ລັດຖະມົນຕີ ກະຊວງ ຮສສ ລົງຢ້ຽມຢາມ ບັນດາໂຮງຈັກໂຮງງານ ຢູ່ນະຄອນຫລວງວຽງຈັນ

370

ໃນລະຫວ່າງວັນທີ 19- 20 ເມສາ 2021ນີ້, ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມບັນດາໂຮງຈັກໂຮງງານ, ໂດຍສະເພາະແມ່ນ ໂຮງງານຕັດຫຍິບຢູ່ໃນ ນະຄອນຫລວງວຽງຈັນ, ໃນນັ້ນມີ ບໍລິສັດໂຮຢາ ຈຳກັດ , ບໍລິສັດລາວຄວາລາຕີ (ວິກຜົມ) ຈຳກັດ, ໂຮງງານຕັດຫຍິບ ທຣີໂອລາວ ເອັກສປອດ ຈຳກັດ, ໂຮງງານຕັດຫຍິບ ຕຣີມາກສ໌ ຈຳກັດ, ເນື່ອງໃນໂອກາດ ວັນກຳມະກອນສາກົນ 1 ພຶດສະພາ ຄົບຮອບ 135 ປີ ແລະ ວັນຕ້ານການໃຊ້ແຮງງານເດັກ 12 ມິຖຸນາ ທີ່ຈະມາເຖິງນີ້.

ໃຫ້ກຽດຕ້ອນຮັບຂອງຜູ້ຕາງໜ້າຜູ້ອຳນວຍການ ບັນດາບໍລິສັດບໍ ຈຸດປະສົງຂອງການລົງພົບປະຢ້ຽມຢາມແຮງງານ ໃນຄັ້ງນີ້, ເພື່ອຊຸກຍູ້, ຕິດຕາມການເຮັດວຽກຂອງບັນດາກຳມະກອນ ແລະ ການຈັດຕັ້ງປະຕິບັດບັນດາລະບຽບກົດໝາຍຕ່າງໆ ຂອງບໍລິສັດດັ່ງກ່າວ ໂດຍສະເພາະວຽກງານສະຫວັດດີການສັງຄົມ ຂອງຜູ້ປະກອບການ ທີ່ປະຕິບັດຕໍ່ກຳມະກອນ. ນອກ ຈາກນີ້, ກໍເພື່ອເປັນການໃຫ້ກຳລັງໃຈ ແກ່ບັນດາພະນັກງານ ແລະ ກຳມະກອນທີ່ເຮັດວຽກຢູ່ໃນໂຮງຈັກໂຮງງານດັ່ງກ່າວ, ໄດ້ມີກຳລັງໃຈໃນການເຮັດວຽກ ແລະ ປະຕິບັດໜ້າທີ່ຂອງຕົນຢ່າງມີປະສິດ ທິພາບ ແລະ ປະສິດທິຜົນ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດສັງຄົມ ກໍຄືການພັດທະນາປະເທດຊາດ.


ໂອກາດດຽວກັນນີ້, ທ່ານລັດຖະມົນຕີ ຍັງໄດ້ມອບເຄື່ອງທີ່ລະນຶກ ເຊັ່ນ: ເສື້ອ, ວີ ແລະ ແຜ່ນພັບ ໃຫ້ແກ່ໂຮງງານຕັດຫຍິບດັ່ງກ່າວ ເພື່ອນຳໄປແຈກຢາຍໃຫ້ບັນດາກຳມະກອນ ໃຫ້ເຂົາເຈົ້າໄດ້ຮູ້ ແລະ ເຂົ້າເຖິງບັນດາຂໍ້ມູນຂ່າວສານຕ່າງໆ ໂດຍສະເພາະແມ່ນລະບຽບກົດໝາຍແຮງງານ, ກ່ຽວກັບການປະກັນສັງຄົມ ແລະ ສິດຜົນປະໂຫຍດຂອງຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ .


ເພື່ອລະນຶກເຖິງວັນກຳມະກອນສາກົນ ແລະ ໄດ້ຮ່ວມຈັດຂື້ນໂດຍ ອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ໃນ ສປປລາວ ດ້ວຍເງິນທຶນສະໜັບສະໜຸນ ຈາກອົງການສະວິດເພື່ອການພັດທະນາ ແລະ ການຮ່ວມມື (SDC) ແລະ ມູນລະນິທິ Laudes ພາຍໃຕ້ວຽກງານ ການເຄື່ອນຍ້າຍແຮງງານຂອງອົງການ IOM ເພື່ອໃຫ້ການຄຸ້ມຄອງ ແລະ ການຊ່ວຍເຫຼືອທີ່ມີປະສິດທິພາບແກ່ແຮງງານເຄື່ອນຍ້າຍ ແລະ ຄອບຄົວ.

(ຂ່າວສານ ຮສສ)