ເຈົ້າແຂວງບໍລິຄຳໄຊ ລົງຕິດຕາມ ແລະ ໃຫ້ກໍາລັງໃຈຜູ້ຖືກຈໍາກັດບໍລິເວນຢູ່ສູນເມືອງບໍລິຄັນ

298

ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ຂັ້ນແຂວງ ໄດ້ລົງຊຸກຍູ້, ຕິດຕາມ ແລະ ໃຫ້ກຳລັງໃຈ ຕໍ່ຜູ້ທີ່ມາກັກບໍລິເວນເພື່ອກວດຫາເຊື້ອພະຍາດໂຄວິດ-19 ຢູ່ສູນກັນກັນເມືອງບໍລິຄັນ ເມື່ອວັນທີ 17 ເມສາ 2021 ຜ່ານມາ ໂດຍມີ ທ່ານ ວັນເລີນ ປຸ້ຍໄມນີ ເຈົ້າເມືອງບໍລິຄັນ ຮ່ວມນໍາພາທາງ.


ໃນສູນດັ່ງກ່າວນີ້ ເຫັນວ່າຜົນກວດຕົວຢ່າງໃນວັນທີ 16 ເມສາ ພົບຜູ້ຕິດເຊື້ອເປັນບວກຈຳນວນ 1 ຄົນ ເພດຍິງ, ອາຍຸ 25 ປີ ອາຊີບປະຊາຊົນ ຢູ່ບ້ານ ໂພນມຸງຄຸນ ເມືອງບໍລິຄັນ ເຊິ່ງປະຫວັດການເດີນທາງຂອງຜູ້ກ່ຽວແມ່ນໄດ້ກັບມາແຕ່ປະເທດເພື່ອນບ້ານ (ປະເທດໄທ) ເພື່ອມາຢາມພໍ່ແມ່ໃນໄລຍະປີໃໝ່ລາວ ເຊິ່ງມາແບບບໍ່ຖືກຕ້ອງ ໂດຍຂີ່ເຮືອນ້ອຍຂ້າມນ້ຳຂອງຢູ່ເຂດເມືອງປາກກະດິງ ແລະ ມາຮອດເມືອງບໍລິຄັນ ເວລາປະມານ 9 ໂມງ ຂອງວັນທີ 14 ເມສາ.


ຈາກນັ້ນຜູ້ເປັນພໍ່ກໍໄດ້ປະສານກັບຄະນະສະເພາະກິດຂັ້ນເມືອງ ແລ້ວເອົາຜູ້ກ່ຽວໄປກັກຕົວຢູ່ສູນກັກກັນແຍກປ່ຽວເພື່ອຕິດຕາມອາການ, ຈາກນັ້ນວັນທີ 15 ເມສາ ຄະນະສະເພາະກິດ ໄດ້ເກັບຕົວຢ່າງໄປກວດ ແລະ ມາຮອດໃນວັນທີ 16 ເມສາ ຜົນກວດໄດ້ຢັ້ງຢືນຈາກກະຊວງສາທາລະນະສຸກ ວ່າຜູ້ກ່ຽວມີເຊື້ອເປັນບວກ (ມີເຊື້ອພະຍາດໂຄວິດ-19). ປັດຈຸບັນຄະນະສະເພາະກິດໄດ້ເອົາຜູ້ກ່ຽວມາປິນປົວຢູ່ສູນຫຼັກ 6 ເມືອງປາກຊັນ ແລະ ຄະນະທີມແພດໝໍກໍໄດ້ເອົາໃຈໃສ່ກວດສຸຂະພາບຮ່າງກາຍເຫັນວ່າ ຜູ້ກ່ຽວມີສຸຂະພາບແຂງແຮງ ສາມາດກິນອາຫານ ແລະ ກິນຢາໄດ້ເປັນປົກກະຕິ.
ສໍາລັບ 13 ຄົນຢູ່ໃນກຸ່ມສ່ຽງ ທີ່ໄດ້ພົວພັນກັບພໍ່ຂອງຜູ້ກ່ຽວ ປັດຈຸບັນແມ່ນໄດ້ເຂົ້າແຍກປ່ຽວຢູ່ສູນຈຳກັດບໍລິເວນເມືອງບໍລິຄັນ ເພື່ອຕິດຕາມອາການ.

ຕໍ່ກັບສະພາບການດັ່ງກ່າວນີ້ທ່ານ ເຈົ້າແຂວງ ໄດ້ເນັ້ນໃຫ້ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະ ບາດພະຍາດໂຄວິດ-19 ຂັ້ນແຂວງ-ຂັ້ນເມືອງ ເພີ່ມທະວີເອົາໃຈໃສ່ປະຕິບັດຄຳແນະນຳຄະນະສະເພາະກິດຂັ້ນສູນກາງ, ຄຳແນະນຳຄະນະເພາະກິດຂັ້ນແຂວງ ວ່າດ້ວຍການເພີ່ມທະວີເອົາໃຈໃສ່ໃນການປະຕິບັດມາດຕະການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ, ໂຄສະນາປະຊາສຳພັນ ຜົນຮ້າຍຂອງພະຍາດໂຄວິດ-19 ໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງທົ່ວເຖິງ, ເປັນການເຂົ້າສູ່ສະໜາມຮົບ ຕີກັບສັດຕູອັນຕະລາຍຮ້າຍກາດ ບໍ່ມີຕົວຕົນ ບໍ່ຮູ້ຢູ່ບ່ອນໃດ ແຕ່ມີອິດທິພົນທຳລາຍໂລກ.

ຂ່າວ: ສາຍສະໝອນ