມເໝາະສົມພາຍໃນເມືອງຂອງຕົນ ພາຍຫຼັງເອກະພາບແລ້ວແມ່ນໃຫ້ລາຍງານຂັ້ນແຂວງຮັບຊາບ.
9. ມອບໃຫ້ອົງການປົກຄອງທຸກຂັ້ນ ແລະ ພໍ່ແມ່ປະຊາຊົນ ເປັນເຈົ້າການຊ່ວຍເຈົ້າໜ້າທີ່ ໃນການຕິດຕາມຄົນເຂົ້າ-ອອກ ຫຼື ລັກລອບເຂົ້າມາແມ່ນໃຫ້ລາຍງານຄະນະສະເພາະກິດປະຕິບັດຕາມາດຕະການຢ່າງເຂັ້ມ.ງວດ, ໂດຍສະເພາະບຸກຄົນທີ່ໄດ້ສຳພັດໃກ້ສິດກັບຜູ້ຕິດເຊື້ອຕາມການຖະແຫຼງຂອງຄະນະສະເພາະກິດສູນກາງແມ່ນໃຫ້ມາແຈ້ງ ແລະ ສະເໜີຕົວ ຫຼື ຈຳກັດບໍລິເວນຕົນເອງຈົນຄົບ 14 ວັນ, ແຈ້ງເບີໂທລະສັບຕິດຕໍ່ (ສາຍດວ່ນ 061 166 ແລະ 020 22342979).


10. ມອບໃຫ້ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ສົມທົບກັບພາກສ່ວນກ່ຽວຂ້ອງເອົາໃຈໃສ່ເຝົ້າລະວັງຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ຕ້ານ ແລະ ແກ້ໄຂທຸກປະກົດການຫຍໍ້ທໍ້ໃນສັງຄົມໃຫ້ທັນການ, ເພີ່ມທະວີວຽກງານຕິດຕາມ, ກວດກາປົກກະຕິ. ກໍລະນີກວດກາພົບຜູ້ລະເມີດຕໍ່ຄຳສັ່ງສະບັບນີ້ ໃຫ້ດໍາເນີນມາດຕະການຢ່າງເຂັ້ມງວດ.
11. ມອບໃຫ້ທ່ານເຈົ້າເມືອງ, ຫົວໜ້າພະແນກການ, ກົມກອງ ແລະ ອົງການຈັດຕັ້ງທຸກຂັ້ນທີ່ກ່ຽວຂ້ອງນໍາເອົາຄຳສັ່ງສະບັບນີ້ ໄປເຜີຍແຜ່, ຊີ້ນຳ ແລະ ເປັນເຈົ້າການຈັດຕັ້ງປະຕິບັດຢ່າງເຂັ້ມງວດ ດ້ວຍຄວາມຮັບຜິດຊອບສູງ.
12. ໃນການຈັດຕັ້ງປະຕິບັດຕົວຈິງ ຖ້າຫາກມີຄວາມຈຳເປັນ ມອບໃຫ້ເຈົ້າເມືອງ ປັບປຸງຄະນະສະເພາະກິດຂັ້ນເມືອງ, ອອກນິຕິກຳແນະນໍາລະອຽດຕາມພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດຂອງຕົນ.
13. ຄຳສັ່ງສະບັບນີ້ມີຜົນສັກສິດນັບແຕ່ເວລາ 18:00 ໂມງ ຂອງວັນທີ 22 ເມສາ 2021 ເຖິງ ເວລາ24:00 ໂມງ ຂອງວັນທີ 05 ພຶດສະພາ 2021.