ຄະນະສະເພາະກິດຂັ້ນນະຄອນ ໄກສອນ ພົມວິຫານ ໄດ້ລົງກວດກາເບິ່ງເຮືອຢູ່ຕາມລຳແມ່ນ້ຳຂອງ

420

ດັ່ງນັ້ນໃນຕອນເຊົ້າຂອງວັນທີ 20 ເມສາ 2021 ນີ້, ຄະນະສະເພາະກິດຂັ້ນນະຄອນ ໄກສອນ ພົມວິຫານ ເຊິ່ງນຳໂດຍທ່ານ ແຖ່ນແກ້ວ ພົມບິດາ ຮອງເຈົ້ານະຄອນ ໄກສອນ ພົມວິຫານ ພ້ອມຄະນະສະເພາະກິດຂັ້ນນະຄອນ ໄດ້ລົງກວດກາເບິ່ງເຮືອຢູ່ຕາມລຳແມ່ນ້ຳຂອງ ບ້ານທີ່ມີຊາຍແດນຕິດກັບປະເທດເພື່ອນບ້ານ

ໂດຍໄດ້ຊີ້ນໍາພໍ່ແມ່ປະຊາຊົນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໂດຍສະເພາະແມ່ນເຈົ້າຂອງເຮືອທຸກປະເພດເຮືອຫາປາ, ເຮືອບັນທຸກສິນຄ້າ, ເຮືອດູດແຮ່-ຊາຍແລະເຮືອອື່ນໆໃຫ້ຢຸດຕິການເດີນເຮືອ ຊົ່ວຄາວຕາມລຳແມ່ນ້ຳຂອງນັບແຕ່ວັນທີ 19-30 ເມສາ 2021 ເພື່ອຫຼີກລ່ຽງການລັກລອບຂົນສົ່ງຄົນຂ້າມມາຝັ່ງລາວລັກລອບຂົນສົ່ງສິນຄ້າແລະອື່ນໆຫ້າມບໍ່ໃຫ້ບຸກໃດເອົາເຮືອໄປຮັບແຮງງານຈາກປະເພື່ອນບ້ານ, ຖ້າລະເມີດຄັ້ງທີ 1 ຈະຖືກປັບໃໜ 5 ລ້ານກີບ ພ້ອມເຮັດບົດທຶກກ່າວເຕືອນ, ຖ້າມີການລະເມີດຄັ້ງຕໍ່ໄປແມ່ນຈະຖືກດຳເນີນຄະດີຕາມລະບຽບກົດໜາຍ.

ຖ້າກໍລະນີຫາກຮັບເອົາແຮງງານເຂົ້າມາແລະເປັນສາຍເຫດຂອງການແຜ່ລະບາດເຊື້ອໃນຊຸມຊົນແມ່ນໃຫ້ເຈົ້າຂອງເຮືອເປັນຜູ້ຮັບຜິດຊອບຕໍ່ການເສຍທຸກຢ່າງທີ່ເກີດຂື້ນ.

ນອກນັ້ນກໍຈັດຕັ້ງກຳລັງ ປກສ ກອງຫຼອນບ້ານ ປ້ອງກັນເວນຍາມ ເພື່ອກວດກາລາດຕະເວນຕາມຊາຍແດນ ເນື່ອງຈາກປັດຈຸບັນ ບັນດາປະເທດໃນໂລກຍັງມີສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຮຸນແຮງ ແລະ ເພີ່ມຂຶ້ນເລື້ອຍໆ ໂດຍສະເພາະແມ່ນປະເທດເພື່ອນບ້ານໃກ້ຄຽງ ທີ່ມີການລະບາດເປັນວົງກວ້າງ.


ດັ່ງນັ້ນ, ຈຶ່ງຂໍຮຽກຮ້ອງມາຍັງບັນດາເຈົ້າຂອງເຮືອ ກໍຄືປະຊາຊົນບັນດາເຜົ່າພາຍໃນນະຄອນໃຫ້ປະຕິບັດຕາມແຈ້ງການຂອງຄະນະສະເພາະກິດຂັ້ນແຂວງນີ້ຢ່າງເຂັ້ມງວດ ຂໍໃຫ້ທຸກຄົນມີຄວາມຮັບຜິດຊອບຕໍ່ສັງຄົມ ເພາະຖ້າ ຫາກຝ່າຝືນມີການລັກລອບຂົນສົ່ງຄົນ ແລະ ນໍາເຂົ້າສິນຄ້າ ອາດມີຄວາມສ່ຽງສູງທີ່ຈະນໍາເອົາພະຍາດ ໂຄວິດ-19 ຈາກປະເທດເພື່ອນບ້ານໃກ້ຄຽງທີ່ມີການແຜ່ລະບາດຂອງພະຍາດດັ່ງກ່າວ ເຂົ້າມາແຜ່ລະບາດ ຢູ່ນະຄອນ ໄກສອນ ພົມວິຫານກໍ່ຄືທົ່ວປະເທດ ລາວຂອງພວກເຮົາ.

ພາບ-ຂ່າວ: ນະຄອນ ໄກສອນ ພົມວິຫານ