ການນໍາແຂວງຈຳປາສັກມອບເງິນຮັບໃຊ້ເຂົ້າໃນວຽກງານຕ້ານພະຍາດໂຄວິດ-19

313

ໃນວັນທີ 22 ເມສານີ້, ທີ່ສະໂມສອນ (ຫຼັກ 4) ແຂວງຈຳປາສັກ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ມອບປັດໄຈງົບປະມານ ແລະ ວັດຖຸອຸປະກອນເພື່ອຮັບໃຊ້ເຂົ້າໃນວຽກງານສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດ COVID-19 ຢູ່ແຂວງຈຳປາສັກໃຫ້ຄະນະກຳມະການສະເພາະກິດ 9 ເມືອງ ແລະ ນະຄອນມູນຄ່າ 300 ລ້ານກວ່າກີບ ເພື່ອສືບເພີ່ມທະວີມາດຕະການສະກັດກັ້ນ, ປ້ອງກັນການລະບາດ, ຄວບຄຸມ ແລະກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດ COVID-19 ຢູ່ແຂວງຈຳປາສັກຢ່າງແຂງແຮງ.


ສຳລັບວຽກງານຄວບຄຸມພະຍາດໂຄວິດ-19 ຢູ່ແຂວງຈຳປາສັກ, ແຂວງຈຳປາສັກມີຜູ້ຕິດເຊື້ອທັງໝົດ 5 ກໍລະນີ, ປົວດີແລ້ວ 2 ກໍລະນີ ແລະ ຍັງຕິດຕາມປິ່ນປົວ 3 ກໍລະນີ. ປັດຈຸບັນແມ່ນຢູ່ໃນສະຖານະການຄວບຄຸມໄດ້.

ເລີ່ມແຕ່ຕົ້ນປີ 2020 ມາຮອດ ວັນທີ 16 ເມສາ 2021 ມີຄົນເຂົ້າມາຢູ່ 3 ດ່ານສາກົນທັງຫມົດ 108.890 ຄົນ, ມີຄົນລາວ 47.600 ຄົນຕ່າງປະເທດ 61.290 ຄົນ, ສະເພາະໃນປີ 2021 ມີຄົນເຂົ້າຜ່ານດ່ານສາກົນວັງເຕົ່າ ແລະ ດ່ານສາກົນໜອງນົກຂຽນແລ້ວ 22.815 ຄົນ ເຂົ້າມາປະມານ 200-300 ຄົນ/ວັນ ໃນນັ້ນເປັນແຮງງານລາວເຂົ້າມາວັນລະ ປະມານ 50-100 ຄົນ, ນອນນັ້ນແມ່ນເປັນຄົນຕ່າງປະເທດທີ່ຂັບລົດ ຂົນສົ່ງເຂົ້າ-ອອກແຕ່ລະວັນ ແລະ ໄດ້ເກັບຕົວຢ່າງກວດຊອກຫາເຊື້ອ COVID-19 ສະສົມທັງໝົດ 23.892 ຕົວຢ່າງ.

ຜ່ານມາແຂວງຈໍາປາສັກມີແຮງງານມາກັກບໍລິເວນຢູ່ສູນຂອງແຂວງສະສົມ ທັງໝົດ 19.003 ຄົນ ໃນປີ 2021 ມີແຮງງານມາກັກບໍລິເວນແລ້ວທັງໝົດ 7.106 ຄົນ ປັດຈຸບັນຍັງມີຄົນກັກບໍລິເວນຢູ່ສູນຫຼັກ 21 ເມືອງປະທຸມພອນ ມີ 303 ຄົນ ແລະ ກັກຢູ່ສູນຂອງ 9 ເມືອງ, ສ່ວນບຸກຄົນທີ່ກັກບໍລິເວນຢູ່ 6 ໂຮງແຮມໃນປີ 2021 ສະສົມທັງໝົດ 160 ຄົນ ຍັງເຫຼືອກັກບໍລິເວນປະຈຸບັນ 16 ຄົນ.

ຂ່າວ: ທັດຊະນະ