ຖະແຫຼງສິ້ນສຸດການດໍາລົງຕໍາແໜ່ງMiss World Laos 2021 ພ້ອມແຕ່ງຕັ້ງຜູ້ຮັບໜ້າທີ່ຄົນໃໝ່

172

ກ່ຽວກັບການປະກາດສະຫຼະຕຳແໜ່ງຂອງນາງງາມໃນເວທີ ມິສເວີຣລາວ 2021 ໄດ້ມີຂຶ້ນຫຼາຍມື້ກ່ອນໜ້ານີ້ແລ້ວ ແລະມື້ຄືນນີ້ ທາງກອງປະກວດໄດ້ມີພິທີຖະແຫຼງ ການສິ້ນສຸດການດໍາລົງຕໍາແໜ່ງ ຂອງນາງ ສຸພາວະດີ ພົງສະຫວັນ Miss World Laos 2021 ຈາກກະແສວິພາກວິຈານເຖິງເລື່ອງອາຍຸ ທີ່ບໍ່ຖືກຕ້ອງກັບຄວາມເປັນຈິງ ເພື່ອເພີ່ມຄວາມກະຈ່າງແຈ້ງຕໍ່ປະຊາຊົນທຸກຄົນ.


ສະນັ້ນໃນແລງຂອງວັນທີ 6 ເມສາ 2021 ທ່ານ ສາຍແກ້ວ ສີດາວົງ ປະທານ ໂຄງການປະກວດ ມີສເວີຣລາວ 2021 ພ້ອມດ້ວຍຄະນະຈຶ່ງໄດ້ອອກມາຖະແຫຼງການຊີ້ແຈງ ກ່ຽວກັບຂໍ້ເແທ້ຈິງຂອງເລື່ອງດັ່ງກ່າວວ່າ: ຈາກການປຶກສາພາຍໃນຄະນະກໍາມະການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຫັນເອກະພາບກັັນວ່າ ນາງ ສຸພາວະດີ ພົງສະຫວັນ ອາຍຸເກີນຕາມກົດລະບຽບຂອງກອງປະກວດແທ້ ດັ່ງນັ້ນ ທາງຄະນະກອງປະກວດເຫັນດີເປັນເອກະພາບກັນໃຫ້ນາງສຸພາວະດີ ພົງສະຫວັນ ມີສເວີລາວ 2021 ສິ້ນສຸດການດໍາລົງຕໍາແໜ່ງນັບແຕ່ມື້ນີ້ເປັນຕົ້ນໄປ.


ແລະ ທາງຄະນະເຫັນດີແຕ່ງຕັ້ງ ນາງ ພອນວິໄລ ຫຼວງລາດ ຮອງອັນດັບ1 ມີສເວີລາວ 2021 ຂຶ້ນເປັນ ມີສເວີລາວ 2021

ແລະ ແຕ່ງຕັ້ງ ນາງອາຣິຍາ ອິນທະວົງ ຮອງອັນດັບ 2ມີສເວີລາວ 2021 ຂຶ້ນມາເປັນຮອງອັນດັບ1 ມີສເວີລາວ 2021 ຢ່າງເປັນທາງການ ແຕ່ເນື່ອງຈາກທີ່ເຄີຍໄລ້ສົດໄປວ່ານ້ອງອາຍຸ 26ປີແທ້ ຍ້ອນວ່າເອກະສານທີ່ນ້ອງນໍາມາສະໝັກແມ່ນເປັນໄປຕາມທີ່ທາງກອງປະກວດກຳນົດໄວ້ ເຊິ່ງວ່າຈະມີບັດປະຈໍາຕົວ, ຮູບພາບ ແລະ ອາຍຸຕາມບັດປະຈໍາຕົວກໍແມ່ນ 26ປີ ສະນັ້ນຈຶ່ງສາມາດເວົ້າໄດ້ວ່າ ນາງ ສຸພາວະດີ ພົງສະຫວັນແມ່ນໄດ້ເຂົ້າສະໝັກຕາມເກນ ແລະ ຖືກຕ້ອງທຸກຢ່າງທີ່ກອງປະກວດວາງອອກ.


ໃນການຖະແຫຼງຂ່າວຄັັ້ງນີ້ ນາງ ສຸພາວະດີ ພົງສະຫວັນແມ່ນບໍ່ສາມາດເຂົ້າມາຮ່ວມໄດ້ ແຕ່ນ້ອງໄດ້ສົ່ງຄິບສຽງມາເພື່ອກ່າວຂໍໂທດປະຊາຊົນ ແຟນນາງງາມທີ່ຕິດຕາມກອງປະກວດມິສເວີຣລາວ.
ເຊິ່ງຄິບສຽງທີ່ ນາງສຸພາວະດີ ພົງສະຫວັນ ສົ່ງມາແມ່ນມີເນື້ອໃນດັ່ງນີ້: ກ່ອນອື່ນຕ້ອງຂໍໂທດທາງກອງປະກວດ ແລະ ປະຊາຊົນລາວທີ່ສ້າງຄວາມວຸ້ນວາຍ ເຊິ່ງໃນຕອນແລກທີ່ສະໝັກ ຄິດວ່າມັນເປັນຫຍັງທີ່ເປັນໄປບໍ່ໄດ້ທີ່ຈະໄດ້ເຂົ້າຮອບ 20ຄົນສຸດທ້າຍ ແລະ ຈະໄດ້ຮັບຕໍາແໜ່ງ ມິສເວີຣລາວ 2021 ເປັນເລື່ອງທີ່ໄກເກີນຝັນທີ່ຜູ້ຍິງຄົນໜຶ່ງຕັ້ງເປົ້າໝາຍໄວ້ໃນຊີວິດ ເຫດຜົນທີ່ສະຫຼະຕໍາແໜ່ງ ກໍ່ເພື່ອຮັກສາຊື່ສຽງຂອງກອງປະກວດ ແລະ ຄອບບຄົວໄວ້.


ຢ້ອນກັບໄປປີ 2007 ທີ່ຊະນະການປະກວດນາງສັງຂານແຂວງສະຫວັນນະເຂດ ແລະ ໄດ້ຮັບຕໍາແໜ່ງອັນດັບ1ໃນຕອນນັ້ນອາຍຸ 15ປີ ແລະ ໄດ້ເຂົ້າປະກວດເວທີນາງສາວອາພອນລາວ ຍ້ອນທາງສະຫະພັນແມ່ຍິງແຂວງໄດ້ສົ່ງເຂົ້າປະກວດໂດຍທາງຄະນະກໍາມະການ ແລະ ທາງກອງປະກວດກໍຮູ້ແຕ່ທໍາອິດວ່າອາຍຸບໍ່ຮອດ ແລະ ໄດ້ຮັບຕໍາແໜ່ງຮອງອັນດັບ 2 ຫຼັງຈາກນັ້ນກໍໄດ້ໄປສຶກສາຕໍ່ທີ່ປະເທດສິງກະໂປ ເປັນເວລາເກືອບ 10ປີ ແລະ ຈົບການສຶກສາປະລິນຍາໂທການບໍຫານການເງິນ ແລະ ການທະນາຄານ ແລະ ກັບມາປະເທດລາວເພື່ອຊ່ວຍບໍລິຫານທຸລະກິດຄອບຄົວ ແລະ ຊ່ວຍເຫຼືອສັງຄົມເທົ່າທີ່ຕົນຈະເຮັດໄດ້ ຈົນຮອດທ້າຍເດືອນກຸມພາທີ່ຜ່ານມາໄດ້ເຫັນການແຊໃນເຟສບຸກວ່າຈະມີການປະກວດ ຈຶ່ງໄດ້ລອງເຂົ້າມາສະໝັກເບິ່ງໂດຍທີ່ບໍ່ໄດ້ປຶກສາທາງຄອບຄົວ ແລະ ບໍ່ມີໃຜຮູ້ ບໍ່ມີເອື້ອຍລ້ຽງບໍ່ມີສະປອນເຊີບໍ່ມີຜູ້ຊ່ວຍສະໜັບສະໜູນດ້ານຕ່າງໆ ໃຊ້ທຶນນະຊັບສ່ວນຕົນເພື່ອມາຕາມຄວາມຝັນ ແລະ ຊ່ວຍເຫຼືອສັງຄົມ.

ເປົ້າໝາຍໃນກາານປະກວດຄືຢາກສານຕໍ່ໂຄງການ ຊ່ວຍເຫຼືອຜູ້ປ່ວຍກ່ຽວກັບສຸຂະພາບຈິດໃຈຂອງຄົນ ແລະ ຊ່ວຍເຫຼືອເດັກນ້ອຍທີ່ດ້ອຍໂອກາດໃນຊົນນະບົດໃຫ້ໄດ້ຮັບການສຶກສາທີ່ດີເພື່ອພັດທະນາປະເທດຊາດຕໍ່ໄປ ເຊິ່ງໂຄງການນີ້ໄດ້ຊ່ວຍເຫຼືອຜູ້ປ່ວຍສຸຂະພາບຈິດໄປແລ້ວ 100ກວ່າຄົນ ໃນທົ່ວປະເທດ ຍ້ອນຢາກສານຕໍ່ໂຄງການໂດຍຄິດວ່າການໃຊ້ຕໍາແໜ່ງເປັນກະບອກສຽງໃຫ້ຄົນລາວຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທີ່ສໍາຄັນທີ່ສຸດແມ່ນຢາກປະສານກັບຕ່າງປະເທດເພື່ອຂໍຄວາມຊ່ວຍເຫຼືອໃນການສ້າງໂຮງໝໍຮອງຮັບຜູ້ປ່ວຍຈິດຕະເວດໂດຍສະເພາະ ແຕ່ຍ້ອນທຶນນະຊັບບໍ່ພຽງພໍ ນ້ອງຈຶ່ໄດ້ຕັດສິນໃຈມາປະກວດ ໂດຍບໍ່ໄດ້ຄໍານຶງເຖິງຜົນກະທົບທີ່ຈະຕາມມາ ແລະ ຫວັງວ່າສັງຄົມຈະໃຫ້ອາໄພດ້ວຍ.

ຍິນດີນຳຜູ້ຮັບຕຳແໜ່ງຄົນໃໝ່ ນ້ອງ ພອນວິໄລ ຫຼວງລາດ