ຊຸດປະຈໍາຊາດຂອງ Miss Universe Laos 2020 ຄວາມໝາຍຍິ່ງໃຫຍ່ ຍິງລາວໃນເວທີສາກົນ

583

ພົບກັບການເປີດໂຕຢ່າງ ງົດງາມກັບຊຸດປະຈຳຊາດຂອງ Miss Universe Laos 2020 ໃນວັນທີ 13 ເມສາ ຜ່ານມາ ທີ່ເຮືອນຈັນ ເຮືອນມໍລະດົກໂລກ  ແຂວງຫລວງພະບາງ ທີ່ສວມໃສ່ໂດຍ ຄຣິດຕິນາ ລາສະສິມມາ Miss Universe Laos 2020  ເຊິ່ງເປັນທີ່ຖືກໃຈສໍາລັບແຟນໆນາງາມຫລາຍຄົນເລີຍ ເພາະເປັນການອອກແບບ ໂດຍໃຊ້ແນວຄວາມຄິດຂອງຄົນລາວ ແລະ ສີມືການອອກແບບຂອງຄົນລາວ 100% ໂດຍແທ້.

ສໍາລັບຈຸດປະສົງ ແລະ ປະຫວັດຄວາມເປັນມາ ຂອງຊຸດປະຈຳຊາດໃນປີນີ້ ແມ່ນຢາກສົ່ງເສີມ ວັດທະນະທຳ ຮີດຄອງປະເພນີ ອັນດີງາມຂອງຊາດລາວ ລວມໄປເຖິງການທ່ອງທ່ຽວ ແລະ ຍົກລະດັບແນວຄວາມຄິດ ສີມືປະດິດຄິດແຕ່ງຂອງຄົນລາວ ໃນການອອກແບບຊຸດປະຈຳຊາດ ແລະ ໂດຍການຊີ້ນຳຂອງ ປະທານກອງປະກວດ ທ່ານ ໂພລິສິດ ບຸບຜາປະເສີດ ຫຼື ແອລອນ ແລະ ຈາກການຕົກລົງເຫັນດີຈຶ່ງໄດ້ເລືອກເອົາຊຸດ ຂອງນາງສັງຂານ ຫລວງພະບາງ ເພຶ່ອໄປເອກອ້າງ ໃຫ້ຊາວໂລກໄດ້ເຫັນ ເນື່ອງຈາກວ່າການປະກວດ Miss Universe ທີ່ຟໍລິດ້າ (Florida , USA ) ແມ່ນຈັດຂຶ້ນໃກ້ຄຽງກັບ ບຸນປີໃໝ່ລາວ ທີ່ມີຄວາມໝາຍຄວາມສໍາຄັນ ສໍາລັບຄົນລາວບໍ່ໜ້ອຍ ເພາະຈະມີການແຫ່ວໍ ທີ່ຍິ່ງໃຫຍ່ ເຊິ່ງໃນຂະບວນການແຫ່ວໍນັ້ນ ຈະປະກອບມີ ໜຶ່ງຂະບວນການທີ່ສຳຄັນ ແລະ ໂດດເດັ່ນ ນັ້ນກໍ່ຄື ຂະບວນການແຫ່ນາງສັງຂານ ທີ່ເປັນອີກຮີດຄອງປະເພນີ ອັນດີງາມ ແລະ ສຳຄັນຂອງຄົນລາວ ທີ່ມີການສືບຕໍ່ກັນມາຍາວນານ ເຊິ່ງການນຸ່ງຖືຂອງນາງສັງຂານ ແມ່ນສະທ້ອນໃຫ້ເຫັນການຮັກສາຮີດຄອງປະເພນີ ໃນການນຸ່ງຖືຂອງສາວລາວ ທີ່ມີຄວາມສວຍງາມ ແລະ ເປັນເອກະລັກຊາດລາວເຮົາ.

ພ້ອມນັ້ນ ເວທີນາງສັງຂານ ຍັງແມ່ນເວທີການປະກວດເພຶ່ອຄົ້ນຫາສາວງາມ ທີ່ມີຄວາມງາມ ແລະ ຄວາມສາມາດ ທີ່ຈະເປັນຕົວແທນຂອງນາງສັງຂານແຕ່ລະປີ ລຸ້ນແລກໆ ຂອງລາວ ທີ່ຖືກຈັດຕັ້ງຂຶ້ນ ແຕ່ປີ ຄສ 1971 ແຕ່ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ຈຶ່ງບໍ່ໄດ້ຈັດພິທີແຫ່ນາງສັງຂານມາເປັນເວລາ2ປີ ສະນັ້ນ, ເພຶ່ອຢາກໃຫ້ຊາວລາວ ແລະ ຊາວຕ່າງຊາດ ໄດ້ເຫັນວ່າຄົນລາວຍັງຮັກສາວັດທະນະທຳ ຮີດຄອງປະເພນີ ອັນດີງາມຂອງຊາດຄຽງຄູ່ ກັບການຮັກສາມາດຕະການສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ໄດ້ດີ.

ດັ່ງນັ້ນ, ຊຸດປະຈຳຊາດທີ່ຖືກຄັດເລືອກໃນປີນີ້ຈຶ່ງແມ່ນ ຊຸດນາງສັງຂານ ທີ່ເປັນຕົວແທນຂອງທິດາທັງ 7 ຂອງ ພະຍາກະບິນລະພົມ ເຊິ່ງເປັນເຈົ້າແຫ່ງພົມທີ່ມີລິດເດດເກັ່ງກ້າກວ່າເທວະດາ ແລະ ມະນຸດທັງປວງ ມາພ້ອມກັບຜ້າອັດປາກ ທີ່ຊ່ວຍປ້ອງກັນພະຍາດໂຄວິດໃນເບື້ອງຕົ້ນ ແລະ ຖືພະສຽນຂອງພະຍາກະບິນລະພົມ Miss Universe Laos 2020 ໃນປີນີ້ບໍ່ໄດ້ເປັນພຽງແຕ່ຕົວແທນນາງສາວລາວ ເພຶ່ອໄປຮ່ວມປະກວດໃນເວທີລະດັບໂລກເທົ່ານັ້ນ ແຕ່ຍັງໄດ້ຮັບກຽດໃຫ້ເປັນຕົວແທນນາງສັງຂານຂອງ 2 ປີທີ່ຜ່ານມາ

ສະນັ້ນ, ນາງສັງຂານຈຶ່ງບໍ່ໄດ້ຖືອາວຸດປະຈຳກາຍ ແລະ ຂີ່ສັດນຳໂຊກປະຈຳວັນ ແຕ່ຈະຖືພະສຽນ(ຫົວ) ຂອງພະຍາກະບິນລະພົມແທນ Miss Universe Laos 2020 ຈະເປັນຕົວແທນ ນາງສັງຂານ ເພຶ່ອອັນເຊີນເອົາພະສຽນ (ຫົວ) ພະຍາກະບິນລະພົມມາຫົດສົງ ແລະ ຂໍພອນເພຶ່ອທີ່ຈະອວຍພອນໃຫ້ປະຊາຊົນລາວ ກໍ່ຄືປະຊາຊົນໃນທົ່ວໂລກໃຫ້ຢູ່ເຢັນເປັນສຸກປາສະຈາກໂລກໄພໄຂ້ເຈັບທັງປວງ ພ້ອມທັງຂໍໃຫ້ພະຍາດໂຄວິດ 19 ຫາຍສິ້ນໄປຈາກໂລກນີ້

ສ່ວນຄັນຮົ່ມແມ່ນ ປະດິດຄິດສ້າງມາຈາກຄັນຫົ່ມຂອງນາງສັງຂານທີ່ໃຊ້ໃນຕອນແຫ່ວໍ ເຊິ່ງໄດ້ລວບລວມເອົາອະລິຍະທຳ ແຫລ່ງທ່ອງທ່ຽວທີ່ງົດງາມຂອງເມືອງມໍລະດົກໂລກ ແລະ ສະຖາປັດຕິຍະກຳ ທີ່ສຳຄັນຂອງປະເທດໃນແຕ່ລະແຂວງ ເຊິ່ງລວມມີພະທາດຫລວງ ທີ່ເປັນມິ່ງຂວັນຂອງຄົນລາວ, ປະສາດຫີນວັດພູຈຳປາສັກ ແຂວງຈຳປາສັກ ແລະ ທົ່ງໄຫຫີນ ແຂວງຊຽງຂວາງ ທີ່ໄດ້ຖືກຮອງຮັບໃຫ້ເປັນມໍລະດົກໂລກ ພ້ອມດ້ວຍສະຖາປັດຕິຍະກຳ ແລະ ບຸນປະເພນີຕ່າງໆ ໄວ້ເທິງຄັນຮົ່ມ ເພຶ່ອສົ່ງເສີມການທ່ອງທ່ຽວລາວທ່ຽວລາວ ແລະ ເພຶ່ອເປີດກວ້າງໃຫ້ນັກທ່ອງທ່ຽວໄດ້ເຂົ້າມາທ່ອງທ່ຽວປະເທດລາວ.

ຂໍ້ມູນຈາກ: ທ່ານ ສົມບູນ ພົມພິພັກ ຜູ້ຈັດການກອງປະກວດຕາງໜ້າກອງປະກວດຢູ່ລາວ